ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນເຫຍື່ອຫຸ້ມ ສະໝອງອັກເສບ ເພີ້ມຂຶ້ນເປັນ 14 ຄົນ (ວີດີໂອ)


ຮູບທີ່ນຳອອກເຜີຍແຜ່ໂດຍສູນກາງຄວບຄຸມແລະປ້ອງກັນພະຍາດ ຂອງສະຫະລັດ ສະແດງໃຫ້ເຫັນ ເຊື້ອລາ Aspergillus fumigatus ທີ່ພາໃຫ້ເກີດການລະບາດ ຂອງພະຍາດ ເຫຍື່ອຫຸ້ມສະໝອງອັກເສບ
ຮູບທີ່ນຳອອກເຜີຍແຜ່ໂດຍສູນກາງຄວບຄຸມແລະປ້ອງກັນພະຍາດ ຂອງສະຫະລັດ ສະແດງໃຫ້ເຫັນ ເຊື້ອລາ Aspergillus fumigatus ທີ່ພາໃຫ້ເກີດການລະບາດ ຂອງພະຍາດ ເຫຍື່ອຫຸ້ມສະໝອງອັກເສບ
ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງລັດຖະບານກາງສະຫະ
ລັດ ກ່າວວ່າ ຈໍານວນຜູ້ເສຍຊີວິດ ຈາກການລະບາດ ຂອງພະ
ຍາດເຫຍື່ອຫຸ້ມສະໝອງອັກເສບ ຫລື Fungal Meningistis
ຍ້ອນສັກຢາ Steroid ຕິດເຊື້ອ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ເພີ້ມ
ຂຶ້ນເປັນ 14 ຄົນແລ້ວ.

ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ກ່າວ
ໃນວັນພະຫັດ ວານນີ້ວ່າ ມີ 169 ຄົນ ໄດ້ຮັບການຢືນຢັນວ່າ
ເປັນພະຍາດດັ່ງກ່າວ. ສູນກາງຄວບຄຸມແລະປ້ອງກັນພະຍາດ
ກ່າວຕື່ມວ່າ 90 ເປີເຊັນຂອງພວກຄົນເຈັບ ທີ່ໄດ້ຮັບການສັກ
ຢາຕິດເຊື້ອ ໄດ້ມີການລະບຸຕົວໄປແລ້ວ.

ບັນດາເຈົ້າໜ້າທີ່ກ່າວວ່າ ຫຼາຍກວ່າ 50 ຫລອດຂອງ Steroid ທີ່ຜະລິດໂດຍສູນກາງຜະລິດໃນເຂດ New England ທີ່ລັດ Massachusetts ໄດ້ຖືກ ກວດສອບພົບເຫັນວ່າ ມີເຊື້ອລາເຈືອປົນຢູ່.

ພວກເຂົາເຈົ້າຍັງກ່າວວ່າ ບໍລິສັດດັ່ງກ່າວອາດລະເມີດກົດໝາຍຂອງລັດໂດຍການຜະລິດ Steroid ໃນປະລິມານຫຼວງຫຼາຍແລະນໍາອອກຂາຍຢູ່ໃນຕ່າງລັດ. ພາຍໃຕ້ກົດໝາຍຂອງ ລັດ Massachusetts ບັນດາຟາກມາຊີ ໄດ້ຮັບອະນຸຍາດ ໃຫ້ຜະລິດ Steroid ໃນປະລິ ມານເລັກນ້ອຍ ຕາມໃບສັ່ງ ຈາກທ່ານໝໍເທົ່ານັ້ນ.

ພວກຄົນເຈັບທີ່ຕິດເຊື້ອພະຍາດເຫຍື່ອຫຸ້ມສະໝອງອັກເສບແມ່ນໄດ້ຮັບການປິ່ນປົວຍ້ອນ ເຈັບຫລັງ. ບັນດາຄົນເຈັບອຶ່ນໆນັ້ນພາກັນສັກຢາດັ່ງກ່າວ ໃສ່ຫົວເຂົ່າ ກ້ານຄໍຫລືຂໍ້ແຄ່ງ ທີ່ ມີການສ່ຽງເລັກນ້ອຍຕໍ່ການຕິດພະຍາດນີ້. ບັນດາຜູ້ຊ່ຽວຊານສຸຂະພາບກ່າວວ່າ ເຂົາເຈົ້າ ບໍ່ຮູ້ເທື່ອວ່າ ຈະມີຈັກຄົນແທ້ ທີ່ຈະເຈັບປ່ວຍ. ເຂົາເຈົ້າກ່າວວ່າ ມັນຈະໃຊ້ເວລາຫລາຍໆ ເດືອນ ກ່ອນທີ່ເຊື້ອພະຍາດນີ້ຈະສະແດງອາການໃຫ້ເຫັນ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບ ສະຫະລັດດໍາເນີນຄວາມ
ພະຍາຍາມ ເພື່ອລະງັບການລະບາດຂອງພະຍາດນີ້:

Contaminated Steroid Injections Spotlight Role of Custom Drug Firms
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ
XS
SM
MD
LG