ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກ ຂອງກຸ່ມສີ່ຝ່າຍຈະພົບປະກັນທາງອອນລາຍນ໌ ໃນທ້າຍອາທິດນີ້


ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວຕໍ່ລັດຖະມົນຕີຍີ່ປຸ່ນ ທ່ານໂຕຊິມິດສຸ ໂມເຕກິ ລັດຖະມົນຕີຕ່າງປະເທດອິນເດຍ ທ່ານສູບຣາມານຢາມ ໃຈຊັງກາ ແລະນາຍົກລັດຖະມົນຕີຕ່າງປະເທດອອສເຕຣເລຍ ທ່ານມາຣິສ ເພນ ຢູ່ກອງປະຊຸມສີ່ຝ່າຍ ທີ່ນະຄອນໂຕກຽວ ວັນທີ 6 ຕຸລາ 2020.
ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວຕໍ່ລັດຖະມົນຕີຍີ່ປຸ່ນ ທ່ານໂຕຊິມິດສຸ ໂມເຕກິ ລັດຖະມົນຕີຕ່າງປະເທດອິນເດຍ ທ່ານສູບຣາມານຢາມ ໃຈຊັງກາ ແລະນາຍົກລັດຖະມົນຕີຕ່າງປະເທດອອສເຕຣເລຍ ທ່ານມາຣິສ ເພນ ຢູ່ກອງປະຊຸມສີ່ຝ່າຍ ທີ່ນະຄອນໂຕກຽວ ວັນທີ 6 ຕຸລາ 2020.

ບັນດາຜູ້ນຳຂອງສະຫະລັດ ຍີ່ປຸ່ນ ອອສເຕຣເລຍ ແລະອິນເດຍ ຈະຈັດກອງປະຊຸມສຸດ
ຍອດທາງອອນລາຍ ໃນທ້າຍອາທິດນີ້ ພາຍໃຕ້ຂອງການທູດທີ່ບໍ່ເປັນທາງ ການ.

ແຫຼ່ງຂ່າວທີ່ບໍ່ເປີດເຜີຍໃນຍີ່ປຸ່ນ ໄດ້ກ່າວຕໍ່ອົງການຂ່າວວ່າ ປະທານາທິບໍດີສະຫະລັດ
ທ່ານໂຈ ໄບເດັນ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ນາຍົກ ລັດຖະມົນຕີ
ອອສເຕຣເລຍ ທ່ານສະກັອຕ ມໍຣິສັນ ແລະນາຍົກລັດຖະມັນຕີອິນ ເດຍ ທ່ານນາເຣັນ
ດຣາ ໂມດີ ຈະຈັດການສົນທະນາກັນ ໃນວັນສຸກຈະມາເຖິງນີ້.

ຄາດວ່າກອງປະຊຸມສຸດຍອດຈະເປັນເທື່ອທຳອິດສຳລັບບັນດາຜູ້ນຳ ໃນການສົນທະນາ
ເລື້ອງຄວາມປອດໄພສີ່ຝ່າຍ ຫຼື QUAD ທີ່ຈະພົບປະກັນ ນັບແຕ່ການສ້າງຕັ້ງ ຂຶ້ນ ໃນປີ
2007.

ທັງສີ່ຝ່າຍໄດ້ຖືກພິຈາລະນາວ່າ ເປັນແຮງຖ່ວງຕໍ່ການເອົາບາດກ້າວແບບຮຸກຮານຂອງ
ຈີນທີ່ເພີ້ມທະວີຂຶ້ນຢູ່ໃນທົ່ວຂົງເຂດເອເຊຍປາຊິຟິກ ປັກກິ່ງໄດ້ປະນາມກຸ່ມຈັດ ຕັ້ງສີ່ຝ່າຍ
ນີ້ວ່າ ພະຍາຍາຈະຄວບຄຸມການພັດທະນາຂອງຕົນ.

ກອງປະຊຸ່ມສີ່ຝ່າຍຈະມີຂຶ້ນພຽງບໍ່ເທົ່າໃດມື້ ກ່ອນລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານແອນໂທນີ ບລິງເຄັນ ແລະລັດຖະມົນຕີປ້ອງກັນປະເທດ ທ່ານລອຍດ໌ ອັອສຕິນ ຈະ
ໄປຢ້ຽມຢາມຍີ່ປຸ່ນ ແລະເກົາຫຼີໃຕ້. ການຢ້ຽມຢາມດັ່ງກ່າວຈະເປັນການຢ້ຽມຢາມຕ່າງປະ
ເທດເທື່ອທຳອິດ ຂອງພວກເຈົ້າໜ້າທີ່ລັດຖະບານ ທ່ານໄບເດັນ ນັບແຕ່ທ່ານໄບເດັນ ໄດ້
ເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG