ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍ 3 ຄົນ ທີ່ຖືກກ່າວຫາວ່າ ຊ່ວຍເຫຼືອວຽກງານສືບລັບຂອງຮົງກົງ ປາກົດໂຕ ໃນສານຂອງອັງກິດ


ແຟ້ມພາບ - ທຸງຊາດອັງກິດ ປິວໄປມາ ຢູ່ທີ່ຈະຕຸຣັດລັດຖະສະພາ ໃນນະຄອນຫຼວງ ລອນດອນ ວັນທີ 29 ມີນາ 2019.
ແຟ້ມພາບ - ທຸງຊາດອັງກິດ ປິວໄປມາ ຢູ່ທີ່ຈະຕຸຣັດລັດຖະສະພາ ໃນນະຄອນຫຼວງ ລອນດອນ ວັນທີ 29 ມີນາ 2019.

ຜູ້ຊາຍສາມຄົນໄດ້ປາກົດຕົວຢູ່ໃນສານຂອງນະຄອນຫຼວງ ລອນດອນ ໃນວັນຈັນວານນີ້ ຫຼັງຈາກໄດ້ຖືກກ່າວຫາວ່າ ໃຫ້ການຊ່ວຍເຫຼືອອົງການສືບລັບຂອງຮົງກົງ.

ທ້າວ ຊັງ ບິວ ເຢັງ (Chung Biu Yuen), ອາຍຸ 63 ປີ, ທ້າວ ປີເຕີ້ ຫວາຍ (Peter Wai), ອາຍຸ 38 ປີ, ແລະ ທ້າວ ແມັທທິວ ທຣິກເກັທ (Matthew Trickett), ອາຍຸ 37 ປີ, ໄດ້ຖືກປ່ອຍຕົວດ້ວຍການປະກັນຕົວຫລັງຈາກການໄຕ່ສວນໄລຍະສັ້ນໆ ຢູ່ທີ່ສານ Westminster Magistrates.

ຕຳຫຼວດ​ກ່າວ​ໃນ​ວັນ​ຈັນວານນີ້​ວ່າ ຜູ້​ຕ້ອງ​ສົງ​ໄສທັງ​ໝົດ 3 ຄົນ ​ແມ່ນ​ມາ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອັງກິດ ​ໄດ້​ຖືກ​ຈັບ​ກຸມ​ໃນ​ຕົ້ນ​ເດືອນ​ນີ້ ​ແລະ​ຖືກກ່າວ​ຫາ​ ໃນ​ຂໍ້​ຫາ ​ແຊກ​ແຊງ​ຈາກ​ຕ່າງປະ​ເທດ ​ແລະ ຊ່ວຍເຫຼືອອົງການ​ສືບ​ລັບ​ຕ່າງປະ​ເທດ, ເຊິ່ງເປັນການລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ອັງກິດ.

ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ ​ທີ່​ໄດ້​ຮັບ​ຜ່ານ​ໃນ​ປີ​ກາຍ​ນີ້​ ໄດ້​ອະ​ນຸ​ຍາດ​ໃຫ້​ຕໍາ​ຫຼວດ​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໃນຄະດີ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ​ການ​ສອດ​ແນມ ​ໄດ້ ໂດຍບໍ່ຕ້ອງມີໝາຍຈັບ. ລັດຖະບານ​ອັງກິດ​ກ່າວ​ວ່າ ການດຳເນີນການ​ດັ່ງກ່າວ ​ປົກ​ປ້ອງ​ປະ​ເທດ​ຊາດ​ຈາກ “ໄພຄຸກຄາມຂອງ​ການ​ເຄື່ອນ​ໄຫວ​ທີ່​ບໍ່ເປັນມິດ​ຈາກບັນດາ​ລັດ​ ທີ່​ແນ​ເປົ້າໝາຍໃສ່​ປະຊາທິປະ​ໄຕ, ​ເສດຖະກິດ, ຄຸນນະທຳ​ຂອງ​ອັງກິດ.”

ທ້າວ ເຢັງ (Yuen), ທ້າວ ຫວາຍ (Wai) ແລະ ທ້າວ ທຣິກເກັທ (Trickett) ໄດ້ເຂົ້າຮ່ວມໃນ "ການເກັບກຳຮວບຮວມຂໍ້ມູນ, ການສອດແນມ ແລະການຫຼອກລວງ" ໃນລະຫວ່າງເດືອນທັນວາ ຫາເດືອນພຶດສະພາ, ໂດຍຊ່ວຍເຫຼືອອົງການສືບລັບຂອງຮົງກົງ, ອີງຕາມຂໍ້ກ່າວຫາ.

ຜູ້ຊາຍຄົນອື່ນໆອີກ 8 ຄົນ ຍັງຖືກຈັບກຸມໂດຍຕຳຫຼວດຕໍ່ຕ້ານການກໍ່ການຮ້າຍໃນເດືອນນີ້ ພາຍໃຕ້ກົດໝາຍດັ່ງກ່າວ, ແຕ່ພວກເຂົາເຈົ້າໄດ້ຖືກປ່ອຍຕົວໂດຍບໍ່ໄດ້ຖືກຕັ້ງຂໍ້ຫາໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG