ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫ້​ອງ​ການຕຳຫຼວດ​​ເມືອງແມມ​ຟິ​ສ ໄລ່​ເຈົ້າໜ້າ​ທີ່ຄົນ​ທີ 6 ອອກ​ການ ຫລັງ​ຈາກ​ທຳການທຸບ​ຕີ ​ທ້າວ ນິ​ໂຄ​ລ​ສ໌ ຈົນເຖິງ​ແກ່​ຊີ​ວິດ


ພວກ​ປະ​ທ້ວງ​ພາ​ກັນ​ເຕົ້າ​ໂຮມ​ຢູ່ນອກຫ້ອງ​ການ​ຕຳ​ຫລວດ​ແຫ່ງ​ນຶ່ງເພື່ອ​ເປັນ​ການຕອບ​ໂຕ້​ຕໍ່​ການຕາຍ​ຂອງ​ທ້າວ Tyre Nichols ຍ້ອນ​ຖືກເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເມືອງແມມ​ຟິ​ສ ທຸບ​ຕີ ຢູ່​ໃນເມືອງແມມ​ຟິ​ສ (Memphis) ລັດເທນ​ເນ​ສ​ຊີ, ວັນ​ທີ 29 ມັງ​ກອນ, 2023
ພວກ​ປະ​ທ້ວງ​ພາ​ກັນ​ເຕົ້າ​ໂຮມ​ຢູ່ນອກຫ້ອງ​ການ​ຕຳ​ຫລວດ​ແຫ່ງ​ນຶ່ງເພື່ອ​ເປັນ​ການຕອບ​ໂຕ້​ຕໍ່​ການຕາຍ​ຂອງ​ທ້າວ Tyre Nichols ຍ້ອນ​ຖືກເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເມືອງແມມ​ຟິ​ສ ທຸບ​ຕີ ຢູ່​ໃນເມືອງແມມ​ຟິ​ສ (Memphis) ລັດເທນ​ເນ​ສ​ຊີ, ວັນ​ທີ 29 ມັງ​ກອນ, 2023

ຫ້​ອງ​ການຕຳຫຼວດ​ໃນ​ເມືອງແມມ​ຟິ​ສ (Memphis) ລັດເທນ​ເນ​ສ​ຊີ ທາງ​ພາກ​ໃຕ້​ຂອງ​ສະຫະລັດ ​ໄດ້​ສັ່ງໃຫ້​ລົງໂທດ​ເຈົ້າໜ້າ​ທີ່​ ຄົນ​ທີ 6 ສຳລັບ​ບົດບາດ​ລາວ​ ໃນ​ການທຸບ​ຕີ​ທ້າວທາຍ​ຣ໌ ນິ​ໂຄ​ລ​ສ໌ (Tire Nichols), ​ຊາຍ​ຜິວ​ດຳ​, ອາ​ຍຸ 29 ປີ ຫລັງ​ຈາກ​ໄດ້ສັ່ງ​ໃຫ້​ຢຸດລົດທີ່ຝ່າ​ຝືນກົດ​ຈາ​ລະ​ຈອນ.

ເຈົ້າ​ໜ້າ​ທີ່​ແພ​ຣ​ສ​ຕັນ ແຮມ​ຟີ​ລ ຖືກ​ໄລ່​ອອກ​ຈາກ​ຕຳ​ຫຼວດ ແຕ່​ບໍ່​ໄດ້​ຖືກຂໍ້​ຫາໃນ​ການ​ກໍ່​ອາ​ຊະ​ຍາ​ກຳແຕ່​ຢ່າງໃດ. ຫ້​ອງ​ການຕຳຫຼວດເມືອງແມມ​ຟິ​ສ ບໍ່ໄດ້ເປີດເຜີຍກ່ຽວ​ກັບ ບົດບາດຂອງທ່ານແຮມ​ຟີ​ລ ໃນການຈັບກຸມ ແລະທຸບຕີທ້າວນິ​ໂຄ​ລສ໌ ເລີຍ.

ເຈົ້າ​ໜ້າ​ທີ່​ອີກ 5 ຄົນ ​ໄດ້​ຖືກຟ້ອງໃນ​ຂໍ້​ຫາ​ຄາດ​ຕະ​ກຳ​ຂັ້ນ​ສອງ, ການ​ຈູ່ໂຈມ​ແບບ​ຮຸນ​ແຮງ, ການ​ລັກ​ພາ​ຕົວ​ແບບ​ຮຸນ​ແຮງ, ການ​ກະທຳ​ໜ້າ​ທີ່​ໃນທາງ​ຜິດ ແລະການ​ກົດ​ຂີ່ຂອງເຈົ້າ​ໜ້າ​ທີ່. ເຈົ້າ​ໜ້າ​ທີ່​ທັງ​ 5 ຄົນ ທີ່​ເປັນ​ຄົນໝົດຜິວ​ດຳ​ໝົດ​ ​ກໍ​ຖືກ​ໄລ່​ອອກການ​ເຊັ່ນ​ກັນ.

ຕຳຫຼວດ​ໄດ້​ເປີດ​ເຜີຍ​ພາບ​ວີ​ດີ​ໂອ​ ໃນ​ວັນ​ສຸກ​ວານ​ຜ່ານ​ມານີ້ ທີ່​ສະ​ແດງ​ໃຫ້​ເຫັນວ່າ ​ເຈົ້າ​ໜ້າ​ທີ່ 5 ຄົນ​ ໄດ້​ທຸບ​ຕີທ້າວນິ​ໂຄ​ລສ໌ ຢ່າງ​ປ່າ​ເຖື່ອນ​ໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​ໄດ້​ຢຸດ​ລົດລາວ ​ໃນ​ຂໍ້ຫາ​ຂັບ​ລົດ​ໂດຍ​ບໍ່ນັບ​ຖື​ລະ​ບຽບ​ຈາ​ລະ​ຈອນ. ທ້າວນິ​ໂຄ​ລສ໌ ໄດ້ເສຍ ຊີວິດໄປຍ້ອນການບາດເຈັບຂອງລາວ ໃນສາມມື້ຕໍ່ມາ.

ວິ​ດີ​ໂອ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ວ່າ ມີຕໍາ​ຫຼວດ​ຫລາຍ​ຄົນ​ໄດ້ເໜັກ​ທ້າວນິ​ໂຄ​ລສ໌ໃຫ້​ໝູບລົງ​ໃນ​ຂະ​ນະ​ທີ່​ເຈົ້າ​ຫນ້າ​ທີ່ຄົນ​ອື່ນ​ເຕະ, ຊົກ​ລາວ ແລະ​ຕີ​ລາວ​ດ້ວຍໄມ້​ຄ້ອນ​ຕຳ​ຫລວດ. ໃນອີກ​ສາກນຶ່ງຂອງວິດີໂອນັ້ນ ຄົນສາມາດໄດ້ຍິນສຽງຂອງທ້າວນິ​ໂຄ​ລສ໌ ຮ້ອງຫາແມ່ຂອງລາວ.

​ພາບ​ວິ​ດີ​ໂອຈາກ​ກ້ອງ​ຖ່າຍ​ຮູບ​ຕິດ​ຕົວຂອງ​ຕຳຫຼວດ​ ແລະ​ວິ​ດີ​ໂອຈາກ​ກ້ອງວົງ​ຈອນ​ປິດ ຍັງສະ​ແດງ​ໃຫ້​ເຫັນ​ວ່າ ​ມີເຈົ້າ​ໜ້າ​ທີ່ຕຳ​ຫລວດ​ຄົນ​ອື່ນໆ ອີກ​ຢູ່​ບ່ອນ​ເກີດ​ເຫດ​ທຸບ​ຕີນັ້ນ.

ສະມາຊິກຄອບຄົວຂອງທ້າວນິ​ໂຄ​ລສ໌ ພ້ອມ​ທັງພວກປະທ້ວງ ໄດ້ພາ​ກັນເດີນ​ຂະ​ບວນ ນັບຕັ້ງແຕ່ວິດີໂອນັ້ນ ຖືກເຜີຍ​ແຜ່ອອກມາ, ໂດຍໄດ້ຮຽກຮ້ອງໃຫ້ເຈົ້າຫນ້າທີ່ຕໍາຫຼວດ ຫຼາຍຄົນຖືກໄລ່ອອກການ ຫຼືບໍ່​ກໍ​ໃຫ້ຖືກກ່າວຫາ.

ອົງການຂ່າວເອ​ພີ (AP) ລາຍງານວ່າ ເຈົ້າ​ໜ້າ​ຮັກ​ສາ​ຄວາມ​ສະ​ຫງົບຂອງເມືອງແຊ​ລ​ບີ (Shelby) ສອງຄົນ ຖືກໃຫ້​ພັກ​ການ ໂດຍ​ບໍ່ໄດ້​ຮັບ​ເງິນ​ເດືອນ ໃນຂະນະທີ່ມີການສືບສວນສອບສວນກ່ຽວ​ກັບການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ຢູ່. ອົງການຂ່າວນີ້ບອກວ່າ ພະນັກງານພະແນກດັບເພີງເມືອງແມມ​ຟິ​ສສອງຄົນກໍໄດ້ຖືກ​ໃຫ້​ຍົກ​ຍ້າຍ​ອອກ​ຈາກ​ໜ້າ​ທີ່​ການເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG