ແຂນທຽມ, ລວມທັງສ່ວນທີ່ຊັບຊ້ອນທີ່ສຸດຂອງມັນ, ດັ່ງມືຂອງ
ມະນຸດເລີ່ມຈະເບິ່ງຄືມີຊີວິດຈິງ ຫຼາຍຂຶ້ນກວ່າເກົ່າ ແລະ ມີປະ
ໂຫຍດ ຈາກຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງເຄື່ອງຈັກແຮງ
ດັນນ້ຳ ແຮງອັດອາກາດ ແລະ ໄຟໄຟ້າ ຂະໜາດນ້ອຍໆ ເອີ້ນ
ວ່າ ເຄື່ອງຄວບຄຸມລະບົບການເຄື່ອນໄຫວ. ແຕ່ວ່າຕອນນີ້,
ດັ່ງກັບນັກຂ່າວ ວີໂອເອ George Putic ລາຍງານ, ບັນດາ
ນັກວິທະຍາສາດໃນ ເຢຍຣະມັນ ກ່າວວ່າ ອະນາຄົດຂອງ
ມືທຽມອາດຈະບໍໄດ້ໃຊ້ເຄື່ອງຈັກ ແຕ່ຈະໃຊ້ເສັ້ນລວດໄຟຟ້າ
ທີ່ສາມາດຈື່ຮູບຮ່າງຂອງມັນໄດ້. ເຊິ່ງ ພຸດທະສອນ ມີລາຍລະ
ອຽດນຳມາສະເໜີທ່ານ.
ມືຂອງມະນຸດແມ່ນໜຶ່ງໃນລະບົບກົນໄກທີ່ຊັບຊ້ອນທີ່ສຸດໃນ
ທຳມະຊາດ, ດັ່ງນັ້ນການສ້າງມືທຽມ ແມ່ນພາລະກິດ ທີ່ເປັນຕາຫວາດຫວັ່ນ. ແຂນທຽມ
ໃນອຸດົມຄະຕິ ແມ່ນຕ້ອງມີນ້ຳໜັກເບົາ ແລະ ປັບຕົວໄດ້ງ່າຍ, ສາມາດຈັບໄດ້ແຮງພໍສົມ
ຄວນ ແລະ ຄວບຄຸມໂດຍຄວາມຄິດ ຂອງເຈົ້າຂອງມັນເອງ.
ປະຈຸບັນນີ້, ບັນດາແຂນທຽມແມ່ນອາໄສເຄື່ອງຈັກ ແຮງດັນນ້ຳ, ໄຟຟ້າ ແລະ ແຮງອັດອາກາດ ທີ່ຂ້ອນຂ້າງໜັກເພື່ອໃຫ້ນິ້ວມືປອມຄົດງໍໄດ້, ແຕ່ວ່າບັນດານັກວິທະຍາສາດທີ່ມະຫາວິທະຍາໄລ Saarland ຂອງ ເຢຍຣະມັນ ແມ່ນກຳລັງທຳການທົດລອງດ້ວຍໃຍ
ສັງເຄາະທີ່ເບົາຫຼາຍກວ່າ ເຊິ່ງເຮັດຈາກໂລຫະປະສົມທອງແດງນິໂກລ ແລະ ທາດ
ໄທເທນຽມ ທີ່ສາມາດປ່ຽນຮູບຮ່າງ ເມື່ອເຊື່ອມຕໍ່ກັບແຫຼ່ງໄຟຟ້າ.
ນາງ Filomena Simone, ນັກສຶກສາປະລິນຍາເອກສາຂາ ວິສະວະກອນ ກ່າວວ່າ
“ການເຄື່ອນໄຫວຂອງນິ້ວມື ແມ່ນທຳງານໂດຍເສັ້ນລວດ. ເສັ້ນລວດນີ້, ເມື່ອ
ມັນເຮັດວຽກ, ມັນຈະຫົດເຂົ້າ. ແລະ ເຮົາກໍສາມາດ ທີ່ຈະສວຍໃຊ້ຈາກການ
ໃຊ້ຕົວນີ້ເພື່ອເຮັດໃຫ້ນິ້ວມືເໜັງ. ແລະ ເຮົາກໍສາມາດເຄື່ອນເໜັງ ແຕ່ລະກະ
ດູກນິ້ວ ຢ່າງເປັນອິດສະຫຼະ.”
ພວກພວງຂອງເສັ້ນລວດຄວາມຈຳສາມາດສ້າງກ້າມເນື້ອທຽມທີ່ເບົາແລະ ເສັ້ນເອັນທີ່
ແຂງແຮງກວ່າເກົ່າ. ການເຄື່ອນເໜັງຂອງມັນ ສາມາດຄວບຄຸມໄດ້ ຢ່າງເປັນອິດສະຫຼະ
ໂດຍການວັດແທກຄວາມຕ້ານທານ ກັບໄຟຟ້າຂອງເສັ້ນລວດທັງຫຼາຍ.
ນາງ Simone ກ່າວວ່າ “ພວກເຮົາສາມາດຕິດຕາມ ຕຳແໜ່ງຂອງນິ້ວມືໂດຍບໍ່
ໄດ້ເພີ່ມເຄື່ອງ ເຊັນເຊີອື່ນອີກ, ພຽງແຕ່ໃຊ້ອົງປະກອບ ຂອງເສັ້ນລວດ ທີ່ຝັງ
ໃສ່ນີ້ເທົ່ານັ້ນ.”
ນັກວິທະຍາສາດເຊື່ອວ່າ ດ້ວຍໂລຫະປັບຄວາມຈຳທີ່ພັດທະນາຂຶ້ນຫຼາຍກວ່ານີ້, ມັນ
ຈະມີຄວາມເປັນໄປໄດ້ ທີ່ຈະສ້າງມືທຽມ ທີ່ເບິ່ງເປັນທຳມະຊາດຫຼາຍຂຶ້ນກວ່ານີ້.
ທ່ານ Stefan Seelecke ຈາກມະຫາວິທະຍາໄລ Saarland ກ່າວວ່າ “ຖ້າທ່ານ
ແນມໄປຫົນທາງສູ່ອະນາຄົດ ຂອງການຜະລິດແຂນທຽມ, ທ່ານກໍຢາກຈະເຫັນ
ສິ່ງນີ້ ລວມເຂົ້າກັບຮ່າງກາຍຂອງຄົນເຮົາ ໃນວິທີທີ່ທ່ານສາມາດຮູ້ສຶກເຖິງການ
ກະຕຸ້ນ ຂອງເສັ້ນປະສາດ ແລະ ແລ້ວກໍສາມາດສະໜອງສິ່ງນັ້ນ ເຂົ້າໃນເຄື່ອງ
ບັງຄັບນ້ອຍ ເຊິ່ງມັນຈະຖືກແປຄວາມໝາຍ ຕໍ່ສັນຍານທີ່ສອດຄ່ອງກັນ ເພື່ອ
ເຮັດໃຫ້ກ້າມເນື້ອທຳງານ.”
ບັນດານັກວິທະຍາສາດ ມະຫາວິທະຍາໄລ Saarland ຕອນນີ້ກຳລັງພະຍາຍາມກວດ
ສອບຮູບແບບການເຄື່ອນໄຫວຂອງມືແບບທຳມະຊາດ ທີ່ສາມາດນຳມາໃຊ້ກັບກ້າມເນື້ອ
ໂລຫະຄວາມຈຳ.