ທາງການເມັກຊິໂກ ໄດ້ພົບເຫັນສົບທີ່ຖືກຕັດເປັນຊິ້ນສ່ວນຕ່າງໆຈໍານວນ 49 ຊຸດ
ຍັດໄວ້ໃນຖົງຫຼາຍຖົງ ຢູ່ໃກ້ໆກັບເມືອງ Monterrey ໃນພາກເໜືອຂອງປະເທດ ໃນອັນ
ທີ່ພວກເຈົ້າໜ້າທີ່ເຊື່ອວ່າ ເປັນຄັ້ງຫຼ້າສຸດໃນການກະທໍາຄວາມຮຸນແຮງ ໃນສົງຄາມຄ້າ
ຢາເສບຕິດຢ່າງໂຫດຫ້ຽມຂອງປະເທດ.
ຕໍາຫຼວດກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນສົບເຫຼົ່ານີ້ໃນຕອນເຊົ້າວັນອາທິດວານນີ້ຢູ່
ເລາະຕາມແຄມຖະໜົນຫຼວງສາຍນຶ່ງ ຢູ່ໃຕ້ຊາຍແດນຂອງສະຫະລັດລົງໄປ.
ມາຮອດປັດຈຸບັນນີ້ ຍັງບໍ່ທັນມີຜູ້ໃດອ້າງເອົາຄວາມຮັບຜິດຊອບສໍາລັບຄວາມຮຸນແຮງ
ນີ້ເທື່ອ ແຕ່ມັນໄດ້ສະທ້ອນເຖິງກໍລະນີອື່ນໆອິກທີ່ເກີດຂຶ້ນຫວ່າງໄວໆຜ່ານມານີ້ ທີ່
ພວກແກ໊ງຄ້າຢາເສບຕິດໄດ້ປະ ສົບໄວ້ໃນ ທີ່ສາທາລະນະແຫ່ງຕ່າງໆ ເພື່ອໃຫ້ເປັນ
ການຕັກເຕືອນຕໍ່ພວກຄູ່ປໍລະປັກຂອງພວກເຂົາ. ໃນຫວ່າງບໍ່ເທົ່າມື້ກ່ອນໜ້ານີ້ ທາງ
ການໄດ້ພົບເຫັນສົບທີ່ຕັດເປັນຊິ້ນສ່ວນ 18 ຊຸດໃນພາກຕາເວັນຕົກຂອງເມັກຊິໂກ.
ແລະໃນພາກເໜືອຂອງປະເທດນັ້ນ ພວກເຈົ້າໜ້າທີ່ໄດ້ພົບເຫັນ 23 ສົບປະຖິ້ມໄວ້
ຫຼືບໍກໍແຂວນໄວ້ ຢູ່ໃນເມືອງ Nuevo Laredo.
ໃນປີ 2006 ປະທານາທິບໍດີ Felipe Calderon ໄດ້ອອກຄໍາສັ່ງໃຫ້ກອງທັບເມັກຊິໂກ
ທໍາການທັບມ້າງພວກກຸ່ມຄ້າຢາເສບຕິດທີ່ຮຸນແຮງໃນປະເທດ. ນັບແຕ່ນັ້ນມາບັນດາ
ເຈົ້າໜ້າທີ່ກະປະມານວ່າ ປະຊາຊົນໃນຈໍານວນຫຼາຍກວ່າ 50 ພັນຄົນໄດ້ຖືກສັງຫານ
ໃນການກໍ່ຄວາມຮຸນແຮງຂອງແກ໊ງຄ້າຢາເສບຕິດ ແລະການປະທະກັນກັບພວກກໍາລັງ
ຮັກສາຄວາມປອດໄພ.