ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິ​ທີ​ໄວ້​ອາ​ໄລ ເພື່ອ​ເປັນ​ກຽດ​ໃຫ້​ແກ່​​ມື້​ລາງສະ​ຕີ​ໝາຍ​ເລກ​ນຶ່ງ ສະ​ຫະ​ລັດ ທ່າ​ນ​ນາງ ໂຣ​ຊາ​ລິນ ຄາ​ເຕີ


ປະ​ຊາ​ຊົນ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ໂຣ​ຊາ​ລິນ ຄາ​ເຕີ ຢູ່​ຫໍ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ, ນະ​ຄອນ ແອັດ​ແລນ​ຕ້າ, ລັດ​ຈໍ​ເຈຍ, 27 ພະ​ຈິກ 2023.
ປະ​ຊາ​ຊົນ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ໂຣ​ຊາ​ລິນ ຄາ​ເຕີ ຢູ່​ຫໍ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ, ນະ​ຄອນ ແອັດ​ແລນ​ຕ້າ, ລັດ​ຈໍ​ເຈຍ, 27 ພະ​ຈິກ 2023.

ສົບ​ຂອງ​ມື້​ລາງ​ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະ​ຫະ​ລັດ ທ່ານ​ນາງ ໂຣ​ຊາ​ລິນ ຄາ​ເຕີ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ໃນ​ວັນ​ອັງ​ຄານມື້ນີ້ ຢູ່​ພິ​ທີ​ໄວ້​ອາ​ໄລ​ໃນ​ນະ​ຄອນ ແອັດ​ແລນ​ຕ້າ ລັດ ຈໍ​ເຈຍ.

ສາ​ມີ​ຂອງ​ທ່ານ​ນາງ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ ອາ​ຍຸ 99 ປີ, ຜູ້​ທີ່​ໄດ້​ເຂົ້າ​ຮັບ​ການ​ເບິ່ງ​ແຍງ​ຄວາມ​ເຈັບ​ປ່ວຍ​ໜັກ​ ເມື່ອ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ມີ​ແຜນ​ທີ່​ຈະ​ເຂົ້າ​ຮ່ວມ​ພິ​ທີ​ ໃນວັນ​ອັງ​ຄານນີ້.

ສູນ​ກາງ​ຄາ​ເຕີ​ໄດ້​ກ່າວ​ວ່າ ລາຍ​ຊື່​ຂອງ​ແຂກ​ ທີ່​ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ງານລວມ​ມີ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ພັນ​ລະ​ຍາ, ທ່ານ​ນາງ ຈິ​ລ, ພ້ອມ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ມາ​ລາ ແຮ​ຣິ​ສ ແລະ ສາ​ມີ​ ທ່ານ ດັກ ເອັມ​ຮອ​ຟ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບິ​ລ໌ ຄ​ລິນ​ຕັນ ແລະ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ແລະ ອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ, ທ່ານ​ນາງ ມິ​ແຊ​ລ ໂອ​ບາ​ມາ ແລະ ທ່ານ​ນາງ ລໍ​ຣາ ບຸ​ຊ.

ທ່າ​ນນາງ ໂຣ​ຊາ​ລິນ ຄາ​ເຕີ ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ທີ 19 ພະ​ຈິກ ຮວມ​ອາ​ຍຸ​ໄດ້ 96 ປີ.

ພິ​ທີ​ສົ່ງ​ສະ​ການ​ແມ່ນ​ມີ​ແຜນຈະຈັດ​ຂຶ້ນ​ໃນ​ວັນ​ພຸດ​ທີ່​ເມືອງ ເພ​ລນ​ສ໌, ລັດ ຈໍ​ເຈຍ, ຕາມ​ດ້ວຍ​ພິ​ທີ​ຝັງ​ສົບ ​ຢູ່​ບ້ານ​ຂອງ​ຄອບ​ຄົວ​ເພິ່ນ.

ງານ​ໄວ້​ອາ​ໄລ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ຈັນ​ວານນີ້ ດ້ວຍ​ບັນ​ດາ​ກຸ່ມ​ທີ່​ຢູ່ນອກ​ລັດ​ຖະ​ບານ​ກາງ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໄປ​ສະ​ແດງ​ຄວາມ​ເຄົາ​ລົບ​ຢູ່​ຫໍ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG