ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຊາຄ້າ ​ຢາ​ເສບ​ຕິດ​ ລາຍ​ໃຫຍ່ ​ເມັກ​ຊິ​ໂກ ໂຕນໜີ​ ອອກຈາກ​ຄຸກ


ທ້າວ Joaquin "El Chapo" Guzman ຖືກ​ນຳ​​​ໂຕ​ຂຶ້ນ​ຍົນ ​ເຮ​ລີ​ຄັອບ​ເຕີ ​ໂດຍ​ທະຫານ​ນາ​ວິ​ກະ​ໂຍທິນ ທີ່​ໂຮງ​ເກັບ​ເຮືອບິນ​ຂອງ​ນາວິກະ​ໂຍທິ​ນ​ໃນນະຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້. 22 ກຸມພາ 2014.
ທ້າວ Joaquin "El Chapo" Guzman ຖືກ​ນຳ​​​ໂຕ​ຂຶ້ນ​ຍົນ ​ເຮ​ລີ​ຄັອບ​ເຕີ ​ໂດຍ​ທະຫານ​ນາ​ວິ​ກະ​ໂຍທິນ ທີ່​ໂຮງ​ເກັບ​ເຮືອບິນ​ຂອງ​ນາວິກະ​ໂຍທິ​ນ​ໃນນະຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້. 22 ກຸມພາ 2014.

ລາຊາຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ທີ່​ມີ​ຊື່​ສຽງ​ເໜົ່າ​ເໝັນຄົນ​ໜຶ່ງ ​ໄດ້​ຫຼົບໜີ​ອອກ​ຈາກ​ຄຸກ​ທີ່​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ຄັດ ​ເປັນ​ເທື່ອ​ທີ​ສອງ​ໃນ​ຮອບ 14 ປີຜ່ານ​ມາ.

ຄະນະ​ກຳ​ມະ​ທິການ​ຄວາມ​ປອດ​ໄພ​ຂອງ ແມັກ​ຊິ​ໂກ ​ໄດ້​ກ່າວໃນ ຖະແຫຼ​ງ​ການວັນ​ເສົາ​ວານ​ນີ້ວ່າ ທ້າວ Joaquin “El-Chapo” Guzman, ​ເຊິ່ງ​ເປັນ​ຫົວໜ້າ​ກຸ່ມນັກ​ຄ້າ​ຢາ​ເສບ​ຕິດ Sinaloa ທີ່​ມີ​ອິດ​ທິພົນ​, ​ໄດ້​ຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ​ຢູ່​ໃນບໍ​ລິ​ເວນ​ບ່ອນ​ອາບນ້ຳຂອງ​ຄຸກ Altiplano.

ກຳ​ລັງ​ເ​ຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ທີ່ຄົ້ນຫາ​ນັກ​ໂທ​ດຫຼົບໜີຄົນ​ນີ້​ໄດ້ໂຈະ​ຖ້ຽວ​ບິນຢູ່ສະໜາມ​ບິນ Toluco, ​ເຊິ່ງຢູ່​ໃກ້​ກັບ​ຄຸກ​ດັ່ງກ່າວ​ຕັ້ງຢູ່​ນອກນະຄອນ​ຫຼວງ ແມັກຊິ​ໂກ ຊິ​ຕີ້.

ທ້າວ Guzman ​ໄດ້​ຖືກ​ຈັບ​ໃນ​ເດືອນ ກຸມພາ ປີ​ກາຍ​ນີ້​ຫຼັງ​ຈາກ​ໄດ້​ຫຼົບໜີໄປຄັ້ງ​ທຳ​ອິ​ດດົນ​ກວ່າ​ໜຶ່ງ​ທົດ​ສະ​ວັດ. ລາວ​ໄດ້​ຖືກ​ຈັບ​ຄັ້ງທຳ​ອິ​ດ​ໃນ​ປີ 1993, ​ແຕ່​ໄດ້ໂຕນ​ຄຸກ​ໃນ​ປີ 2001 ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຂອງເຈົ້າ​ໜ້າ​ທີ່​ຍາມ​ຄຸກຫຼາຍ​ຄົນ.

ລາວ​ ​ຖື​ກທາງ​ການ ສະຫະລັດ ຕ້ອງ​ການໂຕ​ໃນ​ຫຼາຍຂໍ້​ຫາກ່ຽວ​ການ​ຄ້າ​ຢາ​ເສບ​ຕິ​ດນານາ​ຊະນິ​ດ.

ກຸ່ມ​ຄ້າ​ຢາ​ເສບຕິ​ດ Sinaloa ຄວບ​ຄຸ​ມ​ເຂດຜ່ານ​ຊາຍ​ແດນ​ສ່ວນ​ໃຫຍ່​ສຳລັບ​ການ​ຄ້າ​ຢາ​ເສບຕິດ ຜິດ​ກົດໝາຍ ​ລະຫວ່າງ ​ແມັກ​ຊິ​ໂກ ແລະ ສະຫະລັດ. ​

Mexico Escapee
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG