ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢຍຣະມັນ ກ່າວວ່າ ຍັງເບິ່ງບໍ່ເຫັນ ທີ່ວ່າຣັດເຊຍ ຈະໄດ້ ເຂົ້າຮ່ວມກອງປະຊຸມ ຂອງກຸ່ມຈີ 7


ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ກ່າວຖະແຫລງການ ກ່ຽວກັບ ສະຫະພາບຢູໂຣບ ແລະ ບັນດາປະເທດພາຄີ ກັບອະດີດສະຫະພາບໂຊຫວຽດ ຢູ່ທີ່ ລັດຖະສະພາເຢຍຣະມັນ Bundestag, ໃນນະຄອນຫຼວງ Berlin ຂອງເຢຍຣະມັນ, ວັນທີ 21 ພຶດສະພາ 2015.
ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ກ່າວຖະແຫລງການ ກ່ຽວກັບ ສະຫະພາບຢູໂຣບ ແລະ ບັນດາປະເທດພາຄີ ກັບອະດີດສະຫະພາບໂຊຫວຽດ ຢູ່ທີ່ ລັດຖະສະພາເຢຍຣະມັນ Bundestag, ໃນນະຄອນຫຼວງ Berlin ຂອງເຢຍຣະມັນ, ວັນທີ 21 ພຶດສະພາ 2015.

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel
ກ່າວ​ວ່າ ຍັງ “ບໍ່​ສາມາດ​ຈິນຕະນາການ​ອອກມາ​ໄດ້” ທີ່
​ຣັດ​ເຊຍ ຈະຮ່ວມໃນ ​ກອງ​ປະຊຸມບັນດາ​ປະ​ເທດ ທີ່ຈະເລີນທາງ
ດ້ານ​ອຸດສາຫະກຳ​ຂອງ​ໂລກ ຕາບ​ໃດ​ ທີ່ຣັດ​ເຊຍ ​ຍັງ​ກ່ຽວ​ພັນ ​
ໃນ​ຂໍ້​ຂັດ​ແຍ້​ງຢູ່​ໃນ​ຢູເຄຣນ.

ທ່ານ​ນາງ Merkel ກ່າວ​ຖະ​ແຫລ​ງຕໍ່​ລັດຖະສະພາ ​ຢູ່​ນະຄອນ
ຫຼວງ Berlin ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ກອງ​ປະຊຸມ ຂອງ​ກຸ່ມ 7
ປະ​ເທດ ທີ່ຈະເລີນດ້ານອຸດສາຫະກຳ ໃນ​ເດືອນ​ໜ້າ​ນີ້ ຢູ່​ທີ່ລັດ
Bavaria ຂອງ​ເຢຍຣະມັນ ຈະ​ບໍ່​ຮວມທັງຣັດ​ເຊຍ ທີ່​ຖືກ​ກ່າວ​ຫາ
​ວ່າ ​ໃຫ້ການ​ໜຸນຫຼັງພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຕໍ່ສູ້​
ກັບ ລັດຖະບານ​ Kyiv.

ທ່ານ​ນາງ ​ໄດ້ໃຫ້​ຂໍ້​ສັງ​ເກດ ວ່າ ຜ່ານ​ມາຣັດ​ເຊຍ​ໄດ້​ມີ​ສ່ວນ​ຮ່ວມ ​ໃນ​ກອງ​ປະຊຸມ​ສຸດ​ຍອດ
ບັນດາ​ປະ​ເທດ ທີ່ຈະເລີນດ້ານ​ອຸດສາຫະກຳ​ ຢູ່​ທີ່ ນະຄອນຫຼວງ Vilnius ຂອງ​ລີ​ທົວ​ເນຍ​
ໃນ​ປີ 2013 ​ແຕ່​ຕອນ​ນັ້ນ ​ແມ່ນກ່ອນ​ໜ້າການ​ຍຶດ​ເອົາ​ແຫຼມ Crimea ​ເຂົ້າມາ​ເປັນ​ຂອງ
ມົສກູ ​ຊຶ່ງ​ເປັນ​ການລະ​ເມີດ ​ຕໍ່​ກົດໝາຍ​ສາກົນນັ້ນ. ​ທ່ານ​ນາງ​ກ່າວ​ວ່າ “ການ​ກັບ​ຄືນ​ເຂົ້າ​
ມາຮ່ວມກຸ່ມ G8”
​ແມ່ນເປັນ​ໄປ​ບໍ່​ໄດ້ ຕາບ​ໃດ ຣັດ​ເຊຍ​ຍັງ​ບໍ່​ມີຄວາມໝັ້ນໝາຍ ຕໍ່​ຫຼັກການພື້ນຖານ​ຕ່າງໆ ຂອງ​ກົດໝາຍ​ສາກົນ.

ທ່ານ​ນາງ Merkel ຈະ​ເດີນໄປ ນະຄອນຫຼວງ Riga ຂອງ​ລັດ​ເວ​ຍ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ ບັນດາຜູ້ນຳສະຫະພາບ​ຢູ​ໂຣບ ​ແລະ ບັນດາ​ປະ​ເທດ​ໃນ​ເຂດຢູ​ໂຣບ​ຕາ​ເວັນ​ອອກ ​ເຊັ່ນ Armenia Azerbaijan Belarus Georgia Moldova ​ແລະ Ukraine. ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຈະ​ບໍ່​ໄດ້ ໄປຮ່ວມກອງປະຊຸມດັ່ງກ່າວ.

EU Summit Courts Former Soviet States Amidst Simmering Ukraine Conflict
please wait

No media source currently available

0:00 0:03:13 0:00

XS
SM
MD
LG