ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຂີ່ລົດຈັກ ຫລາຍແສນຄົນ ຮ່ວມສະຫລອງວັນ Memorial Day


ທະຫານມາຣີນ ຄໍານັບ ຂະ​ບວນນັກ​ຂີ່​ລົດຈັກ​ ທີ່ມາຮ່ວມສະ​ເຫຼີ​ມສະ​ຫຼ​ອງ ວັນ​ລະ​ລຶກ​ເຖິງ​ດວງ​ວິນ​ຍານຂອງ​ທະຫານຜູ້​ທີ່​ສະລະ​ຊີບ​ ແລະ​ບັນດາ​ທະຫານ​ຜ່ານ​ເສິກ ຂອງປະເທດ, ວັນທີ 27 ພຶດສະພາ 2012.
ທະຫານມາຣີນ ຄໍານັບ ຂະ​ບວນນັກ​ຂີ່​ລົດຈັກ​ ທີ່ມາຮ່ວມສະ​ເຫຼີ​ມສະ​ຫຼ​ອງ ວັນ​ລະ​ລຶກ​ເຖິງ​ດວງ​ວິນ​ຍານຂອງ​ທະຫານຜູ້​ທີ່​ສະລະ​ຊີບ​ ແລະ​ບັນດາ​ທະຫານ​ຜ່ານ​ເສິກ ຂອງປະເທດ, ວັນທີ 27 ພຶດສະພາ 2012.

ໄດ້​ມີພວກຂີ່​ລົດຈັກ​ຈໍ​ານວນນັບ​ແສນ ​ພາກັນຂີ່​ລົດ​ຈັກ​ເຂົ້າ​ມາ ​ຍັງນະຄອ​ນຫລວງວໍ​ຊິງ​ຕັນ
ໃນວັນອາທິດວານນີ້ ເພື່ອ​ໃຫ້ກຽດແກ່​ບັນດາ​ນັກ​ລົບ​ເກົ່າ ​ແລະພວກທີ່​ໄດ້​ສະລະຊີບ ຫລື
ບໍ່​ກໍ​ຖືກ​ຈັບ​ໄປ ​ໃນລະຫວ່າງ​ທີ່ປະຕິບັດ​ໜ້າ​ທີ່​ເປັນ​ທະຫານ​ຮັບ​ໃຊ້​ຊາດ​ຢູ່​ນັ້ນ


ບັນດານັກຂີ່​ລົດຈັກ​ເຫຼົ່າ​ນັ້ນ ​ທີ່ມາ​ຈາກ​ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ​ໃນ​ສະຫະລັດ ໄດ້​ໄປ​ຮວມຕົວ​ກັນ​
ທີ່ທໍານຽບຫ້າ​ແຈ ​ແຄມແມ່​ນໍ້າ Potomac ທາງ​ຝັ່ງ​ລັດ​ເວີ​ຈີ​ເນຍ ​ແລ້ວພາກັນ​ຂີ່​ລົດ​ຂ້າມ​ໄປຍັງ
ອະນຸສາວະລີ​ນັກ​ລົບ​ເກົ່າຫວຽດນາມ ​ໃນວໍ​ຊິງ​ຕັນ. ​ຫລາຍ​ໆ​ຄົນ​ພາກັນ​ປັກ​ທຸງຊາດ​ອະ​ເມຣິ
ກັນ ​ໃສ່​ລົດ​ຂອງ​ພວກ​ເຂົາ​ເຈົ້າ ຫຼື​ບໍ່​ກໍ​ມີ​ຄົນ​ນັ່ງ​ຊ້ອນ​ທ້າຍ​ຢູ່​ທາງ​ຫຼັງ​ໂບກ​ທຸງຊາດ ​ໃຫ້​ແກ່ຝຸງ​ຊົນ
ທີ່​ຢືນຢູ່​ແຄມ​ຖະໜົນ ​ສົ່ງ​ສຽງ​ເຊຍສະໜັບສະໜຸນ ຂະນະ​ທີ່​ຂະບວນລົດຈັກຂອງ​ເຂົາ​ເຈົ້າ​ແລ່ນ
ກາຍ​ໄປ​ນັ້ນ.

ກິດຈະ​ກໍາ​ດັ່ງກ່າວ​ນີ້​ແມ່ນໄດ້​ປະຕິບັດກັນ​ເປັນ​ປະ​ຈໍາທຸກໆປີ ​ຊຶ່ງ​ປີ​ນີ້​ກໍ​ເປັນ​ປີ​ທີ 25 ​ແລະ​ໄດ້ຈັດ​ໃຫ້​ຖືກກັບ​ວັນ​ລະ​ລຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ທະຫານ​ຫານ​ທີ່​ໄດ້​ເສຍ​ຊີວິດ​ໃນ​ປາງ​ສົງຄາມ​ຕ່າງໆ ຫຼື​ເອີ້ນ​ກັນ​ວ່າ Memorial Day ຊຶ່ງ​ກົງ​ກັບ​ວັນ​ຈັນ​ມື້​ນີ້ ທີ່ເປັນ​ວັນ​ພັກແຫ່ງ​ຊາດ ​ເພື່ອ​ລະນຶກ​ເຖິງຄຸນງາມຄວາມດີ​ຂອງ​ບັນດາ​ຜູ້​ທີ່ເສຍສະລະ​ເລືອດ​ເນື້ອ​ເຊື້ອ​ໄຂ​ແລະ​ບັນດາທະຫານຜ່ານ​ເສິກ​ທັງຫຼາຍ​.

ຫ້ອງການ​ຕ່າງໆ​ຂອງ​ລັດຖະບານ​, ​ໂຮງຮຽນ​ແລະ​ສະ​ຖາ​ບັນ​ການ​ເງິນ​ທັງຫຼາຍ​ ​ແມ່ນປິດບໍລິການ ​ສະຫລອງ​ວັນ​ Memorial Day ນີ້.

XS
SM
MD
LG