ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງຂອງ ເຢຍຣະມັນ ຈະກໍ່ຕັ້ງ ລັດຖະບານ ປະສົມ


ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີແຄລ ຂອບໃຈສຽງຕົບມືຈາກບັນດາຜູ້ແທນ ໃນລະຫວ່າງການ
ປະຊຸມໃຫຍ່ ຂອງພັກ ສະຫະພັນ ຄຣິສຕຽນ ປະຊາທິປະໄຕ "CDU " ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ. 26 ມັງກອນ, 2018.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີແຄລ ຂອບໃຈສຽງຕົບມືຈາກບັນດາຜູ້ແທນ ໃນລະຫວ່າງການ ປະຊຸມໃຫຍ່ ຂອງພັກ ສະຫະພັນ ຄຣິສຕຽນ ປະຊາທິປະໄຕ "CDU " ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ. 26 ມັງກອນ, 2018.

ພັກສັງຄົມປະຊາທິປະໄຕຂອງ ເຢຍຣະມັນ ຫຼື SPD ໄດ້ລົງຄະແນນສຽງເພື່ອສ້າງຕັ້ງ
ລັດຖະບານປະສົມ ກັບພັກຄຣິສຕຽນປະຊາທິປະໄຕ ຫຼື CDU ຂອງທ່ານນາງ
ແອນເຈີລາ ເມີແຄລ "Angela Merkel" ໃນວັນອາທິດວານນີ້, ເປັນການສິ້ນສຸດ
ຄວາມບໍ່ແນ່ນອນດ້ານການເມືອງເປັນເວລາຫຼາຍເດືອນໃນປະເທດ.

ຈຳນວນ 2 ສ່ວນ 3 ຂອງພັກ SPD ໄດ້ລົງຄະແນນສຽງ ເພື່ອສ້າງຕັ້ງລັດຖະບານປະ
ສົມໃຫຍ່, ເພື່ອສືບສານລັດຖະບານທີ່ໄດ້ຄວບຄຸມເສດຖະກິດທີ່ໃຫຍ່ທີ່ສຸດຂອງ
ຢູໂຣບ ມານັບຕັ້ງແຕ່ປີ 2013. ຄະແນນທີ່ຂ້ອນຂ້າງຈະຫຼາຍ ໝາຍຄວາມວ່າ ທ່ານ
ນາງ ແອນເຈີລາ ເມີແຄລ ຜູ້ທີ່ໄດ້ປະຕິບັດໜ້າທີ່ເປັນນາຍົກຣັດຖະມົນຕີພາງເຢຍຣະມັນ
ມານັບຕັ້ງແຕ່ການລົງຄະແນນສຽງທີ່ສະຫຼຸບກັນບໍ່ໄດ້ໃນເດືອນກັນຍາທີ່ຜ່ານມານັ້ນ,
ອາດຈະໄດ້ສາບານໂຕເຂົ້າດຳລົງຕຳແໜ່ງສະໄໝທີ 4 ຂອງທ່ານນາງ ໃນກາງເດືອນນີ້
ກໍເປັນໄດ້.

ໃນບັນຊີ Twitter ຂອງພັກຂອງເພິ່ນໃນວັນອາທິດວານນີ້, ທ່ານນາງ ເມີແຄລ ໄດ້ເວົ້າ
ວ່າ “ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຮ່ວມກັບພັກ SPD ອີກຄັ້ງນຶ່ງສຳລັບຜົນປະ
ໂຫຍດຂອງປະເທດຂອງພວກເຮົາ.”

ການປະກາດຂອງຫົວໜ້າພັກ SPD ທ່ານ ໂອລາຟ ໂຊລສ "Olaf Scholz" ກ່ຽວກັບ
ຜົນການລົງຄະແນນສຽງ ແມ່ນໄດ້ຮັບສຽງຕົບມືຊົມເຊີຍໃນນະຄອນຫຼວງ ເບີລິນ ໃນ
ຕອນເຊົ້າຂອງວັນອາທິດວານນີ້.

ທ່ານ ໂຊລສ ໄດ້ເວົ້າວ່າ “ຕອນນີ້ພວກເຮົາໄດ້ຮັບຄວາມກະຈ່າງແຈ້ງແລ້ວ. ພັກ SPD
ຈະເຂົ້າຮ່ວມກັບລັດຖະບານຕໍ່ໄປຂອງ ເຢຍຣະມັນ”

ການລົງຄະແນນສຽງແມ່ນໄດ້ຖືກຊົມເຊີຍ ໂດຍສະເພາະຈາກປະເທດ ຝຣັ່ງ, ຜູ້ທີ່ກຳລັງ
ຊອກຫາຄູ່ຮ່ວມ ສຳລັບແຜນການປະຕິຮູບສະຫະພາບ ຢູໂຣບ ທີ່ມີຄວາມທະເຍີທະ
ຍານຂອງເຂົາເຈົ້າ.

ຖະແຫຼງການສະບັບນຶ່ງຈາກຫ້ອງການຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ
ມາຄຣົງ ໄດ້ກ່າວວ່າ “ຝຣັ່ງ ແລະ ເຢຍຣະມັນ ຈະເຮັດວຽກຮ່ວມກັນ ກ່ຽວກັບ ຂໍ້ລິເລີ່ມ
ໃໝ່ ໃນອາທິດທີ່ຈະມາເຖິງນີ້ ເພື່ອເຮັດໃຫ້ໂຄງການ ຢູໂຣບ ດຳເນີນໄປໜ້າ,” ຖະແຫຼງ
ການນັ້ນໄດ້ເວົ້າຕື່ມວ່າ ການລົງຄະແນນສຽງໃນວັນອາທິດວານນີ້ແມ່ນ “ຂ່າວດີສຳລັບ
ຢູໂຣບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG