ບັນດາຜູ້ໄວ້ອາໄລແກ່ ຜູ້ເຄາະຮ້າຍຖ້ຽວບິນມາເລເຊຍ MH17
ທີ່ຖືກຍິງຕົກປີກາຍນີ້ ໄດ້ພາກັນເຕົ້າໂຮມກັນຢູ່ ໜູ່ບ້ານ
Hrabove ຂອງຢູເຄຣນ ເພື່ອເປັນຂີດໝາຍຄົບຮອບໜຶ່ງປີເປັນ
ເທື່ອທຳອິດ ຂອງເຮືອບິນຕົກທີ່ເຮັດໃຫ້ມີຜູ້ເສຍຊີວິດ 298 ຄົນ.
ບັນດາຍາດຕິພີ່ນ້ອງຈະພາກັນອ່ານຊື່ ຜູ້ເຄາະຮ້າຍແຕ່ລະຄົນ
ອອກມາດັງໆ ຊຶ່ງເປັນຜູ້ທີ່ເຮືອບິນໄດ້ຖືກຍິງຕົກໂດຍລູກສອນ
ໄຟ ຢູ່ເທິງຂົງເຂດເມືອງ Donetsk ຂອງຢູເຄຣນ ໃນວັນທີ່ 17
ເດືອນກໍລະກົດ ປີ 2014.
ສະຖານທີ່ໄວ້ອາໄລໄດ້ຕັ້ງຂຶ້ນຢູ່ໃກ້ບ່ອນເຮືອບິນຕົກ ບ່ອນທີ່
ຫລາຍໆຄົນໄດ້ມາໄວ້ອາໄລ.ພິທີ່ໃນວັນສຸກມື້ນີຈະຮວມທັງການເປີດ ອະນຸສາວະລີທີ່ໄດ້
ທຶນຈາກ ພວກກະບົດລັດຖະບານທ້ອງຖິ່ນ.
ຢູເຄຣນ ໄດ້ຕິຕຽນ ພວກກະບົດນິຍົມຣັດເຊຍ ໃນການຍິງເຮືອບິນຕົກ ໃນຂະນະທີ່ມົສກູ
ແລະພວກກະບົດ ປະຕິເສດການຮັບເອົາຄວາມຮັບຜິຊອບ ແລະຕິຕຽນ ກຳລັງທະຫານ
ຢູເຄຣນ.
ໃນປະເທດອອສເຕຣເລຍ ທີ່ເປັນບ້ານເຮືອນຂອງຜູ້ເຄາະຮ້າຍ 38 ຄົນ ໜັງສືພິມ Sydney
Daily Telegraph ໄດ້ເຜີຍແຜ່ ວິດີໂອ ຢູ່ໜ້າແວັບໄຊຕ໌ ສະແດງໃຫ້ເຫັນອັນທີ່ກ່າວວ່າ
ກຳລັງຂອງພວກກະບົດນິຍົມຣັດເຊຍ ພາກັນຊອກຄົ້ນຫາສິ່ງຂອງຢູ່ບ່ອນເຮືອບິນຕົກ ແລະ
ພົບເຫັນວ່າເປັນເຮືອບິນໂດຍສານ ແທນທີ່ເປັນເຮືອບິນທະຫານຢູເຄຣນ. ໜັງສືພິມກ່າວ
ວ່າ ຮູບພາບດັ່ງກ່າວໄດ້ລັກເອົາອອກມາຈາກຄ້າຍຂອງພວກກະບົດຢູ່ໃນເມືອງ Donetsk
ແລະໄດ້ຮັບຈາກໜັງສືພິມໃນອາທິດນີ້.