ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີໄວ້ອາໄລ ໄດ້ຈັດຂຶ້ນ ເພື່ອເປັນກຽດໃຫ້ແກ່ ມື້ລາງສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ ໂຣຊາລີນ ຄາເຕີ


ຄະນະຂອງຜູ້ຫາມສົບຂອງກອງທັບ ແບກໂລງສົບຂອງມື້ລາງສະຕີໝາຍເລກນຶ່ງ ທ່ານນາງ ໂຣຊາລີນ ຄາເຕີ ຫຼັງພິທີໄວ້ອາໄລ ຢູ່ທີ່ Glenn Memorial Church ຢູ່ມະຫາວິທະຍາໄລ Emory ໃນນະຄອນແອັດແລນຕ້າ ວັນທີ 28 ພະຈິກ 2023.
ຄະນະຂອງຜູ້ຫາມສົບຂອງກອງທັບ ແບກໂລງສົບຂອງມື້ລາງສະຕີໝາຍເລກນຶ່ງ ທ່ານນາງ ໂຣຊາລີນ ຄາເຕີ ຫຼັງພິທີໄວ້ອາໄລ ຢູ່ທີ່ Glenn Memorial Church ຢູ່ມະຫາວິທະຍາໄລ Emory ໃນນະຄອນແອັດແລນຕ້າ ວັນທີ 28 ພະຈິກ 2023.

ມື້ລາງ​ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານນາງໂຣຊາລີນ ຄາເຕີ ​ໄດ້​ຮັບ​ຄວາມເຄົາລົບ​ ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ທີ່​ພິທີ​ໄວອາໄລ ໃນນະຄອນແອັດແລນຕ້າ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາສະຕີ​ໝາຍ​ເລກ​ນຶ່ງ ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ແລະ​ປະທານາທິບໍດີ​ສາມ​ຄົນ, ລວມທັງ​ສາມີ​ຂອງ​ທ່ານ​ນາງ, ອະດີດ​ປະທານາທິບໍດີ ຈິມມີ ຄາເຕີ ອາຍຸ 99 ປີ, ທີ່​ໄດ້​ເຂົ້າ​ຮັບການ​ປິ່ນປົວ​ຢູ່​ໂຮງໝໍ​ໃນ​ເດືອນ​ກຸມພາທີ່ຜ່່ານມາ.

ພິທີດັ່ງກ່າວ ປະກອບດ້ວຍດົນຕີຄລາສສິກ ແລະເພງສວດ ແລະຂໍ້ຄວາມໃນ ພຣະຄໍາພີ ທີ່ທ່ານນາງມັກຫຼາຍບົດ. ແຂກ​ທີ່ເຂົ້າ​ຮ່ວມໃນພິທີ​ລວມມີ​ປະທານາ ທິບໍດີ ໂຈ ໄບເດັນ ​ແລະ ສະ​ຕີ​ໝາຍ​ເລກ​ນຶ່ງທ່ານນາງ ຈີລ ໄບເດັນ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບິ​ລ ຄ​ລິນ​ຕັນ ແລະ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ, ບັນດາອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ, ທ່ານ​ນາງ ມິ​ແຊ​ລ ໂອ​ບາ​ມາ ແລະ ທ່ານ​ນາງ ລໍ​ຣາ ບຸ​ຊ ພ້ອມ​ດ້ວຍ​ຮອງ​ປະທານາທິບໍດີ ຄາ​ມາ​ລາ ແຮ​ຣິ​ສ ແລະ ສາ​ມີ​ ທ່ານ ດັກ ເອັມ​ຮອ​ຟ.

ມີ​ຫຼາຍ​ກວ່າ 1,000 ຄົນ​ຢູ່​ໃນ​ສະຖານ​ທີ່​ສັກສິດ, ພ້ອມ​ດ້ວຍ​ລູກໆ​ຂອງ​ທ່ານນາງ ​, ​ຫລານ​ ​ແລະ​ເຫຼນ ຫລາຍ​ສິບ​ຄົນ ນັ່ງ​ຢູ່​ດ້ານ​ໜ້າ ​ແລະ​ໃຈກາງ​ອ້ອມ​ຮອບ ທ່ານຈິມມີ ຄາເຕີ. ຄອບຄົວຄາເຕີ ໄດ້ແຕ່ງງານກັນມາເປັນເວລາ 77 ປີ.

ຜູ້ຂຶ້ນກ່າວໄວອາໄລລວມມີລູກຊາຍຂອງຄອບຄົວຄາເຕີ ທ່ານເຈມສ໌ ເອີລ ຫຼື "ຊິບ (Chip)" ຄາເຕີ ທີ 3, ນັກຂ່າວ ຈູດີ ວູດຣັຟ (Judy Woodruff), ຜູ້ຊ່ວຍທຳນຽບຂາວຂອງທ່່ານນາງ ໂຣຊາລີນ ຄາເຕີ ແຄທຣີນ ເຄດ (Rosalynn Carter Kathryn Cade), ບັນດາຫລານຊາຍຂອງ ຄອບຄົວຄາເຕີ ແລະປະທານສູນ ຄາເຕີ ທ່ານ ເຈຊັນ ຄາເຕີ ແລະພະອາຈານ ໂທນີ ສໂນເດັນ (Tony Snowden), ສິດຍາພິບານສ່ວນບຸກຄົນຂອງຄອບຄົວຄາເຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG