ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາຍົກ ເຢຍຣະມັນ ກ່າວວ່າ ໂຄຕ້າຮັບ ອົບພະຍົບ ເປັນພຽງບາດ ກ້າວທຳອິດ


Europe Migrants
please wait
Embed

No media source currently available

0:00 0:02:22 0:00

ນາຍົກ​ລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel
​ໄດ້​ແຈ້ງໃຫ້ຜູ້ປົກຄອງ 16 ລັດຂອງປະເທດທ່ານນາງ​ຊາບ
ກ່ຽວກັບການ​ຕົກລົງຂອງຢູໂຣບຮັບເອົາແຜນ​ໂຄ​ຕ້າທີ່ຈະ
ຊ່ວຍເຫລືອ​ພວກ​ອົບ​ພະຍົບ 120 ພັນ​ຄົນນັ້ນ​ວ່າ ເປັນຮ່ອງ
ຮອຍຂອງຄວາມສາມັກຄີ ແຕ່ກໍເຕືອນວ່າ ນີ້​ແມ່ນພຽງບາດ
ກ້າວ​ທຳ​ອິດເທົ່າ​ນັ້ນ.

ທ່ານ​ນາງ​ໄດ້​ກ່າວ​ວ່າ ທີ່ກອງປະຊຸມຢູ່​ນະຄອນ​ຫຼວງ Berlin
​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ​ຢູ​ໂຣບ“ຍັງ​ຫ່າງ​ໄກ” ຈາກ​ຈຸດໝາຍ
”​ປາຍທາງ​ທີ່​ຈຳ​ເປັນ​ ໃນ​ການ​ແກ້​ໄຂ​ສະຖານະການ. ທ່ານ​ນາງ
​ໄດ້​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ຊິເຣຍທີ່​ຍັງ​ຜົນ​ໃຫ້​ມີ​ການ​ອົບ​ພະຍົບຂອງ​ພວກ​ຜູ້​ຄົນ​ ຈຳ​ນວນ ຫຼວງຫຼາຍນີ້ ​ແມ່ນສາມາດ​ແກ້​ໄຂ​ໄດ້ ຈາກພຽງ​ແຕ່ການຊ່ວຍເຫລືອຂອງສະຫະລັດ ຣັດ​ເຊຍ ​ແລະພາກ​ຕາ​ເວັນ​ອອກ​ກາງ​ ເທົ່າ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ຜູ້ນຳ​ຂອງສະຫະພາບ​ຢູ​ໂຣບ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້​ເງິນ​ຊ່ອຍ​ເຫຼືອ
1 ພັນ 100 ລ້ານ​ໂດ​ລ່າ​ແກ່​ອົງການ​ຊ່ອຍ​ເຫຼືອ​ນາໆ​ຊາດ ​ໃນ​ການບັນ​ເທົາ​ທຸກພວກ​ອົບ​ພະຍົບ​ໃນ​ສູນຕ່າງທີ່ຢູ່​ໃກ້ໆ​ກັບປະ​ເທດ​ຂອງ​ພວກເຂົາ​ເຈົ້າ.

ປະທານ​ສະພາ​ສະຫະພາບ​ຢູ​ໂຣບ ທ່ານ Donald Tusk ​ໄດ້​ປະກາດ​ກ່ຽວກັບເລື້ອງ​ນີ້ ຫຼັງ ຈາກ​ກອງ​ປະຊຸມສຸກເສີນ​ສຸດ​ຍອດ ​ໃນ​ນະຄອນ Brussels ທີ່​ສິ້ນ​ສຸດ​ລົງ​ໃນ​ເຊົ້າ​ວັນ​ພະຫັດ​
ມື້​ນີ້.

ທ່ານ​ໄດ້​ກ່າວ​ວ່າ ພວກ​ຜູ້ນຳຈາກ 28 ປະ​ເທດ​ສະມາຊິກສະຫະພາບຢູ​ໂຣບ ​ໄດ້​ຕົກລົງ​ເຫັນ
​ ດີ ເພີ້​ມ​ເງິນ​ຊ່ອຍ​ເຫຼືອ​ໃຫ້​ແກ່ປະເທດຕ່າງໆເຊັ່ນ Lebanon, Jordan ​ແລະ​ເທີ​ກີ ຊຶ່ງ​ເປັນ​ ປະ​ເທດ​ທີ່​ໃຫ້ການ​ຊ່ອຍ​ເຫຼື​ອພວກ​ອົບ​ພະຍົບຈຳ​ນວນ​ຫຼາຍ​ລ້ານ​ຄົນ ທີ່ຫລົບ​ໜີ​ໄພສົງຄາມ
ມາ​ຈາກຊິ​ເຣຍ.

ນອກນັ້ນ ທ່ານ Tusk ​ຍັງໄດ້​ກ່າວ​ວ່າ ບັນດາ​ຜູ້ນຳຍັງ​ໄດ້​ຕົກລົງ​ກັນ​ ທີ່​ຈະ “ສ້າງຕັ້ງ​ສະຖານ
ທີ່ຮີບດ່ວນ ຫຼື hotspots” ພາຍ​ໃນ​ທ້າຍ ​ເດືອນ​ພະຈິກ​ນີ້ ບ່ອນ​ທີ່​ຊ່ຽວຊານ​ຢູ​ໂຣບ ສາມາດ
​ຈົດ​ທະບຽນ​ຜູ້​ຄົນທີ່​ຈັດ​ວ່າເປັນ​ພວກ​ອົບພະຍົບ ຊຶ່ງ​ຄວນ​ຖືກ​ຄຸ້ມ​ຄອງ​ນັ້ນ.”

ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ຍັງມີ​ຈຸດປະສົງ​ທີ່​ຈະ​ຄັດເລືອກ​ພວກ​ອົບ​ພະຍົບທາງ​ດ້ານເສດ
ຖະກິດອອກ ​ຊົງບໍ່ມີທ່າທາງ​ວ່າ​ ຈະ​ໄດ້​ຮັບອະນຸຍາດ ​ໃຫ້​ຂໍ​ລີ້​ໄພຢູ່ໃນ​ຢູ​ໂຣບໄດ້ນັ້ນ.

Syrian Refugees in Turkey Miss Home on Eid
please wait

No media source currently available

0:00 0:01:22 0:00

XS
SM
MD
LG