ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ສ່ຽງຕໍ່ການໄດ້ຮັບ ຄວາມເສຍຫາຍ ຢ່າງໃຫຍ່ຫຼວງ ໃນວິກິດການ ຢູເຄຣນ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີເຢຍຣະ​ມັນ ທ່າ​ນນາງ Angela Merkel
ນາຍົກລັດຖະມົນຕີເຢຍຣະ​ມັນ ທ່າ​ນນາງ Angela Merkel
ນາຍົກລັດຖະມົນຕີ​ເຢຍຣະ​ມັນທ່າ​ນນາງ Angela Merkel
ກ່າວວ່າ ຣັດ​ເຊຍສ່ຽງຕໍ່​ການ​ປະສົບ​ກັບຄວາມ​ເສຍ​ຫາຍທາງ
ການ​ເມືອງແລະ​ເສດຖະກິດ “ຢ່າງ​ໃຫຍ່​ຫຼວງ” ຖ້າ​ຫາ​ກວ່າ ບໍ່​
ປ່ຽນ​ທິດ​ທາງເດີນ​ຂອງ​ຕົນ​ ໃນວິ​ກິດ​ການ​ຢູູ່ໃນຢູ​ເຄຣນ.​

ຢູ່​ໃນ​ຄຳຖະ​ແຫລ​ງຕໍ່ ສະພາ​ແຫ່ງ​ຊາດ​ເຢຍຣະ​ມັນ ​ໃນ​ວັນ​
ພະຫັດ​ມື້​ນີ້ ທ່ານ​ນາງ Merkel ກ່າວ​ວ່າ ​ເຂດ​ນ້ຳແດນດິນ​
ອັນ​ຄົບ​ຖ້ວນ ຂອງຢູ​ເຄຣນ “ບໍ່​ແມ່ນ​ເລື້ອງ​ທີ່​ຈະ​ນຳ​ຂື້ນ​ມາ​
ສົນທະນາກັນ.”

Crimea Referendum Vote on Track for Joining Russia
please wait

No media source currently available

0:00 0:01:58 0:00


ບັນດາປະ​ເທດ​ຕາ​ເວັນ​ຕົກ ​ແລະຣັດ​ເຊຍ ​ກຳລັງ​ຈຶ້ງຢູ່​ໃນ​ທ່າ​ປະ​ເຊີນ​ໜ້າ​ກັນ​ຢ່າງເຄັ່ງຄຽດ
ຍ້ອນເລື້ອງ​ທີ່​ທະຫານຣັດເຊຍ ​ໄດ້ບຸກລຸກ​ເຂົ້າ​ໄປໃນ​ແຫລມ Crimea ​ຂອງ ຢູ​ເຄຣນ.

ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ເຕືອນຣັດ​ເຊຍ ອີກໃນ​ວັນ​ພຸດ​ວານ
​ນີ້​ວ່າ ປະ​ເທດ​ຕາ​ເວັນ​ຕົກຈະ “​ຄິດລາ​ຄາ” ​ຈາກມົສກູ ຖ້າ​ຫາກ​ວ່າຣັດ​ເຊຍ​ຍັງ​ສືບ​ຕໍ່​ແຊກແຊ​ງ
​ເຂົ້າ​ໃນກິດຈະການ​ຂອງຢູ​ເຄຣນ.



​ໃນ​ການກ່າວ​ຢູ່່​ທີ່ທຳນຽບຂາວ ຄຽງຂ້າງ ທ່ານ Arseniy Yatsenyuk ນາ​ຍົກ​ລັດຖະມົນຕີ​ຊົ່ວ
ຄາວຂອງ​ຢູ​ເຄຣນນັ້ນ ທ່ານ Obama ກ່າວ​ວ່າ ວໍ​ຊິງ​ຕັນ “ປະ​ຕິ​ເສດ​ຢ່າງ​ສິ້ນ​ເຊີງ” ຕໍ່​ການ​ລົງ​
ປະຊາ​ມະຕິ ທີ່ Crimea ໄດ້​ວາງ​ແຜນ​ວ່າ​ຈະ​ຈັດ​ຂຶ້ນໃນ​ວັນ​ອາທິດຈະ​ມາ​ເຖິງ​ນີ້ ກ່ຽວ​ກັບວ່າ
ຈະແຍກ​ອອກ​ຈາກຢູ​ເຄຣນ ​ແລະໄປ ເຂົ້າ​ຮ່ວມ​ກັບ ຣັດ​ເຊຍ ຫລື​ບໍ່​ນັ້ນ. ທ່ານກ່າວ​ວ່າ ການ​ລົງ​
ຄະ​ແນນ​ສຽງ​ດັ່ງກ່າວ “ທີ່​ຈັດແຈງ​ຂຶ້ນ​ພາຍ​ໃນ​ເວລາ​ບໍ່​ເທົ່າ​ໃດ​ອາທິດ” ​ແມ່ນ​ເປັນ​ການ​ຝ່າຝືນ​ຕໍ່​
ກົດ​ໝາຍ​ສາກົນ.

Obama Hosts Ukrainian Prime Minister in Signal to Russia
please wait

No media source currently available

0:00 0:02:40 0:00
XS
SM
MD
LG