ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ທະຫານ ນາວິກກະໂຍທິນ ສະຫະລັດ ຖືກປ່ອຍ ອອກຈາກຄຸກ ເມັກຊິໂກ


ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນ ສິບເອກ Andrew Tahmooressi ໂບກມື ຫລັງຈາກໄປເຖິງ ເມືອງ Weston ໃນລັດ Florida (1 ພະຈິກ 2014)
ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນ ສິບເອກ Andrew Tahmooressi ໂບກມື ຫລັງຈາກໄປເຖິງ ເມືອງ Weston ໃນລັດ Florida (1 ພະຈິກ 2014)

ອະດີດ​ທະຫານ​ນາວິກ​ກະໂຍທິນ​ສະຫະລັດ​ຄົນ​ນຶ່ງ ​ໄດ້​ຖືກ​ປ່ອຍ
​ໂຕ​ແລ້ວ ຫຼັງ​ຈາກ​ຕິດ​ຄຸກ 7 ​ເດືອນ​ທີ່​ເມັກ​ຊິ​ໂກ ​ໃນ​ຂໍ້​ຫາ​ມີ​ປືນ​ຢູ່​
ໃນ​ຄວາມ​ຄອບ​ຄອງ​ນັ້ນ ກັບ​ຄືນ​ມາ​ຮອດ​ສະຫະລັດ​ແລ້ວ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ມີ​ຄວາມ​ປິ​ຕິ​ຍິນ
​ດີທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຝ່າ​ຍຕຸລາການ​ຂອງ​ເມັກ​ຊິໂກ ສັ່ງ​ໃຫ້​ປ່ອຍ​
ໂຕ​ອະດີດ ສິບ​ເອກ Andrew Tahmooressi ອອກ​ຈາກ​ຄຸກ​ນັ້ນ.

ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະ
ລັດກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດໄດ້​ສະ
​ແດງ​ຄວາມ​ຮູ້​ບຸນຄຸນ​ນຳ​ການ​ຮ່ວມ​ມື​ທີ່​ດີ​ເລີດ​ຂອງ​ເມັກ​ຊິ​ໂກ ຊຶ່ງ​
ໄດ້​ອະນຸຍາດໃຫ້ນາຍ Tahmooressi ​ຕິດຕໍ່​ຫາກົງ​ສຸນໂດຍໄວ​ ແລະ​ສືບຕໍ່ໃຫ້ທາງກົງສຸນ ເຂົ້າຫາ ແລະຢ້ຽມຢາມຜູ້ກ່ຽວໄດ້.

ບັນດາ​ນາຍ​ແພດ ກ່າວ​ວ່າ ນາຍ Tahmooressi ​ໄດ້​ມີ​ບັນຫາ​ທາງ​ດ້ານ​ຈິດ​ໃຈ​ບໍ່​ປົກກະຕິ
​ຫຼັງ​ສົງຄາມ ຫຼັງ​ຈາກ​ຮັບ​ໃຊ້​ເປັນ​ທະຫານ​ນາວິກ​ກະ​ໂຍທິນ​ ໃນ​ອັຟກາ​ນິສຖານ​ມາ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຊາຍ​ແດນ​ເມັກ​ຊິ​ໂກ ​ໄດ້​ຈັບ​ກຸມ​ນາຍ Tahmooressi ​ໃນ​ເດືອນ​ມີນາ ​ເວລາເຂົາ​ເຈົ້າ​ພົບ​ເຫັນ​ລາວ​ມີ​ປືນ 3 ກະ​ບອກຢູ່​ໃນ​ລົດ​ບັນທຸກ​ຂອງ​ລາວ ຫຼັງ​ຈາກ​ລາວ​ຂ້າມ​ຊາຍ​ແດນຈາກ​ເມືອງ San Diego ລັດ California ​ເຂົ້າ​ໄປ​ ໃນ​ເມືອງ Tijuana ນັ້ນ.

ນາຍ Tahmoooressi ກ່າວ​ວ່າ ລາວ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເມັກ​ຊິໂກ ​ໂດຍ​ບັງ​ເອີນ ຫຼັງ​ຈາກ​ລາວ​ໄປ​ຄາ​ຢູ່​ໃນ​ທາງ​ຫຼວງ​ລັດ California ສາຍ​ນຶ່ງ ຊຶ່ງ​ບໍ່​ມີ​ທາງ​ຈະ​ກັບ​ຄື​ນ​ຈາກ
ຊາຍ​ແດນ.

ຕຳຫຼວດ​ເມັກ​ຊິ​ໂກ ກ່າວ​ວ່າ ລາວ​ໄດ້​ເຂົ້າ​ໄປ​ໃນ​ປະ​ເທດ​ໂດຍ​ເຈດ​ຕະນາ. ການ​ເອົາ​ອາວຸດ​ປືນ​ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກ ​ເປັນ​ອາ​ຊະ​ຍາ​ກຳ ລັດຖະບານ​ກາງ.

XS
SM
MD
LG