ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກທ່ານນາງ Merkel ຈະຕັ້ງ ລັດຖະບານ ປະສົມ ກັບພັກ ສັງຄົມ ປະຊາທິປັດ


ນາຍົກລັດຖະມົນຕີ Angela Merkel.
ນາຍົກລັດຖະມົນຕີ Angela Merkel.
ບັນດາ​ສະມາຊິກ​ສະພາ​ເຢຍຣະມັນ ​ໄດ້​ຕົກລົງກັນຂັ້ນ​ສຸດ​ທ້າຍ
ທີ່​ຈະ​ປະກອບ​ລັດຖະບານ​ປະສົມ​ຂຶ້ນ ​ເປັນ​ເວລາ 2 ​ເດືອ​ນ
ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ແລ້ວນັ້ນ.

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈລະຈາ ແບບ​ຍືດ​ເຍື້ອຍາວ​ນານ ​ໃນ​ວັນ​ອັງ
ຄານວານ​ນີ້ ​ເຈົ້າໜ້າທີ່ ຈາກ​ພັກສະຫະພັນ​ຄຣິສຕຽນ​ປະຊາ
ທິປະ​ໄຕ​ຫຼື Christian Democratic Union ຂອງ​ນາຍົກ
ລັດຖະມົນຕີ Angela Merkel ​ແລະ​ພັກສັງຄົມ​ປະຊາທິປັດ
​ຫຼື Social Democrats ກໍ​ໄດ້​ຕົກລົງໃນ​ທີ່​ສຸດທີ່​ຈະ​ປະກອບ
ລັດຖະບານ “​ປະສົມ​ຂະໜາດ​ໃຫຍ່” ທີ່​ຈະ​ສ້າງ ຕັ້ງກົດ​ລະບຽບ
​ບັງຄັບ​ຄ່າ​ແຮງຂັ້ນຕໍ່າ ແລະຈະ​ປັບປຸງນະ​ໂຍບາຍ​ກ່ຽວ​ກັບ
ທະ​ນາຄາ​ນ​ໃຫ້​ມີ​ປະສິດທິ​ພາບ​ສູງ​ຂຶ້ນ.

ລາຍ​ລະອຽດ​ກ່ຽວ​ກັບ​ແຜນການ​ຕັ້ງລັດຖະບານ​ປະສົມ ຄາດ​ວ່າຈະ​ອອກ​ມາ​ໃນ​ແລງ​
ວັນ​ພຸດ ​ມື້​ນີ້.

​ແຕ່​ກ່ອນ​ທີ່​ຈະ​ຕົກລົງ​ກັນ​ຂັ້ນສຸດ​ທ້າຍ​ນັ້ນ ​ແຜນການ​ດັ່ງກ່າວ​ນີ້​ຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ
​ແລະ​ລົງ​ຄະ​ແນນ​ສຽງ​ ຈາກສະມາຊິກ 470 ພັນ​ຄົນ​ ຂອງ​ພັກສັງຄົມ​ປະ​ຊາ​ທິປັດ ​ເສຍ​ກ່ອນ.
ຜົນ​ຂອງ​ການ​ລົງ​ຄະ​ແນນດັ່ງກ່າວ​ນີ້ ຄາດ​ວ່າຈະ​ເສັດ​ສິ້ນ​ໃນກາງ​ເດືອນ​ທັນວາ​ຈະ​ມາ​ເຖິງ​ນີ້.
ຖ້າ​ຫາກ​ວ່າ ການ​ຕົກລົງ​ກັບພັກສັງຄົມ​ປະ​ຊາ​ທິປັດ​ແຕກ​ຫັກ​ລົງ​ແລ້ວ ທ່ານ​ນາງ Merkel
ອາດ​ຈະ​ຕ້ອງ​ໄດ້​ເຂົ້າ​ຫາ​ພັກການເມືອງນ້ອຍໆ ຄືພັກ Green ​ເພື່ອ​ໄປ​ຂໍ​ຕັ້ງລັດຖະບານ​
ປະສົມ​ຮ່ວມ​ກັນ ຫຼື​ບໍ່​ກໍຈັດການ​ເລືອກ​ຕັ້ງໃໝ່​ເລີຍ.

ທ່ານ​ນາງ Merkel ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ທົ່ວປະ​ເທດ ໃນ​ເດືອນ​ກັນຍາ​ແລ້ວ​ນີ້ ​ແຕ່​ວ່າ​
ພັກ​ຂອງ​ທ່ານ​ນາງ ໄດ້​ສູນເສັຍ​ສຽງ​ສ່ວນ​ຫຼາຍ​ຢູ່ໃນ​ສະພາ ຊຶ່ງ​ບັງຄັບ​ໃຫ້​ທ່ານ​ນາງ​ຕ້ອງ​ໄດ້
ຊອກ​ຫາພັກ​ມາ​ຮ່ວມ​ເປັນ​ລັດຖະບານ​ປະສົມ​ນຳ.
XS
SM
MD
LG