ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ
ກ່າວຫາຣັດເຊຍວ່າ ພະຍາຍາມເຂົ້າຫຍຸ້ງກ່ຽວກັບຄວາມປາດ
ຖະໜາຂອງບັນດາປະເທດໃນຢູໂຣບຕາເວັນອອກ ທີ່ຢາກເຂົ້າ
ຮ່ວມໃນສະຫະພາບຢູໂຣບນັ້ນ.
ທ່ານນາງ Merkel ໄດ້ກ່າວຕໍ່ ໜັງສືພິມ Die Welt ຂອງເຢຍ
ຣະມັນ ວ່າຣັດເຊຍໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ Georgia,
Moldova ແລະຢູເຄຣນ ຫຼັງຈາກພວກປະເທດເຫຼົ່ານີ້ ຕັດສິນ
ໃຈພາຍໃຕ້ອະທິປະໄຕຂອງເຂົາເຈົ້າ ລົງນາມໃນຂໍ້ຕົກລົງຕ່າງໆ
ກັບສະຫະພາບຢູໂຣບນັ້ນ. ທ່ານນາງກ່າວຕື່ມວ່າ ຣັດເຊຍໄດ້
ທຳລາຍຂໍ້ຕົກລົງ ປີ 1994 ທີ່ຮັບປະກັນອະທິປະໄຕ ແລະເຂດ
ນ້ຳແດນດິນອັນຄົບຖ້ວນ ຂອງຢູເຄຣນ.
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໄດ້ສັ່ງໃຫ້ກຳລັງທະຫານຂອງທ່ານ ປະຕິບັດອັນທີ່ທ່ານເອີ້ນວ່າ “ມື້ແຫ່ງຄວາມມິດງຽບ” ໃນວັນອັງຄານມື້ອື່ນນີ້ ເພື່ອໃຫ້
ພວກທະຫານ ແລະພວກຫົວແບ່ງແຍກນິຍົມຣັດເຊຍ ມີໂອກາດປະກອບສັນຍາຢຸດຍິງ
ສະບັບໃໝ່.
ພວກຜູ້ບັນຊາການຝ່າຍກະບົດ ກໍໄດ້ຕົກລົງຕໍ່ການຢຸດຍິງກັນໃໝ່ໃນວັນທີ 9 ທັນວາ ຄືກັນ.
ສັນຍາຢຸດຍິງສະບັບປັດຈຸບັນ ທີ່ໄດ້ລົງນາມກັນໃນເດືອນກັນຍາຜ່ານມາ ໃນນະຄອນ Minsk ໄດ້ພັງທະລາຍໄປເກືອບໃນທັນທີ ແລະໄດ້ຖືກລະເມີດມາເປັນປະຈຳ ນັບແຕ່ໄດ້ລົງນາມກັນມາ.
ອົງການ NATO ໄດ້ກ່າວຫາຣັດເຊຍວ່າ ສົ່ງທະຫານແລະອາວຸດເຂົ້າໄປໃນພາກຕາເວັນອອກຂອງຢູເຄຣນ ເພື່ອຊ່ອຍພວກນັກຕໍ່ສູ້ຫົວແບ່ງແຍກຮັກສາດິນແດນ ທີ່ພວກເຂົາຍຶດເອົາໃນຕົ້ນປີນີ້. ວັງ Kremlin ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.