ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ມີນາ ໒໐໒໕

ສະມາຊິກ ສະພາ ໄດ້ບອກວ່າ ຄົນເຂົ້າເມືອງ ຜິດກົດໝາຍ ມີີເຫດຜົນ ​​ທີ່​ຈະ​ຖືກ​ຈັບ​ ​ແລະ​ເນລະ​ເທດ


ຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ທ່ານນາງ Nancy Pelosi ຈາກລັດ California (ກາງ) ພ້ອມດ້ວຍບັນດາສະມາຊິກ ສະພາຕໍ່າພັກເດໂມແຄຣັດຄົນອື່ນໆ.
ຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ທ່ານນາງ Nancy Pelosi ຈາກລັດ California (ກາງ) ພ້ອມດ້ວຍບັນດາສະມາຊິກ ສະພາຕໍ່າພັກເດໂມແຄຣັດຄົນອື່ນໆ.

ບັນດາ​ສະມາຊິກ​ລັດຖະສະພາກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ກວດຄົນ​ເຂົ້າ​ເມືອງຂອງລັດຖະບານຜູ້​ນຶ່ງ​ໄດ້​ກ່າວ​ຕໍ່​ພວກ​ທ່ານວ່າ ພວກຄົນ​ເຂົ້າ​ເມືອງ​ທີ່ຜິດ​ກົດໝາຍເກືອບ ທັງ​ໝົດ​ແມ່ນ “ສົມເຫດສົມຜົນ” ທີ່​ຈະ​ຖືກ​ຈັບ​ກຸມ ​ແລະ​ເນລະ​ເທດ.

ທ່ານ Thomas Horman ຜູ້ອຳນວຍການ​ຊົ່ວຄາວ​ອົງການກວດ​ຄົນ​ເຂົ້າ​ເມືອງແລະ​ພາສີ ຫລື ICE ​ໄດ້​ພົບ​ປະ​ກັບ​ສະມາຊິກ​ສະພາ​ຕໍ່າ​ພັກ​ເດ​ໂມ​ແຄຣັດ 10 ຄົນ ​ໃນ​ວັນພະຫັດ​ວານ​ນີ້ ​ທີ່​ລັດ ຖະສະພາ.

ຫຼັງ​ຈາ​ກນັ້ນສະມາຊິກ​ສະພາ​ຕໍ່າສັງກັດ​ພັກ​ເດ​ໂມ​ແຄຣັດຈາກ​ລັດ Texas ທ່ານ Joaquin Castro ກ່າວ​ວ່າ ມັນ​ຍາກ​ທີ່​ຈະ​ອອກ​ຈາກ​ກອງ​ປະຊຸມ ​ແລະ​ເຊື່ອວ່າ “ລັດຖະບານປະທາ ນາທິບໍດີ Trump ຈະ​ບໍ່​ແນ​ເປົ້າ​ໝາຍ​ໃສ່​ຄົນ​ເຂົ້າ​ເມືອງ​ຫລາຍ​ເທົ່າ​ທີ່​ຈະ​ເປັນ​ໄປໄດ້.”

ທ່ານ Castro ກ່າວ​ວ່າ ​ສິ່ງ​ດຽວ ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ​ ​ນັ້ນ​ກໍ​ຄືພາກ​ປະຕິບັດ​ ຕໍ່ການ​ມາ​ເຖິງຂອງ​ພວກ​ເດັກນ້ອຍຫຼື DACA ຊຶ່ງເປັນພວກຄົນ​ເຂົ້າ​ເມືອງຜູ້​ທີ່​ເຂົ້າມາ​ໃນສະຫະລັດ ​ແຕ່ເວລາ​ອາຍຸ​ຍັງ​ນ້ອຍ ​ແລະ​ໄດ້​ຮັບ​ການ​ປ້ອງ​ກັນ​ພາຍ​ໃຕ້​ໂຄງການ​ທີ່ໄດ້​ຕັ້ງ​ຂຶ້ນໂດຍອະ ດີດ​ປະທານາທິບໍດີ Barack Obama.

ທ່ານ Castro ກ່າວ​ວ່າ “ຄວາມລັງ​ເລ​ໃຈສິ່ງ​ດຽວທີ່​ເຂົາ​ເຈົ້າມີກໍ​ຄືວ່າ ​ເຂົາ​ເຈົ້າ​ຈະ​ຕິດ​ຕາມ​ຫາພວກ​ເດັກນ້ອຍ DACA ຫລື​ບໍ່ ນອກຈາກ​ນັ້ນ​ແລ້ວ ທຸກໆ​ຄົນແມ່ນ​ສົມ​ເຫດ​ສົມ​ຜົນ​ສຳ ລັບ​ພວກ​ເຂົາ​ເຈົ້າ.”

ທ່ານ Thomas Horman ຜູ້ອຳນວຍການ​ຊົ່ວຄາວ​ອົງການກວດ​ຄົນ​ເຂົ້າ​ເມືອງ ​ແລະ​ພາສີ ຫລື ICE ​
ທ່ານ Thomas Horman ຜູ້ອຳນວຍການ​ຊົ່ວຄາວ​ອົງການກວດ​ຄົນ​ເຂົ້າ​ເມືອງ ​ແລະ​ພາສີ ຫລື ICE ​

ປະທານາທິບໍດີ Donald Trump ​ໄດ້​ອອກດຳລັດຝ່າຍ​ບໍລິຫານໃນອາ​ທິດ​ທຳ​ອິດ​ຂອງ​ການເຂົ້າ​ຮັບ​ຕຳ​ແໜ່​ງ​ເພື່ອ​ກະກຽມ​ການຈັດຕັ້ງປະຕິບັດ ​ກ່ຽວ​ກັບ​ລະບຽບ​ຄົນ​ເຂົ້າ​ເມືອງ ໃນຂອບ​ເຂດ​ທີ່​ກວ້າງຂວາງ.

ສ່ວນຄົນ​ອື່ນ​ໆ​ກ່າວ​ວ່າ “ພວກ​ຄົນ​ເຂົ້າ​ເມືອງ​ຫຼາຍ​ໆຄົນ ທີ່​ເຂົ້າ​ມາ​ໃນສະ​ຫະລັດ​ແບບ​ຜິດ​ກົດ ໝາຍ​ແລະ​ພວກ​ທີ່ຢູ່​ເກີນກຳນົດຫລືລະ​ເມີດເງື່ອນ​ໄຂ​ຂອງ​ວີ​ຊ່າຕ່າງໆ​ຂອງ​ເຂົາ​ເຈົ້າ​ ​ແມ່ນ​ເປັນ​ການຂົ່ມຂູ່​ທີ່​ສຳຄັ ນ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ ​ແລະ​ຄວາມ​ປອດ​ໄພຂອງ​ປະຊາຊົນ.”

ບັນດາ​ສະມາຊິກ​ລັດຖະສະພາ​ ທີ່​ໄດ້​ປະຊຸມ​ໃນ​ວັນ​ພະຫັດ​ວານ​ນີ້ ​ກ່າວ​ວ່າ ​ໃນ​ຈຳນວນ 686 ຄົນ ຂອງພວກ​ຄົນ​ເຂົ້າ​ບໍ່​ມີ​ເອກ​ກະສາ​ນ ​ທີ່​ຖືກ​ຈັບ​ ລະຫວ່າງ​ອາທິດ​ແລ້ວ​ນີ້ 120 ຄົນແມ່ນ​ບໍ່​ມີ​ປະຫວັດ​ການ​ກະທຳ​ຜິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG