ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພິທີໄວ້ອາໄລ ໃຫ້ແມ່ຍິງ ທີ່ເສຍຊີວິດ ຢູ່ບ່ອນ ເດີນຂະບວນ ທີ່ ຊາລັອສວິລ


Vigil in Virginia Honors Those Killed at White Supremacist March
please wait

No media source currently available

0:00 0:00:50 0:00

ຝຸງຊົນຂະນາດໃຫຍ່ ຖືທຽນ​ໄຂ ແລ້ວພາກັນຮ້ອງເພງກ້ອງດັງໄປທົ່ວຖະໜົນສາຍຕ່າງໆ
ໃນໃຈກາງເມືອງ Charlottesville ລັດ Virginia ໃນຄ່ຳຄືນ ຂອງວັນພຸດວານນີ້ ເພື່ອ
ເປັນການໄວ້ອາໄລໃຫ້ແກ່ນາງ Heather Heyer ເຊິ່ງເປັນແມ່ຍິງ ທີ່ຖືກຂ້າຕາຍ ໃນ
ເວລາ ຜູ້ຈົງຮັກພັກດີຕໍ່ກຸ່ມ Nazi ທີ່ຖືກກ່າວຫາວ່າ ໄດ້ໃຊ້ລົດຂອງລາວແລ່ນ​ເຂົ້າຢຽບ
ນາງ ເມື່ອວັນເສົາຜ່ານມານີ້.

ນາງ Heyer ແມ່ນໜຶ່ງໃນຈຳນວນຜູ້ປະທ້ວງຕໍ່ຕ້ານ ຫຼາຍຮ້ອຍຄົນ ທີ່ໄດ້ເດີນຂະບວນ
ຕໍ່ຕ້ານ ການໂຮມຊຸມນຸມ ຂອງກຸ່ມພວກຜິວຂາວທີ່ຖືວ່າຕົນວິເສດສຸດ ຢູ່ໃນໂຕເມືອງ
ຂອງມະຫາວິທະຍາໄລ ທາງພາກໃຕ້ຂອງປະເທດ.

ເຊີນຊົມ: ທ່ານນາງ Bro ບັນລະຍາຍ ກ່ຽວກັບ ລູກສາວຂອງເພິ່ນ

Charlottesville Victim's Mother Pays Homage to Daughter, Calls for Action
please wait

No media source currently available

0:00 0:01:26 0:00

ພວກເພື່ອນມິດ ຄອບຄົວ ແລະ ຜູ້ໄວ້ທຸກທັງຫຼາຍ ໄດ້ເຕົ້າໂຮມກັນ ເມື່ອຕອນເຊົ້າວັນ
ພຸດວານນີ້ ໃນພິທີລະນຶກເຖິງ ນາງ Heyer.

ແມ່ຂອງນາງ Heyer ທ່ານນາງ Susan Bro ໄດ້ໃຫ້ຂໍ້ສັງເກດ ທີ່ທ້າທາຍ ໂດຍບອກ
ຝຸງຄົນວ່າ ການເສຍຊີວິດຂອງລູກສາວ ຂອງທ່ານນາງນັ້ນ ພຽງເຮັດໃຫ້ຖ້ອຍຄຳຂອງ
ນາງ Heyer ດັງກ້ອງຂຶ້ນຕື່ມ.

ສະມາຊິກສະພາສູງ ທ່ານ Tim Kaine, ຊ້າຍ, ແລະ ຜູ້ປົກຄອງເມືອງ Charlottesville ທ່ານ Michael Signer ຢ້ຽມຢາມ ອະນຸສອນສະຖານຊົ່ວຄາວ ວັນທີ 16 ສິງຫາ 2017, ບ່ອນນາງ Heather Heyer ໄດ້ເສຍຊີວິດ ໃນເວລາ ລົດຄັນໜຶ່ງ ແລ່ນເຂົ້າຕຳຝຸງຄົນ ທີ່ປະທ້ວງການເຕົ້າ ໂຮມຊຸມນຸມ ພວກຊາວຜິວຂາວຊາດນິຍົມ ໃນເມືອງ Charlottesville ລັດ Virginia.
ສະມາຊິກສະພາສູງ ທ່ານ Tim Kaine, ຊ້າຍ, ແລະ ຜູ້ປົກຄອງເມືອງ Charlottesville ທ່ານ Michael Signer ຢ້ຽມຢາມ ອະນຸສອນສະຖານຊົ່ວຄາວ ວັນທີ 16 ສິງຫາ 2017, ບ່ອນນາງ Heather Heyer ໄດ້ເສຍຊີວິດ ໃນເວລາ ລົດຄັນໜຶ່ງ ແລ່ນເຂົ້າຕຳຝຸງຄົນ ທີ່ປະທ້ວງການເຕົ້າ ໂຮມຊຸມນຸມ ພວກຊາວຜິວຂາວຊາດນິຍົມ ໃນເມືອງ Charlottesville ລັດ Virginia.

ທ່ານນາງ Bro ໄດ້ກ່າວວ່າ “ພວກເຂົາ ໄດ້ພະຍາຍາມ ຈະຂ້າລູກຂອງຂ້ອຍ ເພື່ອ
ຢາກ ປິດປາກປິດສຽງຂອງລາວ ແຕ່ເດົາເບິ່ງດຸ ເຈົ້າພຽງໄດ້ເຮັດໃຫ້ນາງໃຫຍ່ຂຶ້ນ.”

ຫຼັງຈາກທີ່ໄດ້ຢືນຄຳນັບເປັນເວລາດົນນານແລ້ວ ທ່ານນາງ Bro ໄດ້ສືບຕໍ່ຊຸກຍູ້ ພວກ
ສະໜັບສະໜູນ ນາງ Heyer ໃຫ້ສືບຕໍ່ເຜີຍແຜ່ ຖ້ອຍຄຳຂອງຄວາມອົດກັ້ນ ໃນນາມ
ຂອງ ນາງ Heyer.

ດອກໄມ້ທັງຫຼາຍ ແລະຮູບພາບ ຂອງຜູ້ເຄາະຮ້າຍ ນາງ Heather Heyer ຖືກວາງໄວ້ ຢູ່ອະນຸສອນສະຖານຊົ່ວຄາວ ຕັ້ງຢູ່ໃນເມືອງ Charlottesville ລັດ Virginia, ວັນທີ 13 ສິງຫາ 2017.
ດອກໄມ້ທັງຫຼາຍ ແລະຮູບພາບ ຂອງຜູ້ເຄາະຮ້າຍ ນາງ Heather Heyer ຖືກວາງໄວ້ ຢູ່ອະນຸສອນສະຖານຊົ່ວຄາວ ຕັ້ງຢູ່ໃນເມືອງ Charlottesville ລັດ Virginia, ວັນທີ 13 ສິງຫາ 2017.

ທ່ານນາງ Bro ໄດ້ບອກຝຸງຊົນວ່າ “ຂ້າພະເຈົ້າຢາກໃຫ້ອັນນີ້ ເຜີຍແຜ່ອອກໄປ. ຂ້າ
ພະເຈົ້າ ບໍ່ຢາກໃຫ້ອັນນີ້ ຕາຍໄປ. ອັນນີ້ ເປັນພຽງການເລີ່ມຕົ້ນ ມູນເຊື້ອ ຂອງນາງ
Heather ອັນນີ້ ບໍ່ແມ່ນການສິ້ນສຸດ.”

ເຊີນຊົມ: ພໍ່ຂອງຜູ້ເຄາະຮ້າຍ ໃນເມືອງ Charlottesville ກ່າວເຖິງລູກສາວຂອງທ່ານ ຜູ້ທີ່ຢາກໃຫ້ມີຄວາມສະເໝີພາບ

Charlottesville Victim's Father Says His Daughter Wanted Equality
please wait

No media source currently available

0:00 0:01:17 0:00

ທ່ານນາງ Bro ໄດ້ຂໍ ພວກທີ່ເຂົ້າຮ່ວມ ໃຫ້ກຽດຄວາມຊົງຈຳຂອງນາງ Heyer ໂດຍ
ເຮັດໃຫ້ຫຼາຍຂຶ້ນ ເພື່ອລຸກຂຶ້ນປະເຊີນກັບຄວາມບໍ່ຍຸຕິທຳ ໃນໂລກ ແລະ ທຳງານ
ເພື່ອບັນລຸເປົ້າໝາຍ ໃນການດຳລົງຊີວິດ ຂອງພວກເຂົາເຈົ້າເອງ.

ທ່ານນາງ ໄດ້ກ່າວວ່າ “ເຈົ້າຄວນໃຊ້ນິ້ວມືຈີ້ໂຕເຈົ້າເອງຄືກັນກັບນາງ Heather ໄດ້
ເຮັດມານັ້ນ ແລະ ເຈົ້າຈະພົບເຫັນວິທີທາງ.”

ເຊີນຊົມ: ທ່ານທຣຳ ຊືບຕໍ່ ໄດ້ຮັບການຕິຕຽນ ສຳລັບ ຄຳເຫັນ ກ່ຽວກັບຄວາມຮຸນແຮງ ໃນລັດ Virginia

Trump Continues to Take Fire for Comments on Violence in Virginia
please wait

No media source currently available

0:00 0:01:26 0:00

ລູກເອື້ອຍລູກນ້ອງ ຂອງນາງ Heyer ນາງ Diana Ratcliff ນ້ຳຕາລັ່ງໄຫລ ໃນຂະນະ
ທີ່ນາງ ອ່ານຈົດໝາຍສະບັບນຶ່ງ ທີ່ນາງ ໄດ້ຂຽນ ໂດຍບອກນາງ Heyer ວ່າ “ເຈົ້າອາດ
ບໍ່ຢູ່ນຳພວກເຮົາອີກຕໍ່ໄປແລ້ວ ແຕ່ເຈົ້າຍັງຢູ່ໃນໃຈພວກເຮົາຕະຫຼອດໄປ.”

Charlottesville Memorial
please wait

No media source currently available

0:00 0:02:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG