ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາພົບວ່າ ມີການໃຊ້ຢາບ້າເພີ້ມຂຶ້ນ ໃນປະເທດໄທ ເນື່ອງຈາກລາຄາຢາບ້າຫລຸດລົງ


ແຟ້ມຮູບ-ບັນດາເຈົ້າໜ້າທີ່ຕໍາຫລວດຂອງໄທ ພາກັນຢືນຢູ່ຕໍ່ໜ້າຫໍ່ຢາບ້າ ທີ່ເອົາອອກມາສະແດງໃຫ້ເຫັນ ໃນລະຫວ່າງການຖະແຫລງຂ່າວ ທີ່ກອງບັນຊາການຕໍາຫຼວດປາບປາມຢາເສບຕິດ, ບາງກອກ, ປະເທດໄທ, ວັນທີ 15 ກໍລະກົດ 2019.
ແຟ້ມຮູບ-ບັນດາເຈົ້າໜ້າທີ່ຕໍາຫລວດຂອງໄທ ພາກັນຢືນຢູ່ຕໍ່ໜ້າຫໍ່ຢາບ້າ ທີ່ເອົາອອກມາສະແດງໃຫ້ເຫັນ ໃນລະຫວ່າງການຖະແຫລງຂ່າວ ທີ່ກອງບັນຊາການຕໍາຫຼວດປາບປາມຢາເສບຕິດ, ບາງກອກ, ປະເທດໄທ, ວັນທີ 15 ກໍລະກົດ 2019.

ຜົນການຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າ ການໃຊ້ຢາບ້າຢູ່ໃນປະເທດໄທ ເພີ້ມຂຶ້ນມາ 30 ເປີເຊັນ​ໃນປີກາຍນີ້, ທ່າມກາງທີ່​ມີການຜະລິດຢາບ້າທີ່ຜິດກົດໝາຍ​ເພີ້ມ​ຂຶ້ນ ຢູ່​ໃນ​ມຽນ​ມາທີ່ເພື່ອນບ້ານ ໂດຍການ​ສົ່ງ​ອອກ ຢາດັ່ງ​ກ່າວເຂົ້າ​ໄປໃນຂົງ​ເຂດ ໃນລາຄາທີ່ຖືກກວ່າ.

ເພື່ອຮັບມືກັບການເພີ້ມຂຶ້ນຢ່າງໄວວານັ້ນ ກະຊວງສາທາລະນະສຸກຂອງໄທໄດ້ ດໍາເນີນການຜັກດັນກົດໝາຍທີ່ເຂັ້ມງວດອັນໃໝ່ ສາມາດເຫັນໄດ້ວ່າ ໃຜກໍຕາມທີ່ຖືກຈັບດ້ວຍຢາບ້າຫລາຍກວ່າ 1 ເມັດ ຈະໄດ້ຮັບການດໍາເນີນຄະດີໃນຂໍ້ຫາເປັນຜູ້ຄ້າຢາບ້າດັ່ງກ່າວນັ້ນໃນທັນທີ, ເຊິ່ງບັນດານັກເຄື່ອນໄຫວທາງດ້ານວິຊາການ ແລະນັກສັງຄົມສົງເຄາະກ່າວວ່າ ມັນບໍ່ສາມາດຊ່ວຍໄດ້ ແລະອາດຈະເຮັດໃຫ້ສະຖານະການດັ່ງກ່າວນັ້ນ ຊຸດໂຊມລົງຕື່ມ.

ອີງຕາມການສໍາຫຼວດຄວາມຄິດເຫັນໃນທົ່ວປະເທດ ກ່ຽວກັບການໃຊ້ຢາ ໂດຍມະຫາວິທະຍາໄລຈຸລາລົງກອນຂອງໄທພົບວ່າ ປະຊາກອນໄທປະມານ 57,900 ເຊິ່ງມີອາຍຸລະຫວ່າງ 18 ຫາ 65 ປີໄດ້ມີການນໍາໃຊ້ຢາບ້າຢ່າງໜ້ອຍ 1 ຄັ້ງໃນປີທີ່ຜ່ານມາ, ໂດຍເພີ້ມຂຶ້ນປະມານ 44,500 ຄົນຈາກປີກ່ອນ.

ທ່ານຣາສມົນ ກາລາຍາສິຣິ ຫົວໜ້າສູນກາງການສຶກສາ ສໍາລັບຜູ້ຕິດຢາ ຂອງມະຫາວິທະຍາໄລກ່າວວ່າ ໂຕເລກດັ່ງກ່າວອາດຈະໜ້ອຍກວ່າໂຕເລກທີ່ແທ້ຈິງ ເນື່ອງຈາກຫຼາຍໆຄົນອາດຈະລະມັດລະວັງທີ່ຈະຍອມຮັບວ່າ ກໍາລັງໃຊ້ຢາທີ່ຜິດກົດໝາຍດັ່ງກ່າວນີ້ຢູ່, ເຖິງແມ່ນວ່າ ການສຶກສາຄົ້ນຄວ້າດັ່ງກ່າວຈະບໍ່ໄດ້ມີການເປີດເຜີຍຊື່ຂອງພວກເຂົາເຈົ້າກໍຕາມ.

ການສໍາຫຼວດກ່ອນໜ້ານັ້ນ ໂດຍສໍານັກງານຄະນະກໍາມະການຄວບຄຸມຢາເສບຕິດຂອງລັດຖະບານ ດ້ວຍການສໍາຫຼວດຕົວຢ່າງກັບປະຊາຊົນຫຼາຍຂຶ້ນ ໄດ້ເຮັດໃຫ້ເຫັນວ່າ ມີຈໍານວນໂຕເລກຂອງຜູ້ໃຊ້ຢາບ້າເປັນຈໍານວນຫຼາຍຮ້ອຍພັນຄົນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG