ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຄົ້ນ ໄດ້ເລີ້ມຄືນ ໃນບ່ອນເຮືອບິນ ສາຍການບິນ ເຢຍຣະມັນ ຕົກ ທີ່ຝຣັ່ງ


ທ່ານ Frank-Walter Steinmeier ລມຕ ຕ່າງປະເທດ (ກາງ) ລມຕ ຂົນສົ່ງ Alexander Dobrindt (ຂວາ) ຂອງເຢຍຣະມັນ ເດີນທາງໄປຮອດ ໃກ້ກັບບ່ອນສາຍການບິນ Germanwings Airbus A320 ໃກ້ເມືອງ Seyne-les-Alpes ວັນທີ 24 ມີນາ 2015.
ທ່ານ Frank-Walter Steinmeier ລມຕ ຕ່າງປະເທດ (ກາງ) ລມຕ ຂົນສົ່ງ Alexander Dobrindt (ຂວາ) ຂອງເຢຍຣະມັນ ເດີນທາງໄປຮອດ ໃກ້ກັບບ່ອນສາຍການບິນ Germanwings Airbus A320 ໃກ້ເມືອງ Seyne-les-Alpes ວັນທີ 24 ມີນາ 2015.

ຄວາມ​ພະຍາຍາມ​ໃນ​ການ​ເກັບ​ກູ້ ​ໄດ້​ເລີ້ມ​ຄືນອີກ ​ໃນ​ບ່ອນ​ທີ່
ເຮືອບິນ Airbus A320 ຂອງ​ສາຍ​ການບິນ ​Germanwings​
ເກີດ​ອຸບັດ​ເຫດ​ຕົກ ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ເຂດ​ເທິງ​ພູ Alps
ຂອງຝຣັ່ງ ຊຶ່ງ​ເຮັດ​ໃຫ້​ພວກ​ຄົນ​ໂດຍສານ​ພ້ອມ​ທັງ​ຈຸ​ບິນ​ທັງ​ໝົດ
150 ຄົນ​ເສຍ​ຊີວິດ​ນັ້ນ.

ກະຊວງ​ພາຍ​ໃນ​ຝຣັ່ງ ກ່າວ​ວ່າ ໜຶ່ງ​ໃນ​ບັນດາ​ທີ່​ເອີ້ນ​ວ່າ “ຫີບ​
ດຳ​ຫຼື ”blackboxes”
ຈາກ​ຖ້ຽວ​ບິນ 4U 9525 ຂອງ​ສາຍ
​ການບິນ Germanwings ​ຖືກ​ເກັບ​ກູ້​ໄດ້​ແລ້ວ ​ແຕ່​ໄດ້​ຮັບ​
ຄວາມ​ເສຍ​ຫາຍ ​ແລະ​ເວລາ​ນີ້​ກຳລັງ​ມີ​ການ​ວິ​ໄຈ​ກັນ​ຢູ່​ທີ່​ນະ
ຄອນຫຼວງ​ປາຣີ ​ເພື່ອ​ຊອກ​ຫາ​ຮ່ອງຮອຍ​ຂອງ​ສາຍ​ເຫດ​ທີ່​ພາ​
ໃຫ້​ເຮືອ​ບິນ​ລຳ​ນີ້​ຕົກ​ນັ້ນ.

ຄາດ​ກັນ​ວ່າ ນາຍົກລັດຖະມົນຕີ Angela Merkel ​ແຫ່ງ​ເຢຍຣະມັນ ປະທານາທິບໍດີ
Francois Hollande ​ແຫ່ງ​ຝຣັ່ງ ​ແລະນາຍົກລັດຖະມົນຕີ Mariano Rajoy ​ແຫ່ງ​ສະ
​ເປ​ນຈະ​ໄປ​ເບິ່ງ​ບ່ອນ​ເກີດ​ອຸບັດ​ເຫດ​ ໃນ​ວັນ​ພຸດ​ມື້​ນີ້.

​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ບໍ່​ມີ​ການໃຫ້​ສັນຍານຂໍ​ຄວາມ​ຊ່ອຍ​ເຫຼືອ​ໃດໆ ​ໃນ​ຂະ​ຂະ​ທີ່​ກຳລັງ​ບິນ ຈາກ​ເມືອງ Barcelona ຂອງ​
ສະ​ເປ​ນ ​ໄປ​ຫາ​ເມືອງ Dusseldorf ຂອງ​ເຢຍຣະມັນ. ​ເຊື່ອ​ກັນ​ວ່າ​ພວກ​ຄົນ​ໂດຍສານ​
ແມ່ນ​ຮວມທັງ​ຊາວ​ສະ​ເປ​ນ​ແລະ​ຊາວ​ເຢຍຣະມັນ​ເປັນ​ຈຳນວນ​ຫຼາຍ ຕະຫຼອດ​ທັງ​ພວກ​ຄົນ​ຊາດອື່ນໆ​ຈາກ​ເທີ​ກີ ​ເນ​ເທີ​ແລນ ​ແລະ​ອອສ​ເຕຣ​ເລ​ຍ.

​ມີ​ການເຊື່ອ​ກັນ​ອີກ​ວ່າ ໃນ​ບັນດາ​ພວກ​ຄົນ​ໂດຍສານ​ນັ້ນ ​ມີ​ນັກ​ຮ້ອງ opera ​ເຢຍຣະມັນ​ຄູ່​ໜຶ່ງ ​ແລະ​ພວກ​ໄວ​ລຸຸ້ນ​ເຢຍຣະມັນ 16 ຄົນທີ່​ກຳລັງ​ກັບ​ຄືນ​ຈາກ​ການ​ໄປ​ທັດສະນະ​ສຶກສາ​ຂອງ​ໂຮງຮຽນ.

ບໍລິສັດ Lufthansa ຊຶ່ງ​ເປັນ​ບໍລິສັດ​ແມ່​ ຂອງ​ບໍລິສັດສາຍ​ການບິນລາ ຄາຖືກ German
wings ກ່າວ​ວ່າ​ຕົນ​ກຳລັງ​ຖືເລື້ອງເຮືອບິນ​ຕົກ​ນີ້​ເປັນ​ອຸບັດ​ເຫດ​ໃນ​ເວລາ​ນີ້ ​ແລະ​ກ່າວ
​ເຕືອນ​ວ່າ ການອ້າງ​ອີງ​ໃດໆ​ ໃນ​ປັດຈຸບັນ ​ຕໍ່​ການກໍ່​ການ​ຮ້າຍ​ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ​ຍັງ​
ເປັນ​ຄາດ​ຄະ​ເນ​ກັນ​ຊື່ໆ. ທຳນຽບຂາວ​ກໍ​ລາຍ​ງານ​ໃຫ້​ຮູ້​ວ່າ ​ໃນ​ຂັ້ນ​ຕົ້ນ​ນີ້ ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ກັບ​ການ​ກໍ່​ການ​ຮ້າຍ.

France Airplane Crash
please wait
Embed

No media source currently available

0:00 0:01:05 0:00

ບໍລິສັດ Germanwings ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ ກ່າວ​ວ່າ ຕົນ​ໄດ້​ລົບ​ລ້າງ​ຖ້ຽວ​ບິນ​ຫຼາຍ​ຖ້ຽວ ທີ່​ກຳນົດ​ຈະ​ອອກ​ບິນ​ໃນ​ວັນ​ພຸດ​ມື້​ນີ້ຍ້ອນ​ພວກ​ຈຸ​ບິນ​ຂໍ​ຮ້ອງ​ບໍ່​ໃຫ້​ບິນ. ສາຍ​ການ
ບິນ​ດັ່ງກ່າວ​ ຍັງ​ກ່າວຕື່ມ​ວ່າ ຕົນ “ມີ​ຄວາມ​ສະ​ເທືອ​ນຈິດສະ​ເທືອ​ນ​ໃຈ​ແລະ​ໂສກ​ເສົ້າ” ນຳ​ເຮືອ​ບິນ​ຕົກ​ນີ້ ​ແລະ ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່ຈະ​ມີ​ການ​ສືບສວນ​ສອບ​ສວນ​ຢ່າງ​ເຕັມ​ທີ່.

XS
SM
MD
LG