ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Randy Travis: “Heroes and Friends”


Two youths walk at Panayia Faneromeni church at the old city of capital Nicosia, Cyprus. Cyprus clinched a last-minute solution to avert imminent financial meltdown early Monday to secure a 10 billion euro bailout.
Two youths walk at Panayia Faneromeni church at the old city of capital Nicosia, Cyprus. Cyprus clinched a last-minute solution to avert imminent financial meltdown early Monday to secure a 10 billion euro bailout.

ເນື່ອງໃນວັນ "Memorial Day" ຫຼືວັນລະລຶກເຖິງດວງວິນຍານຂອງເຫຼົ່າທະຫານຜູ້ກ້າຫານ ທັງຫລາຍ ທີ່ໄດ້ເສຍສະລະເພື່ອປົກປ້ອງສະຫະລັດແລະປະຊາກອນ ໃຫ້ຢູ່ເຢັນເປັນສຸກ ໃນ ວັນຈັນທີ່ຈະເຖິງນີ້ ທາງລາຍການສຽງເພງຈາກແດນໄກຂອງ VOA ຈຶ່ງຈະມາຈັດເພງ ອະເມ ຣິກັນລູກທົ່ງທີ່ມີຄວາມໝາຍສໍາຄັນ ເພື່ອສະດຸດີ, ສັນລະເສີນແລະຂອບໃຈໃນທຸກໆຫຍາດ ເຫື່ອ ແຮງງານ ແລະຄວາມເສຍສະລະຂອງພວກເຂົາເຈົ້າເຫຼົ່ານັ້ນ ຊຶ່ງຈະຂໍເລີ່ມດ້ວຍເພງ “American Soldier” ...

ເພງ American Soldier ໂດຍ Toby Keith

ເພງທີ່ຫາຈົບລົງໄປນັ້ນແມ່ນເພງ “American
Soldier
” ​ເປັນຜົນງານເພງຂອງ Toby Keith
ເປັນເພງທີ່ມີຄວາມໝາຍດີ ຊຶ່ງວັນນະສອນໄດ້ຈັດໃຫ້
ເພື່ອສັນລະເສີນ ສະດຸດີແລະຂອບໃຈໃນທຸກໆຍາດເຫື່ອ
ແຮງງານ, ແລະຄວາມມີນໍ້າໃຈ ຂອງພວກເຫຼົ່າຜູ້ກ້າທີ່ເປັນ
ຮົ້ວປ້ອງກັນຊາດ ທີ່ນໍາເອົາຄວາມສັນຕິ ​ແລະ​ເສຣິພາບ​
ມາ​ໃຫ້​ພວກ​ເຮົາ.

ວັນ Memorial Day ຫຼື​ວັນແຫ່ງຄວາມຊົາຈໍາ ​ຂອງ​ເຫຼົ່າ
ທະຫານ​ຜູ້​ເສຍ​ສະລະ​ເຫຼົ່າ​ນີ້. ວັນນະ​ສອນ​ຂໍ​ຈັດ​ເພງ ທີ່​ມີ​ຄວາມ​ໝາຍ​ດີ​ ຊື່ວ່າ Heroe
and Friends
ຂອງ Randy Travis ທີ່​ໄດ້​ອະທິບາຍ​ເຖິງ​ຄວາມ​ສໍາຄັນ ຂອງ​ຄວາມ
ໝາຍ​ຂອງ​ຄໍາ​ວ່າພະ​ເອກຫຼືຜູ້​ກ້າ​ແລະ​ເພື່ອນ ກໍຄືບັນດາທະຫານອາເມຣິກັນທັງໝົດ.

ເພງ: “Heroes and Friends” ໂດຍ Randy Travis

Memorial Day ວັນ​ສໍາຄັນ​ນີ້​ໄດ້​ເຈັດ​ໃຫ້​ເປັນ​ວັນ​ຢຸດ​ທາງ​ລາດຊະ​ການ ຈະ​ມີ​ການ​ສະຫຼອງ
ຕ່າງໆ​ທີ່​ສໍາຄັນ​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່​ໃນ​ທົ່ວ​ປະ​ເທດ. ພິ​ເສດ​ສຸດ​ຜູ້ທີ່​ຈົງ​ຮັກ​ພັກດີ, ຮູ້​ບຸນຄຸນ
ຮວມທັງ​ຍາດ​ພີ່ນ້ອງ, ​ເພື່ອນຝູງ​ແລະ​ຄົນ​ຮັກ ກໍ​ຈະ​ເອົາ​ທຸງຊາດ​ອະ​ເມຣິກັນ, ດອກ​ໄມ້​ແລະ
ຂອງ​ທີລະ​ລຶກ ​ໄປ​ໄຫວ້​ຫຼຸມ​ຝັງ​ສົບ​. ວັນນະ​ສອນຂໍມອບເພງ Soldier Heart ໂດຍ
R. Kelly
ພ້ອມ​ດ້ວຍ​ຄະນະ VOA ຂໍສະດຸດດີແລະອາໄລ​ແດ່ດວງ​ວິນ​ຍານ​ຂອງ​ຜູ້​ກ້າ,
ຜູ້​ເສຍ​ສະລະ​ເຫຼົ່າ​ນັ້ນ ກໍ​ຄື​ເຫຼົ່າທະຫານອະເມຣິກັນ.

ເພງ: "Soldier Heart" ໂດຍ R. Kelly

ກ່ອນ​ຈາກ​ກັນ​ໄປ​ໃນ​ຄໍ່າ​ຄືນນີ້ ວັນນະ​ສອນ​ພ້ອມ​ດ້ວຍ​ຄະນະ ຂໍ​ສົ່ງ​ແຮງ​ໃຈ​ແລະ​ຂໍ​ກ່າວ​ຄໍາ​ວ່າ
ຂອບ​ໃຈ​ແລະ​ຮູ້​ບຸນຄຸນ ມາ​ຍັງ​ບັນດາ​ທະຫານ​ທັງ​ຍິງ​ແລະ​ຊາຍ ຜູ້​ທີ່​ກໍາລັງ​ດໍາ​ເນີນ​ແລະ​
ສືບຕໍ່​ໃນ​ສະໝໍລະພູມ​ສູ້​ລົບ​ຢູ່​ໃນ​ຂະນະ​ນີ້. ຂໍ​ໃຫ້​ສິ່ງ​ສັກສິດ​ຢູ່​ໃນ​ສາກົນ​ລະ​ໂລກ​ໄດ້ປົກ​ປ້ອງ​
ແລະ​ຄຸ້ມ​ຄອງ​ທ່ານ ​ແລະ​ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ Unknown ໂດຍ Soldier
Jeff Moor
.

ເພງ: "Unknown" ໂດຍ Soldier Jeff Moor.

ກ່ຽວຂ້ອງກັນ

XS
SM
MD
LG