ຍານສໍາຫລວດ Messenger ໄດ້ບິນເຂົ້າບິນເຂົ້າສູ່ວົງ
ໂຄຈອນແລ້ວໃກ້ໆເຂດຂົ້ວຂອງດາວພະພຸດ ໃນເວລາ
ປະມານ 12 ໂມງ 54 ນາທີ ຕາມເວລາມາດຕະຖານ
ສາກົນ ຫລັງຈາກໄດ້ຍິງເຄຶ່ອງຈັກຂັບດັນເປັນເວລາ
15 ນາທີເພື່ອລົດຄວາມໄວຂອງຍານອະວະກາດດັ່ງ
ກ່າວລົງແລະ ບິນເຂົ້າໄປຢູ່ໃນຕໍາແໜ່ງທີ່ເໝາະສົມ
ສໍາລັບການນັດພົບກັບດາວນົບພະ ເຄາະຂອງຕົນ.
ບໍ່ປາກົດວ່າໄດ້ມີການບັນທຶກຮູບພາບໃດໆກ່ຽວກັບເຫດການທີ່ເປັນປະວັດສາດຄັ້ງນີ້ ມີພຽງແຕ່ພວກນັກວິທະຍາສາດຜູ້ຫ້າວຫັນໄດ້ພາກັນຕິດຕາມເບິ່ງຄວາມກ້າວໜ້າຂອງຂອງຍານສໍາຫລວດຢ່າງໄກ້ຊິດໂດຍຂໍ້ມູນຕ່າງໆທີ່ສົ່ງຕໍ່ມາຍັງໂລກ ດ້ວຍລະບົບເຄືອຂ່າຍສາຍອາກາດວິທະຍຸເພື່ອເຈາະ ເລີກອະວະກາດຂອງອົງການນາຊາທີ່ໄດ້ເລັງໃສ່ຍານ Messenger ນັ້ນ.
ທ່ານ ເອັດ ວາຍເລີ ຮອງຜູ້ປົກຄອງຂອງອົງການນາຊາ ຮັບຜິດຊອບ ການອໍານວຍການປະຕິບັດງານວິທະຍາສາດ ໄດ້ຢືນຢັນເຖິງຄວາມສໍາເລັດຂອງການປະຕິບັດງານດັ່ງກ່າວ ແລະຄວາມຮູ້ສຶກໂລ່ງໃຈຂອງພວກຜູ້ຈັດການດ້ານ ຕ່າງໆໃນປະຕິບັດງານ ທີ່ຫ້ອງແລບ Applied Physics ຂອງມະຫາວິທະຍາໄລ Johns Hopkins ໃນລັດແມຣີແລນດ໌ ທ່ານ ເອັດ ວາຍເລີ ກ່າວຕໍ່ໄປວ່າ:
ທ່ານ ວາຍເລີ ກ່າວວ່າ “ຄວາມຮູ້ສຶກເປັນທີ່ໜ້າເຫລືອເຊື່ອຫລາຍ ພວກເຮົາຮູ້ວ່າເຄຶ່ອງຈັກໄດ້ທໍາ ງານ ມັນເລີ່ມທໍາງານ ຄືມັນທໍາງານກົງກັບເວລາ ແລະພວກເຄຶ່ອງຈັກກໍຢຸດທໍາງານ ການປ່ຽນແປງ ຄວາມຖີ່ຂອງເຣດ້າ Doppler ກໍຖືກຕ້ອງ ແລະຮ່ອງຮອຍຂອງການຊີ້ບອກຕ່າງໆນັ້ນແມ່ນວ່າພວກເຮົາໄດ້ເຂົ້າສູ່ ວົງໂຄຈອນແລ້ວ.”
ບັດນີ້ ຍານ Messenger ເປັນຍານອະວະກາດລໍາທໍາອິດທີ່ສາມາດ ໂຄຈອນອ້ອມດາວພະພຸດ. ຂໍ້ມູນທີ່ໄດ້ຮັບທີ່ໄກ້ທີ່ສຸດຊຸດສຸດທ້າຍຂອງດວງດາວທີ່ຮ້ອນເປັນໄຟໜ່ວຍນີ້ ແມ່ນໄດ້ຖືກເກັບກໍາໂດຍຍານ Mariner 10 ຂອງອົງການນາຊາ ໃນການປະຕິບັດການບິນຜ່ານໃນ ກາງຊຸມປີ 1970.
ການເດີນທາງ ໃນລະຍະທາງເກືອບ ແປດພັນລ້ານກິໂລເມດຂອງຍານ Messenger ໄປຍັງດາວພະພຸດນັ້ນ ແມ່ນເລີ່ມຂຶ້ນເມື່ອຫົກປີເຄິ່ງຜ່ານມາ. ການປະຕິບັດການຂອງຍານດັ່ງກ່າວນີ້ມີໂຮມທັງການບິນໂຄຈອນ ຜ່ານເຂດຊັ້ນໃນອະວະກາດຂອງໂລກ ດາວພະສຸກ ແລະດາວພະພຸດ ໂດຍໃຊ້ແຮງດຶງດູດຂອງດາວເຫຼົ່ານີ້ຊ່ວຍ ແລະການທົດລອງບິນໃນວົງໂຄຈອນ.
ຈຸດຕໍ່າສຸດຂອງການໂຄຈອນແບບຮູບໄຂ່ຂອງຍານ Messenger ນັ້ນ ມັນຈະບິນໂຄຈອນ 200 ກິໂລເມດຫ່າງຈາກພື້ນຜິວຂອງດາວນົບພະເຄາະ.
ແລະຈຸດທີ່ໄກ້ທີ່ສຸດ ກໍຄືຍານ Messenger ຈະເດີນທາງໃນລະຍະທາງປະມານ 46 ລ້ານ
ກິໂລເມດຫ່າງຈາກດວງຕາເວັນ.
ຍານ Messenger ຊຶ່ງຖືກສ້າງຂຶ້ນເພື່ອສາມາດຕ້ານແລະທົນທານຕໍ່ ຄວາມຮ້ອນສູງນັ້ນ ໄດ້ບັນທຸກອຸປະກອນສໍາຫລວດດ້ານວິທະຍາສາດເຈັດຢ່າງ ທີ່ທ່ານ Sean Solomon ຫົວໜ້າປະຕິບັດການສໍາຫລວດໃຫຍ່ ຫວັງວ່າຈະຕອບຄໍາຖາມທີ່ໜ້າສົນໃຈເຫລົ່ານີ້ ບໍ່ແມ່ນແຕ່ກ່ຽວກັບດາວພະພຸດເທົ່ານັ້ນ ແຕ່ຍັງກ່ຽວກັບດວງດາວອື່ນໆຂອງລະບົບສຸຣິຍະຈັກ ກະວານນັ້ນນໍາ.
ດັ່ງຕົວຢ່າງ ທ່ານ ໂຊໂລມອນ ກ່າວວ່າ ພວກນັກວິທະຍາສາດຕ້ອງການ ຢາກຮູ້ຈັກວ່າເປັນຫຍັງດາວພະພຸດທີ່ມີຂະໜາດນ້ອຍໆເທົ່າກັບດວງຈັນ ແຕ່ມີຄວາມໜາແໜ້ນເປັນສອງເທົ່າຂອງໂລກມະນຸດ. ທ່ານໂຊໂລມອນ ຊີ້ແຈງຕໍ່ໄປວ່າ:
“ດາວດວງນີ້ ເກີດຂຶ້ນມາຈາກກົດເກນດຽວກັນ ແລະກໍ່ຕົວໃນເວລາດຽວກັນ
ຂັ້ນຕອນດຽວກັນ ເໝືອນກັບໂລກ ດາວພະ ອັງຄານແລະດາວພະສຸກ ແຕ່ມັນ
ປາກົດອອກມາໃຫ້ເຫັນຢ່າງແຕກຕ່າງກັນຫລາຍ. ແລະດັ່ງນັ້ນ ສິ່ງທ້າທາຍຕໍ່
ວົງການວິທະຍາສາດດ້ານດາວນົບພະເຄາະໃນເວລານີ້ ກໍຄືຈະຕ້ອງຊອກຫາ
ທິດສະດີໂດຍທົ່ວໄປກ່ຽວກັບການກໍ່ຕົວຂອງພວກດາວນົພະເຄາະ ແລະມັນ
ເຮັດວຽກແນວໃດ ທີ່ບໍ່ ສາມາດອະທິບາຍໄດ້ສະເພາະແຕ່ໜ່ວຍໂລກເທົ່ານັ້ນ
ແຕ່ສາມາດອະທິບາຍກ່ຽວກັບດາວພະພຸດນັ້ນນໍາ”.
ທ່ານໂຊໂລມອນ ກ່າວມ້ວນທ້າຍວ່າ ຍານສໍາຫລວດອະວະກາດ Messenger ຈະ
ເລີ່ມທະຍອຍສົ່ງຮູບພາບຂອງດາວພະພຸດມາຍັງໂລກ ໃນຕົ້ນເດືອນເມສານີ້ ຊຶ່ງການ
ປະຕິບັດການໂຄຈອນຂອງຍານ Messenger ນີ້ ມີກໍານົດຍາວນານເຖິງນຶ່ງປີ.