ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ເມັກຊິໂກ ພົບເຫັນ ເສດທາດ Cobalt-60 ແລ້ວ (ວີດີໂອ)


Mexican Authorities Recover Stolen Radioactive Material; No Arrests Yet
please wait

No media source currently available

0:00 0:01:13 0:00
ລິງໂດຍກົງ
ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ
ເສດທາດ cobalt-60 ທີ່​ມີ​ກັມ​ມັນ​ຕະພາບ​ລັງສີ​ສູງທີ່​ໄດ້​ຫາຍ
ສາບ​ສູນ​ໄປ ​ຢູ່​ໃກ້ໆ​ກັບ​ລົດ​ບັນທຸກ​ທີ່​ຖືກ​ລັກ​ມາ​ຄັນນຶ່ງ​ ທີ່​ຂົນ
​ສົ່ງ​ວັດຖຸ​ດັ່ງກ່າວ ​ຈອດ​ປະ​ຖິ້ມໄວ້.

ຕຳຫຼວດ​ກ່າວ​ວ່າ ພວກ​ຂະ​ໂມ​ຍ ໄດ້​ພາກັນ​ຂົນ​ເສດ​ທາດ​ໂລ
ຫະ​ສີຂາວ cobalt-60 ທີ່ເປັນອັນຕະລາຍ​ອອກ​ຈາກ​ກ່ອງ
ບັນຈຸ​ສິນຄ້າ​ໃນ​ລົດ ​ແລະ​ປະ​ຖິ້ມ​ໄວ້​ຢູ່ໃນ​ທົ່ງ​ນາ​ແຫ່ງ​ນຶ່ງໃກ້ໆ
​ກັບ​ເມືອງກະສິກຳ​ໃນເຂດ​ຊົນນະບົດທາງ​ພາກ​ເ​ໜືອຂອງ​
ນະຄອນຫຼວງ​ເມັກ​ຊິ​ໂກ​ຊີ​ຕີ. ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ຜູ້​
ໃດ​ກໍ​ຕາມ​ທີ່​ໄປແຕະຕ້ອງ​ວັດຖຸ​ດັ່ງກ່າວ​ນີ້ ສາມາດ​ເສຍ​ຊີວິດ​ໄດ້​ພາຍ​ໃນ​ເວລາ​ບໍ່​ເທົາ​ໃດ​ມື້.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ປິດ​ລ້ອມ​ທົ່ງ​ນາ​ແຫ່ງ​ນີ້​ໄວ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ວັດຖຸ​ທີ່​ວ່າ​ນີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ໃກ້ໆ​ນີ້.

ພວກ​ຄົນ​ຂີ້ລັກ​ໄດ້​ລັກ​ເອົາ​ລົດ​ບັນທຸກ​ຄັນ​ນີ້​ຈາກ​ປ້ຳ​ນ້ຳມັນ​ແຫ່ງ​ນຶ່ງ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ໃນ​ລັດ Hidalgo ຂອງ​ເມັກ​ຊິ​ໂກ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເບິ່ງ​ຄື​ວ່າ​ພວກ​ຄົນຂີ້ລັກ​ຈີ້​ເອົາ​ລົດຄັນ​ນີ້​ພຽງ​ແຕ່​ຢາກ​ໄດ້​ລົດ​ບັນ ທຸກ​ຄັນ​ນີ້​ເທົ່ານັ້ນ ​ແລະ​ບໍ່​ຮູ້​ຫຍັງ​ເລີຍ​ວ່າ​ລົດ​ຄັນ​ນີ້​ບັນທຸກ​ສິ່ງ​ຂອງທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ​ຢູ່​ໃນ​ນັ້ນ.

ລົດ​ບັນທຸກ​ຄັນ​ນີ້​ກຳລັງ​ບັນທຸກທາດ cobalt-60 ຈາກ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ເມືອງ Tijuana ໄປ​ຍັງ​ສະຖານທີ່​ເກັບ​ຮັກສາ​ວັດ​ຖຸທີ່​ມີ​ກຳ​ມັນ​ຕະພາບ​ລັງສີ​ໃກ້ໆ​ກັບນະຄອນຫຼວງ Mexico City ນັ້ນ.

ທາດ Cobalt-60 ສ່ວນ​ໃຫຍ່​ແມ່ນ​ໃຊ້​ສຳລັບ​ການ​ປິ່ນປົວ​ທາງ​ດ້ານ​ການ​ແພດ. ​ແຕ່​ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ມັນ​ສາມາດ​ໃຊ້​ໃນ​ການ​ເຮັດ​ລະ​ເບີດ​ທີ່​ເປັນ​ອັນຕະລາຍ ​ຫຼື dirty bomb ​ໄດ້ ເພື່ອ​ກະຈາຍ​ກຳ​ມັນ​ຕະພາບ​ລັງສີ ​ໃນ​ເຂດ​ທີ່​ກວ້າງ​ໃຫຍ່​ນັ້ນ.​
XS
SM
MD
LG