ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢາບ້າ ຈາກບ່ອນຜະລິດຂະໜາດໃຫຍ່ ຢູ່ໃນມຽນມາ ກ່າວວ່າ ຖືກຂ້າມແມ່ນໍ່້າຂອງ ໄປຍັງເພື່ອນບ້ານ


ຕຳຫຼວດມຽນມາສຳຫຼວດເບິ່ງຂົວຂ້າມມຽນມາຢູ່ລັດຈິນ ໃກ້ກັບຊາຍແດນອິນເດຍ ບ່ອນທີ່ມີຈຳນວນຢາບ້າ ຢ່າງຫຼວງຫຼາຍເຮັດຢູ່ອິນເດຍ ລັກສົ່ງເຂົ້າມາມຽນມາ ວັນທີ 10 ພຶດສະພາ 2016.
ຕຳຫຼວດມຽນມາສຳຫຼວດເບິ່ງຂົວຂ້າມມຽນມາຢູ່ລັດຈິນ ໃກ້ກັບຊາຍແດນອິນເດຍ ບ່ອນທີ່ມີຈຳນວນຢາບ້າ ຢ່າງຫຼວງຫຼາຍເຮັດຢູ່ອິນເດຍ ລັກສົ່ງເຂົ້າມາມຽນມາ ວັນທີ 10 ພຶດສະພາ 2016.

ຢາບ້າ ຫຼື Methamphetamine ຈາກບ່ອນຜະລິດຂະໜາດໃຫຍ່ ໃນພາກຕາເວັນອອກ
ຂອງມຽນມາ ທີ່ບ້ານເມືອງບໍ່ມີຂື່ມີແປ ກຳລັງເພີ້ມທະວີຂຶ້ນ ໃນຂະນະທີ່ອົງການອາຊະຍາ
ກຳພວມຈະເລີນງອກງາມຍ້ອນບໍ່ມີສະຖຽນລະພາບ ທີ່ເນື່ອງ ມາຈາກການບໍ່ມີຄວາມທຸ່ນ
ທ່ຽງ ຍ້ອນການເຮັດລັດຖະປະຫານ ໃນເດືອນກຸມພາ ອີງຕາມຄຳເວົ້າຂອງພວກນັກຊ່ຽວ
ຊານທີ່ໄດ້ກ່າວຕໍ່ວີໂອເອວ່າ ມີການສົ່ງຢາເສບ ຕິດເຂົ້າໄປສູ່ບັນດາປະເທດເພື່ອນບ້ານ
ເປັນຈຳນວນມະຫາສານ ແລະສ້າງຊ່ອງທາງໃໝ່ ເພື່ອໃຫ້ໄປເຖິງຕະຫຼາດເກົ່າ.

ຊາຍແດນມຽນມາ ທີ່ເປັນປ່າເປັນພູບໍ່ສາມາດປົກຄອງໄດ້ໃນລັດສານ ກາຍເປັນ ສູນກາງ
ໃນອັນທີ່ຫຼາຍໆຄົນຄາດຄະເນວ່າ ເປັນບ່ອນຄ້າຢາບ້າ ທີ່ໃຫຍ່ສຸດຂອງ ໂລກ ທີ່ຄວບຄຸມ
ໂດຍພວກລາຊາຄ້າຢາເສບຕິດຂອງສາມຫລ່ຽມຄຳບ່ອນທີ່ຊາຍ ໄທ ມຽນມາ ແລະລາວ
ມາບັນຈົບຄົບກັນ.

ສານເຄມີຕົ້ນໃນປະລິມານທີ່ນັບບໍ່ຖ້ວນ ໄດ້ຖືກສົ່ງເຂົ້າໄປສູ່ເຂດສາມຫຼ່ຽມຄຳ ແລະຈາກ
ນັ້ນຢາເສບຕິດ ໂດຍສະເພາະແລ້ວແມ່ນຢາບ້າ ຢາໄອຊ໌ ແລະເຮໂຣອີນ ໄດ້ສົ່ງກັບຄືນ
ອອກມາ ໃນບໍລິເວນເຂດຊາຍແດນດຽວກັນນີ້.

ການເຮັດລັດຖະປະຫານໃນມຽນມາ ແມ່ນໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນ ທີ່ນຳພາ
ໂດຍທ່ານນາງອອງຊານ ຊູຈີ. ມຽນມາໄດ້ກ້າວເຂົ້າສູ່ຄວາມວຸ້ນວາຍນັບແຕ່ນັ້ນມາພ້ອມ
ດ້ວຍພວກປະທ້ວງທີ່ນິຍົມປະຊາທິປະໄຕຫຼາຍກວ່າ 1,000 ຄົນ ໄດ້ເສຍຊີວິດດ້ວຍນ້ຳມື
ຂອງຕຳຫຼວດແລະທະຫານ ຊຶ່ງບັດນີ້ກຳລັງຕໍ່ສູ້ກັບພວກຊົນຊາດຊົນເຜົ່າກຸ່ມນ້ອຍຫຼາຍໆ
ກຸ່ມ ແລະເວລານີ້ ປະເຊີນໜ້າກັບການປະກາດ ສົງຄາມ ໂດຍພວກກະບົດຕໍ່ຕ້ານລັດ
ຖະປະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG