ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານ ຄວາມຕ້ອງການ ປະຕິຮູບ ລະບົບການປິ່ນປົວໂຣກຈິດ ທີ່ລ້າຫລັງ


ທ່ານໝໍປົວໂຣກຈິດ ອັຟການິສຖານຄົນນຶ່ງ ກຳລັງໂອ້ລົມ
ກັບຄົນປ່ວຍ.
ທ່ານໝໍປົວໂຣກຈິດ ອັຟການິສຖານຄົນນຶ່ງ ກຳລັງໂອ້ລົມ ກັບຄົນປ່ວຍ.

ລາຍງານໃໝ່ສະບັບນຶ່ງທີ່ສົ່ງໃຫ້ ສະພາສິດທິມະນຸດ ສະຫະປະຊາຊາດ ກຳລັງຮຽກ
ຮ້ອງ ໃຫ້ຮື້ຟື້ນຄືນໃໝ່ຢ່າງຮີບດ່ວນ ອັນທີ່ຮ້ອງວ່າ ລະບົບປິ່ນປົວໂຣກຈິດລ້າສະໄໝ.
Lisa Schlein ລາຍງານໃຫ້ ວີໂອເອ ຈາກນະຄອນ Geneva ວ່າ ລະບົບປັດຈຸບັນ
ທຳລາຍຄວາມຢູ່ດີເປັນສຸກຂອງໂຣກຈິດ ທັງຝ່າຝືນສິດທິມະນຸດຂອງບັນດາຄົນປ່ວຍ
ນຳ. ກິ່ງສະຫວັນ ມີລາຍງານເລື່ອງນີ້ມາສະເໜີທ່ານ.

ລິງໂດຍກົງ

ຜູ້ຂຽນລາຍງານນັ້ນເວົ້າວ່າ ໂຣກຈິດໄດ້ຖືກປະປ່ອຍຢ່າງໃຫຽ່ ໃນລະບົບຮັກສາ
ສຸຂະພາບຢູ່ທົ່ວໂລກ. ທ່ານກ່າວວ່າ ບ່ອນທີ່ມີໂຄງການປິ່ນປົວ ການປິ່ນປົວໂຣກ
ຈິດ ຈະປະຕິບັດກັນຢູ່ບ່ອນໂດດດ່ຽວ ແຍກພວກຄົນປ່ວຍອອກຈາກໂລກແຫ່ງ
ຄວາມຈິງ.

ທ່ານ Danius Puras ຜູ້ສືບສວນພິເສດກ່ຽວກັບສິດທິໃນການປິ່ນປົວຮ່າງກາຍ
ແລະໂຣກຈິດກ່າວວ່າ ມັນເປັນອັນຕະລາຍໃນການປິ່ນໂຣກຈິດເມື່ອອີງໃສ່ປັດໃຈ
ທາງດ້ານຊີວະ​ສາດ ໂດຍບໍ່ຄຳນຶງເຖິງອຳນາດທາງດ້ານຈິດຕະວິທະ​ຍາ ສິ່ງແວດລ້ອມ ແລະອິດທິພົນທາງດ້ານສັງຄົມ.

ທ່ານກ່າວວ່າ ມີຫລັກຢ່າງແໜ້ນໜາທີ່ວ່າມີການໃຊ້ຢາປົວ​ໂຣກຈິດ​ເກີນຂອບເຂດ​ທີ່ພາໃຫ້ບໍ່ໄດ້ຮັບຜົນ. ທ່່ານຮ້ອງລະບົບການປິ່ນປົວໂຮກຈິດທີ່ແຜ່ຫຼາຍນີ້ວ່າ ລ້າຫລັງ ແລະເປີດໂອກາດໃຫ້ແກ່ການທຳລາຍສິດທິມະນຸດ.

ທ່ານກ່າວຕໍ່ ວີໂອເອ ວ່າບ່ອນທີ່ມີພວກວິການຈິດໃນສະຖາບັນໃຫຽ່ໆວ່າ ຄວນຢຸດ
ເຊົາ ແລະທົດແທນໂດຍລະບົບປິ່ນປົວສຸຂະພາບທີ່ຖືເອົາປະຊາຄົມເປັນພື້ນຖານ.

ທ່ານ Puras ກ່າວວ່າ “ການລົງທຶນຂອງປະເທດຕາເວັນຕົກ ແມ່ນການລົງທຶນໃສ່ ສະຖາບັນປິ່ນປົວ. ຂ້າພະເຈົ້າຂໍປະກາດຢ່າງເປີດເຜີຍວ່າ ໃຫ້ຢຸດເຊົາລົງທຶນໃສ່
ການປິ່ນປົວແບບນີ້. ມັນຕ້ານກັບສິດທິມະນຸດ ທັງເປັນວິທີມີລາຄາແພງທີ່ສຸດໃນ

ການປິ່ນປົວຄົນ ເພາະວ່າມັນເປັນການບໍລິການຕະຫຼອດ 24 ຊົ່ວໂມງ.”

ທ່ານ Puras ກ່າວວ່າ ການບໍລິການປະຈຳປະຊາຄົມ ອາດຈະບໍ່ແມ່ນຂອງຖືກ ແຕ່
ເຂົາເຈົ້ານັບຖືກຽດ ແລະສັກສີຂອງມະນຸດທາງດ້ານຈິດຕະສັງຄົມ ດ້ານມັນສະໝອງ ຫລືບໍ່ກໍຮູບໃດຮູບນຶ່ງດ້ານຄວາມສາມາດທາງມັນສະໝອງ. ທ່ານກ່າວວ່າບໍ່ຄືກັນ
ກັບສະຖາບັນຕ່າງໆ ລະບົບປະຊາຄົມຈະບໍ່ເປັນບ່ອນກຳເນີດການຝ່າຝືນສິດທິມະ
ນຸດ ແລະສ້າງຄວາມຮູ້ສຶກຜິດຫວັງ.

ທ່ານກ່າວວ່າ ເຂົາເຈົ້າບໍ່ໄດ້ຈຳແນກຄົນທີ່ມີບັນຫາໂຣກຈິດອອກຈາກສັງຄົມທົ່ວໄປ ຊຶ່ງທ່ານໂຕ້ຖຽງວ່າ ມັນດີສຳລັບທັງພວກຄົນປ່ວຍ ແລະສາທາລະນະຊົນທົ່ວໄປ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG