ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການຄວບຄຸມບໍລິສັດ Meta ຮຽກຮ້ອງໃຫ້ລະງັບບັນຊີ Facebook ຂອງນາຍົກລັດຖະມົນຕີ ກຳປູເຈຍ


ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແຂວງ ເຕັງກາຣາ, ອິນໂດເນເຊຍ, 10 ພຶດສະພາ2023.
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແຂວງ ເຕັງກາຣາ, ອິນໂດເນເຊຍ, 10 ພຶດສະພາ2023.

ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມເວັບ​ໄຊ້​ສື່​ສັງ​ຄົມ Meta ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ຮຽກ​ຮ້ອງ​ໃຫ້ຢຸດ​ການ​ນຳ​ໃຊ້​ບັນ​ຊີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ທ່ານ ຮຸ​ນ​ ເຊນ ເປັນ​ເວ​ລາ 6 ເດືອນ, ໂດຍ​ເວົ້າ​ວ່າ ​ວິ​ດີ​ໂອ​ທີ່​ເອົາ​ລົງ​ໃນ​ໜ້າ​ເຟ​ສ​ບຸກ​ຂອ​ງ​ທ່ານ ໄດ້​ລະ​ເມີດ​ກົດ​ລະ​ບຽບ​ຂອງ​ບໍ​ລິ​ສັດ Meta ຕໍ່​ການ​ຂົ່ມ​ຂູ່​ໃຊ້​ຄວາມ​ຮຸນ​ແຮງ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ເຊິ່ງ​ໄດ້​ຮັບ​ທຶນ​ຈາກ​ບໍ​ລິ​ສັດ Meta ແຕ່​ປະ​ຕິ​ບັດ​ການ​ຢ່າງ​ເປັນ​ອິດ​ສະ​ຫຼະ, ໄດ້​ກ່າວ​ວ່າເປັນຄວາມ​ຜິດ​ພາດ​ຂອງ​ບໍ​ລິ​ສັດທີ່ອະ​ນຸ​ຍາດ​ໃຫ້​ວິ​ດີ​ໂອ​ຍັງ​ຄົງ​ຢູ່​ ແລະ ໄດ້​ສັ່ງ​ໃຫ້​ເອົາ​ມັນ​ອອກ​ຈາກ​ເຟ​ສ​ບຸກ.

ບໍ​ລິ​ສັດ Meta, ໃນ​ຖະ​ແຫຼງ​ການ​ຂຽນ​ສະ​ບັບ​ນຶ່ງ, ໄດ້​ຕົກ​ລົງ​ທີ່​ຈະ​ເອົາ​ວິ​ດີ​ໂອ​ດັ່ງ​ກ່າວ​ອອກ​ແຕ່​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ຕອບ​ໂຕ້​ດ້ວຍ​ການ​ແນະ​ນຳ​ໃຫ້​ຢຸດ​ການ​ນຳ​ໃຊ້​ບັນ​ຊີ​ທ່ານ ຮຸນ ເຊນ ຫຼັງ​ຈາກ​ການ​ທົບ​ທວນ.

ການ​ຢຸດ​ໃຊ້​ບັນ​ຊີ​ຊົ່ວ​ຄາວ​ນັ້ນ​ ຈະ​ເຮັດ​ໃຫ້​ໜ້າ​ເຟ​ສ​ບຸກ​ຂອງ​ທ່ານ​ຍົກ​ລັດ​ຖະ​ມົນ​ຕີ​ງຽບ​ໄປ​ບໍ່​ເຖິງ​ນຶ່ງ​ເດືອນ​ກ່ອນ​ການ​ເລືອກ​ຕັ້ງ​ໃນ​ກຳ​ປູ​ເຈຍ, ແນວ​ໃດ​ກໍ່​ຕາມ​ບັນ​ດາ​ນັກ​ວິ​ຈານ​ກ່າວ​ວ່າ​ການ​ລົງ​ຄະ​ແນນ​ສຽງ​ຈະ​ຖືກ​ປອມ​ແປງ​ຍ້ອນ​ການ​ປົ​ກ​ຄອງ​ດ້ວຍ​ອຳ​ນາດ​ຜະ​ເດັດ​ການ​ຂອງ​ທ່ານ ຮຸນ​ ເຊນ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ແມ່ນ​ຕັກ​ເຕືອນ​ຄັ້ງຫຼ້າ​ສຸດ​ຈາກຫຼາຍ​ຄັ້ງ​ໂດຍ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ ກ່ຽວ​ກັບ ວິ​ທີ​ທີ່​ບໍ​ລິ​ສັດ​ສື່​ສັງ​ຄົມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຮັບ​ມື​ກັບ​ພວກ​ຜູ້​ນຳ​ການ​ເມືອງ​ທີ່​ລະ​ເມີດ​ກົດ​ລະ​ບຽບ​ ແລະ ຍຸ​ແຍ່​ຄວາມ​ຮຸນ​ແຮງ​ໃກ້​ເວ​ລາ​ເລືອກ​ຕັ້ງ.

ການ​ພະ​ຍາ​ຍາມ​ສ້າງ​ຄວາມ​ເປັນ​ນຶ່ງ​ດຽວ​ກັນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ໄດ້​ມີ​ຄວາມ​ຊັດ​ເຈນ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ກະ​ກຽມ​ສຳ​ລັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ປີ​ໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG