ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍ 3 ຄົນ ຖືກກ່າວຫາວ່າ ວາງແຜນ ສັງຫານຄົນ "ເປັນໝູ່" ໃນອອສເຕຣເລຍ


ໃນຮູບນີ້ ທີ່ຖືກຖອດຖອນອອກມາຈາກ ວີດິໂອ ຕຳຫຼວດ ພາ
ກັນຢືນຍາມຢູ່ຂ້າງນອກ ບ່ອນທີ່ຖືກບຸກໂຈມຕີ ຍ້ອນມີການ
ພົວພັນກັບແຜນການໂຈມຕີກໍ່ການຮ້າຍ ວັນທີ 20 ພະຈິກ 2018 ໃນນະຄອນ Melbourne, Australia.
ໃນຮູບນີ້ ທີ່ຖືກຖອດຖອນອອກມາຈາກ ວີດິໂອ ຕຳຫຼວດ ພາ ກັນຢືນຍາມຢູ່ຂ້າງນອກ ບ່ອນທີ່ຖືກບຸກໂຈມຕີ ຍ້ອນມີການ ພົວພັນກັບແຜນການໂຈມຕີກໍ່ການຮ້າຍ ວັນທີ 20 ພະຈິກ 2018 ໃນນະຄອນ Melbourne, Australia.

ຜູ້ຊາຍສາມຄົນໄດ້ຖືກຈັບ ຍ້ອນຖືກສົງໄສວ່າ ວາງແຜນໂຈມຕີກໍ່ການຮ້າຍ “ຂ້າຄົນ
ເປັນໝູ່” ຢູ່ນະຄອນແມລເບີນ(Melbourne) ເມືອງທີ່ໃຫຍ່ທີ່ສຸດອັນດັບທີສອງຂອງ
ອອສເຕຣເລຍ.ພວກຜູ້ຊາຍດັ່ງກ່າວ ອາຍຸຕັ້ງແຕ່ 21 ປີ ຂຶ້ນໄປຫາ 30 ປີ ໄດ້ຖືກກັກໂຕ
ໄວ້ໃນການບຸກໂຈມຕີ ຕ້ານລັດທິກໍ່ການຮ້າຍ ໃນຕອນເຊົ້າວັນອັງຄານຜ່ານມາ. ນັກ
ຂ່າວວີໂອເອ ຟຽນ ເມີເຊີ້​ ສົ່ງລາຍງານເລື້ອງນີ້ ມາຈາກນະຄອນຊິດນີ ດັ່ງສາລີຈະສະ
ເໜີທ່ານ ໃນອັນດັນຕໍ່ໄປ.

ບັນດາຜູ້ສືບສວນສອບສວນເຊື່ອວ່າ ພວກສາມຄົນນັ້ນ ໄດ້ຮັບແຮງດົນໃຈ ຈາກພວກ
ທີ່ເອີ້ນຕົນເອງວ່າ ພວກລັດອິສລາມນັ້ນ. ພວກທີ່ຖືກສົງໄສດັ່ງກ່າວ ເປັນຄົນສັນຊາດ
ອອສເຕຣເລຍ ທີ່ມີເຊື້ອສາຍມາຈາກເທີກີ ແລະໄດ້ຖືກສິ້ງຊອມມາ ຕັ້ງແຕ່ເດືອນມີນາ.
ພວກຕຳຫຼວດເວົ້າວ່າ ພາສປອດຂອງພວກທັງສາມ ຫາກໍຖືກລົບລ້າງ ຍ້ອນຢ້ານວ່າ ພວກເຂົາຈະເດີນທາງອອກນອກປະເທດ ເພື່ອເຄື່ອນໄຫວກິດຈະກຳລັດທິກໍ່ການຮ້າຍ. ສອງຄົນໃນຈຳນວນສາມຄົນນັ້ນ ເປັນອ້າຍນ້ອງກັນ ແລະທັງສາມ ແມ່ນຕົກຖືກຂໍ້ຫາ ວ່າມີຄວາມຜິດ ຖານກໍ່ການຮ້າຍ.

ພວກເຈົ້າໜ້າທີ່ໄດ້ເວົ້າເນັ້ນວ່າ ພວກບຸກຄົນເຫຼົ່ານີ້ ໄດ້ “ຮັບຄວາມເຂັ້ມແຂງຂຶ້ນ” ໃນ
ໄລຍະອາທິດຜ່ານມາ ເພື່ອທຳການໂຈມຕີ ແລະຖ້າແຜນການຂອງພວກເຂົາຫາກບໍ່
ຖືກລົບກວນ ຜົນສະທ້ອນທີ່ຖືກກ່າວຫາກໍອາດຈະຮ້າຍແຮງຫຼາຍ.

ທ່ານ ແກຣມ ແອສຕັນ(Graham Ashton) ຫົວໜ້າຕຳຫຼວດ ລັດວິກຕໍເຣຍ ກ່າວວ່າ “ມັນມີບ່ອນ ທີ່ເບິ່ງໄປຫາບ່ອນທີ່ຝຸງຊົນຄັບຄັ່ງໜາແໜ້ນ ບ່ອນທີ່ຜູ້ຄົນຫຼາຍທີ່ສຸດ ຈະ
ພາກັນໄປເຕົ້າໂຮມຢູ່ ເພື່ອໃຫ້ສາມາດໄດ້ທຳການສັຫານເປັນຈຳນວນຫຼາຍທີ່ສຸດທີ່ຈະ
ຂ້າໄດ້. ພວກເຮົາເຊື່ອວ່າ ພາຍໃນຫຼາຍມື້ທີ່ຜ່ານມານີ້ ໄດ້ມີການພະຍາຍາມທີ່ຈະຂົນ
ຂວາຍຫາປືນຍາວຂະໜາດ ຈຸດ 22 ມມ ແບບເຄິ່ງອັດຕະໂນມັດ ເພື່ອຊ່ອຍໃນການ
ໂຈມຕີແບບກໍ່ການຮ້າຍຄັ້ງນັ້ນ.”

ຍາດພີ່ນ້ອງຂອງຜູ້ນຶ່ງໃນຈຳນວນພວກຜູ້ຕ້ອງຫາດັ່ງກ່າວປະຕິເສດ ວ່າພວກເຂົາບໍ່ໄດ້
ເປັນຄົນຮຸນແຮງ ທັງບໍ່ໄດ້ຊຸກຍູ້ ໂດຍພວກອິສລາມຫົວຮຸນແຮງແຕ່ຢ່າງໃດ.

ການບຸກໂຈມຕີແບບຕ້ານລັດທິກໍ່ການຮ້າຍ ໄດ້ມີຂຶ້ນ ເວລາຜູ້ຄົນນັບເປັນພັນໆຄົນ ຫ້າງຫາເພື່ອເຂົ້າຮ່ວມໃນພິທີສົ່ງສະການເຈົ້າຂອງຮ້ານອາຫານ ທີ່ຖືກແທງໂດຍຜູ້ໂຈມ
ຕີ ທີ່ຖືກດົນໃຈໂດຍພວກລັດອິສລາມໃນນະຄອນແມລເບີນ ໃນວັນທີ 9 ພະຈິກຜ່ານມາ. ຜູ້ຕ້ອງຫາໄດ້ເສຍຊີວິດ ຫຼັງຈາກຖືກຍິງໂດຍຕຳຫຼວດ.

ໃນຕົ້ນເດືອນນີ້ ສາມຄົນໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການສົມຮູ້ຮ່ວມຄິດ ເພື່ອທຳ
ການໂຈມຕີແບບກໍ່ການຮ້າຍໃນນະຄອນແມລເບີນ ໃນລະຫວ່າງບຸນຄຣິສມັສປີ 2016.

ພວກອົງການຕ່າງໆ ຂອງລັດຖະບານກາງກ່າວວ່າ ມີ 90 ຄົນ ຖືກກ່າວຫາວ່າມີສ່ວນພົວ
ພັນກັບການສືບສວນສອບສວນ ຕ້ານລັດທິກໍ່ການຮ້າຍ 40 ຄະດີ ຢູ່ທົ່ວອອສເຕຣເລຍ
ນັບຕັ້ງແຕ່ເດືອນກັນຍາປີ 2014 ເປັນຕົ້ນມາ. ໄພຂົ່ມຂູ່ແຫ່ງຊາດ ຂອງລັດທິກໍ່ການຮ້າຍ
ຍັງຄົງມີຢູ່ ໃນສະພາບອາດເປັນໄປໄດ້ໃນປັດຈຸບັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG