ມີກຳນົດວ່າ ຍານສຳຫຼວດ Messenger ຂອງອົງການ
ອະວະກາດສະຫະລັດ ຫຼື NASA ຈະເປັນຍານອະວະ
ກາດລຳທຳອິດໃນປະວັດສາດທີ່ສາມາດບິນເຂົ້າສູ່ວົງໂຄ
ຈອນຂອງດາວພະພຸດ ຊຶ່ງເປັນດາວທີ່ຢູ່ວົງໃນສຸດຂອງ
ລະບົບສຸລິຍະຈັກກະວານ.
ອົງການ NASA ກ່າວວ່າ 7 ປີລຸນຫຼັງທີ່ໄດ້ເດີນທາງ
ຈາກໂລກ ຍານສຳຫຼວດ Messenger ມີກຳນົດທີ່ຈະ
ເລີ້ມບິນເຂົ້າສູ່ວົງໂຄຈອນໃນວັນສຸກທີ 18 ມີນາໃນເວ
ລາ 12 ໂມງ 45 ນາທີຕາມເວລາມາດຕະຖານສາກົນ.
ຍານສຳຫຼວດດັ່ງກ່າວຈະຍິງເຄື່ອງຂັບດັນປະມານ 15
ນາທີເພື່ອໃຫ້ຍານຊ້າລົງພໍທີ່ແຮງດຶງດູດຈາກດາວພະ
ພຸດຈະສາມາດຖ່ວງເອົາຍານດັ່ງກ່າວໄວ້ແລ້ວກໍເຄື່ອນ
ເຂົ້າສູ່ວົງໂຄຈອນ ບ່ອນທີ່ຍານ Messenger ຈະສືບ
ຕໍ່ການປະຕິບັດງານ ເປັນເວລາຢ່າງນ້ອຍ 1 ປີ ເພື່ອ
ເກັບກຳຂໍ້ມູນຕ່າງໆ ແລະສະພາບແວດລ້ອມຂອງດາວ
ຂະໜາດນ້ອຍໆທີ່ຍັງເປັນປິດສະໜາໜ່ວຍນີ້.
ເມື່ອຍານ Messenger ເລີ້ມທຳການໂຄຈອນອ້ອມດາວພະພຸດແລ້ວທາງອົງການ
NASA ກໍຈະໃຊ້ເວລາສອງສາມອາທິດຂ້າງໜ້າ ເພື່ອທົດສອບຢ່າງລະອຽດຖີ່ຖ້ວນ
ເບິ່ງລະບົບ ແລະອຸບປະກອນຕ່າງໆຂອງຍານ. ອົງການອະວະກາດຂອງສະຫະ
ລັດຢາກໃຫ້ເປັນທີ່ແນ່ໃຈວ່າ ອຸບປະກອນທຸກຢ່າງຍັງສາມາດປະຕິບັດງານໄດ້ເປັນ
ຢ່າງດີ ທ່າມກາງສະພາບແວດລ້ອມທີ່ຮ້ອນຈັດໃກ້ໆດວງອາທິດກ່ອນທີ່ການປະ ຕິບັດງານທາງດ້ານວິທະຍາສາດຈະເລີ້ມໃນວັນຈັນທີ 4 ເມສາຈະມາ.
ພວກນັກວິທະຍາສາດມີຄວາມສົນໃຈຢາກຮຽນຮູ້ເພີ່ມຕື່ມກ່ຽວກັບປະວັດທໍລະນີວິ
ທະຍາ ແລະສະໜາມແມ່ເຫຼັກ ຕະຫຼອດທັງອົງປະກອບຂອງຈຸດແກນກາງແລະການ
ສຳຫຼວດເບິ່ງວ່າຂົ້ວຂອງດາວພະພຸດມີນໍ້າກ້ອນຫຼືບໍ່.
ເວລາການປະຕິບັດງານທັງໝົດສຳເລັດລຸລ່ວງແລ້ວ ຍານ Messenger ກໍຈະອອກ
ຈາກວົງໂຄຈອນ ແລະແລ່ນເຂົ້າຕຳກັບພື້ນຜິວຂອງດາວພະພຸດ.