ສະມາຊິກສະພາແຫ່ງຊາດລະບຸວ່າ ລັດຖະບານ ລາວ ບໍ່ມີມາດຕະການຈັດຕັ້ງປະຕິບັດເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍການພັດທະນາທີ່ວາງໄວ້ ທັງບໍ່ມີມາດຕະການຕໍ່ຜູ້ຈັດຕັ້ງປະຕິບັດທີ່ລົ້ມແຫຼວອີກດ້ວຍ.
ທ່ານ ຈັນສີ ແສງສົມພູ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຜົ້ງສາລີ ໄດ້ປະກອບຄວາມຄິດເຫັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 7 ພະຈິກ ຫາ 6 ທັນວາ 2019 ວ່າການທີ່ປະຊາຊົນ ລາວ ຍັງຕ້ອງປະເຊີນກັບບັນຫາທຸກຍາກຢູ່ເລື້ອຍມາ ແລະ ປະເທດຊາດຍັງຕ້ອງປະເຊີນກັບບັນຫາໜີ້ສິນເພີ່ມຂຶ້ນນັບມື້ນັ້ນກໍຍ້ອນວ່າລັດຖະບານ ລາວ ບໍ່ມີມາດຕະການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍການພັດທະນາທີ່ວາງໄວ້ໃນແຕ່ລະດ້ານ ທັງບໍ່ມີມາດຕະການຕໍ່ພະນັກງານລັດຜູ້ທີ່ຈັດຕັ້ງປະຕິບັດທີ່ລົ້ມແຫຼວອີກດ້ວຍ ຊຶ່ງແຕກຕ່າງກັບລັດຖະບານຂອງຕ່າງປະເທດເຊັ່ນລັດຖະບານ ຈີນ ທີ່ມີມາດຕະການຢ່າງຊັດເຈນວ່າ ຈະທຳການຍົກຍ້າຍພະນັກງານລັດທີ່ລົ້ມແຫຼວດັ່ງກ່າວໃນທັນທີ ດັ່ງທີ່ທ່ານ ຈັນສີ ໄດ້ໃຫ້ການຢືນຢັນວ່າ
"ດຽວນີ້ພວກເຮົານີ້ມີການພັດທະນາເທົ່າໃດແຮງເຮັດໃຫ້ໜີ້ສິນຂອງລັດຖະບານຫຼືຂອງປະເທດຊາດນີ້ເພີ່ມຂຶ້ນ ປະເທດອື່ນເພິ່ນນີ້ພັດທະນາເພື່ອໄປແກ້ໄຂຄວາມທຸກຍາກເພື່ອເຮັດໃຫ້ປະເທດຊາດນີ້ຮັ່ງມີເຂັ້ມແຂງຂຶ້ນ ແຕ່ເຮົານີ້ພັດທະນານ້ອຍກ້ອນໜີສິນຫັ້ນເພີ່ມຂຶ້ນ ດຽວນີ້ຄັນເວົ້າຄວາມຈິງແລ້ວຖືວ່າເສດຖະກິດຂອງປະເທດເຮົານີ້ຢຸດຈຶ້ງແລ້ວໃດ ເພາະຄາດໝາຍໂຕນີ້ກະບໍ່ໄດ້ຄາດໝາຍ ໂຕນັ້ນກະບໍ່ໄດ້ ສະນັ້ນຂໍໃຫ້ລັດຖະບານໄດ້ກວດກາຄືນເບິ່ງວ່າພວກເຮົາສິເຮັດແນວໃດ ຍົກຕົວຢ່າງຢູ່ ສປ ຈີນ ເພິ່ນແຮງໄດ້ເວົ້າແຈ້ງວ່າແຂວງໃດທີ່ບໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເຈົ້າແຂວງນັ້ນຕ້ອງລາອອກ ເມືອງໃດທີ່ບໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເຈົ້າເມືອງຕ້ອງລາອອກ."
ທາງດ້ານທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນປີ 2019 ນີ້ເຮັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ໂດຍເຫັນໄດ້ຈາກການຜະລິດກະສິກຳທີ່ຂະຫຍາຍຕົວ 2.5 ເປີເຊັນ, ອຸດສາຫະກຳ 7.1 ເປີເຊັນ ແລະ ບໍລິການ 5 ເປີເຊັນ ໃນຂະນະທີ່ແຜນການປີໄດ້ວາງເອົາໄວ້ທີ່ລະດັບ 2.8 ເປີເຊັນ, 8.3 ເປີເຊັນ ແລະ 6.7 ເປີເຊັນຕາມລຳດັບ ຈຶ່ງຄາດວ່າເສດຖະກິດ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນບໍ່ເກີນ 6.4 ເປີເຊັນ ໃນຂະນະທີ່ແຜນການປີ 2019 ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ຫຼຸດ 6.7 ເປີເຊັນ ທຽບໃສ່ປີ 2018.
ແຕ່ຢ່າງໃດກໍຕາມ ເພື່ອເປັນການເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວໃນອັດຕາສະເລ່ຍບໍ່ຫຼຸດ 6.4 ເປີເຊັນ ລັດຖະບານ ລາວ ຕ້ອງຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ ປັບປຸງຄຸ້ມຄອງລະບົບການເງິນ ແລະ ງົບປະມານລັດໃຫ້ແຂງແຮງ ປະຕິຮູບກົນໄກການເກັບລາຍຮັບທີ່ທັນສະໄໝ ໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ປະຕິບັດນະໂຍບາຍດອກເບ້ຍທະນາຄານຕາມກົນໄກຕະຫຼາດ, ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຂອງຕ່າງຊາດໃຫ້ເພີ່ມຂຶ້ນ ພັດທະນາການຜະລິດສິນຄ້າ ແລະ ບໍລິການສົ່ງເສີມການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ຫຼຸດການນຳເຂົ້າຈາກຕ່າງປະເທດ ແກ້ໄຂບັນຫາຍາກຈົນ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ ໃຫ້ມີປະສິດທິຜົນ ບໍລິຫານລັດຕາມກົດໝາຍຢ່າງເຂັ້ມງວດ ແລະ ດຳເນີນມາດຕະການປາບປາມການທຸຈະລິດຄໍຣັບຊັ້ນຢ່າງແທ້ຈິງ.
ທາງດ້ານນັກເສດຖະສາດທະນາຄານພັດທະນາເອເຊຍ (ADB) ປະຈຳ ລາວ ຢືນຢັນວ່າ ADB ໄດ້ຄາດໝາຍເສດຖະກິດ ຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນພຽງແຕ່ 6.2 ເປີ ເຊັນໃນປີ 2019 ຫຼຸດລົງຈາກ 6.5 ເປີເຊັນໃນປີ 2018 ໃນນີ້ພາກກະສິກຳຂະຫຍາຍຕົວ 2.5 ເປີເຊັນ, ພາກບໍລິ ການ 6.7 ເປີ ເຊັນ ແລະ ພາກອຸດສາຫະກຳ 7.1 ເປີເຊັນ ທັງກໍ ຍັງມີປັດໄຈພາຍໃນທີ່ ຈະສົ່ງຜົນກະທົບຕໍ່ການຄາດໝາຍດັ່ງກ່າວນີ້ໃນຫຼາຍດ້ານເຊັ່ນ ການດຳເນີນນະໂຍບາຍຮັດ ສາຍແອວ ດ້ານ ລາຍ ຈ່າຍຂອງລັດຖະບານ ລາວ ແລະ ການຍຸດການສົ່ງອອກໄມ້ທ່ອນໄປ ຕ່າງປະເທດທີ່ໄດ້ສົ່ງຜົນ ກະທົບຕໍ່ລາຍໄດ້ຂອງ ປະຊາຊົນ ລາວ ທີ່ຮັບຈ້າງຕັດໄມ້ໃຫ້ກັບບັນ ດາບໍລິສັດຄ້າໄມ້ ນັ້ນ.
ພ້ອມກັນນີ້ ADB ຄາດໝາຍວ່າ ລັດຖະບານລາວຈະປະເຊີນກັບການຂາດດຸນການຊຳລະບັນຊີ ໝຸນວຽນເຖິງ 9.5 ເປີເຊັນ ແລະ 10 ເປີເຊັນຂອງຍອດຜະລິດຕະພັນລວມໃນປີ 2019 ແລະ 2020 ສ່ວນການນຳເຂົ້າສິນຄ້າທີ່ເພີ່ມຂຶ້ນ ກໍຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດເຫຼືອບໍ່ເຖິງ 1,000 ລ້ານໂດລາ.