ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ພັກ ທ່ານນາງ Merkel ຊະນະ ການເລືອກຕັ້ງ ​ຢູ່ ເຢຍຣະມັນ


ທ່ານນາງ Angela Merkel ກໍາລັງປ່ອນບັດລົງຄະແນນສຽງ ທີ່ກຸງເບີລິນ ປະເທດເຢຍຣະມັນ
ທ່ານນາງ Angela Merkel ກໍາລັງປ່ອນບັດລົງຄະແນນສຽງ ທີ່ກຸງເບີລິນ ປະເທດເຢຍຣະມັນ
ນາຍົກລັດຖະມົນ​ຕີ ທ່ານ​ນາງ Angela Merkel ​ໄດ້ໄຊຊະນະ​
ການ​ເລືອກ​ຕັ້ງ​ໃນ ​ເຢຍລະ​ມັນ ​ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ກໍໄດ້​
ຈົບ​ລົງດ້ວຍຄະ​ແນນ​ສຽງ​ລື່ນ ສຽງ​ສ່ວນ​ຫລາຍ​ແຕ່ພຽງໜ້ອຍ​ດຽວ.

ຜົນ​ເລືອກ​ຕັ້ງບັ້ນສຸດ​ທ້າຍ​ໄດ້ເຣັດໃຫ້​ ທ່ານ​ນາງ Merkel ພັກປະ
ຊາທິປະ​ໄຕ ຄຣິສຕຽນ ​ໄດ້​ຄະ​ແນນ 41.5 ​ເປີ​ເຊ​ນ ຂອງ​ການ​ລົງ
ຄະແນນ​ສຽງ ຊຶ່ງ​ຍັງ​ເຫຼືອ​ແຕ່ພຽງ 5 ບ່ອນ​ນັ່ງ​ຈຶ່ງ​ຈະ​ໄດ້​ເປັນສຽງ​
ສ່ວນ​ຫລາຍຢູ່​ໃນສະພາ​ຕໍ່າ.

ມີ​ທ່າ​ທາງ​ວ່າ ທ່ານ​ນາງ ​ຈະ​ຕ້ອງ​ໄດ້​ຂົນຂວາຍ​ເອົາ​ສຽງ​ມາ​ຈາກ
ພັກ​ສັງຄົມ​ນິຍົມ​ປະຊາທິປະໄຕ ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ປະມານ 26
​ເປີ​ເຊ​ນຂອງ​ການ​ລົງ​ຄະ​ແນນ​ສຽງນັ້ນ.

ທ່ານ​ນາງ Merkel ຕ້ອງການ​ຢາກຈະ​ໄດ້​ຄູ່​ຮ່ວມ​ງານ​ທີ່​ເສຣີຈາກ ພັກ​ເສຣີ ປະຊາທິປະໄຕ ທີ່​ໄດ້​ຄະ​ແນນ​ແຕ່​ພຽງ 4.8 ​ເປີ​ເຊ​ນຂອງ​ການ​ລົງ​ຄະ​ແນນ​ສຽງ ຂາດ​ໄປ 5 ​ເປີ​ເຊ​ນ ກ່ອນ​ຈະ​ໄດ້​ບ່ອນ​ນັ່ງ​ໃນ​ສະພາ.

“ນີ້​ເປັນ​ຜົນ​ອັນ​ຍິ່ງ​ໃຫຍ່” ທ່ານ​ນາງ Metkel ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ທີ່​ພາ
ກັນຮ້ອງໂຮ. “ພວກ​ເຮົາ​ຈະ​ກະທໍາ​ທຸກ​ວິ​ທີ່​ທາງ​ຮ່ວມ​ກັນ ​ໃນ​ອີກ​ສີ່​ປີ​ຂ້າງ​ໜ້າ ​ເພື່ອ​ຈະ
ເຮັດ​ໃຫ້ຊ່ວງ​ເວລາ​ດັ່ງ​ກ່າວ​ໄດ້​ເປັນ​ປີທີ່​ປະສົບ​ຜົນ​ສໍາ​ເລັດ​ແກ່ ​ເຢຍລະ​ມັນ.
XS
SM
MD
LG