ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫລີໃຕ້ ລາຍງານ ກໍລະນີທຳອິດ ໃນການເສຍຊີວິດ ຍ້ອນໂຣກ MERS


ພະນັກງານທີ່ໂຮງໝໍ ຢືນຢູ່ຕໍ່ໜ້າບໍລິເວນ ຫ້າມຄົນເຂົ້າອອກ ທີ່ໂຮງພະຍາບານໂໍຊລ (ວັນທີ 2 ມິຖຸນາ 2015)
ພະນັກງານທີ່ໂຮງໝໍ ຢືນຢູ່ຕໍ່ໜ້າບໍລິເວນ ຫ້າມຄົນເຂົ້າອອກ ທີ່ໂຮງພະຍາບານໂໍຊລ (ວັນທີ 2 ມິຖຸນາ 2015)

ກະຊວງສາທາລະນະສຸກເກົາຫຼີໃຕ້ ກ່າວວ່າ ມີ 2 ຄົນເສຍຊີວິດ
ຍ້ອນໂຣກກ່ຽວກັບລະບົບຫາຍໃຈຈາກພາກຕາເວັນອອກກາງ
ທີ່ເອີ້ນຫຍໍ້ວ່າ MERS ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫລາຍ
ຮ້ອຍຄົນ ຢູ່ໃນພາກຕາເວັນອອກກາງນັ້ນ.

ແມ່ຍິງອາຍຸ 58 ປີຄົນນຶ່ງ ໄດ້ເສຍຊີວິດ ໃນແລງວັນຈັນວານນີ້
ຍ້ອນລະບົບຫາຍໃຈຂອງຜູ້ກ່ຽວບໍ່ທຳງານ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ຊາຍອາຍຸ 71 ປີ ທີ່ໄດ້ຮັບການຊ່ອຍຫາຍ
ໃຈນັ້ນກໍເສຍຊີວິດເຊັ່ນດຽວກັນ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງວ່າ
ຜູ້ກ່ຽວເສຍຊີວິດເວລາໃດ.

ນອກນັ້ນກະຊວງສາທາລະນະສຸກຍັງລາຍງານກ່ຽວກັບ 6 ກໍລະນີໃໝ່ຂອງເຊື້ອໄວຣັສດັ່ງ ກ່າວ ທີ່ເຮັດໃຫ້ມີຜູ້ຕິດແລ້ວທັງໝົດ 25 ຄົນ.

ກະຊວງສາທາລະນະສຸກເວົ້າວ່າ 682 ຄົນທີ່ີພົວພັນຕິດຕໍ່ໃກ້ຊິດກັບພວກຄົນເຈັບເຊັ່ນສະ ມາຊິກໃນຄອບຄົວ ແລະພະນັກງານແພດໝໍ ແມ່ນໄດ້ຖືກແຍກໄວ້ ປິ່ນປົວຕ່າງຫາກຢູ່ທີ່ ເຮືອນຫລືສະຖານທີ່ພະຍາບານຂອງລັດຖະບານ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດນີ້ແຜ່ ລະບາດອອກໄປຕື່ມ.

ໂຕເລກຂອງຜູ້ຕິດເຊື້ອຄາດວ່າຈະເພີ້ມຂຶ້ນຕື່ມອີກ.

ໂຣກລະບົບຫາຍໃຈ MERS ແມ່ນພົວພັນກັບເຊື້ອໄວຣັສ ທີ່ຕິດແປດໃສ່ຫລາຍພັນຄົນ ໃນການລະບາດເມື່ອປີ 2003 ຂອງເຊື້ອພະຍາດກ່ຽວກັບລະບົບຫາຍໃຈຮ້າຍແຮງແລະ ຍັງບໍ່ທັນມີຢາປົວຫລືວັກຊີນປ້ອງກັນເທື່ອ. ໂຣກນີ້ ໄດ້ມີການລາຍງານເປັນເທື່ອທຳອິດ ຢູ່ຊາອຸດີ ອາຣາເບຍໃນປີ 2012 ແລະນັບແຕ່ນັ້ນມາກໍໄດ້ແຜ່ລາມໄປຍັງຫຼາຍໆປະເທດ ຕື່ມອີກ.

XS
SM
MD
LG