ສະມາຊິກສະພາແຫ່ງຊາດຂອງ ສປປ ລາວ 13 ທ່ານໄດ້ເດີນທາງມາຢ້ຽມຢາມ ສະຫະລັດ ເປັນຄັ້ງທຳອິດໃນເວລາ 1 ອາທິດເຕັມ ຊຶ່ງສິ້ນສຸດລົງໃນວັນອາທິດ ວານນີ້ ເພື່ອຖອດຖອນບົດຮຽນຈາກລັດຖະສະພາສະຫະລັດໃນດ້ານການຈັດຕັ້ງ ແລະບໍລິຫານງານຕ່າງໆ.
ໃນນັ້ນ ທ່ານສັນຍາ ປຣະເສີດ, ປະທານກໍາມາທິການການພົວພັນຕ່າງປະເທດ, ຜູ້ນໍາຄະນະຜູ້ແທນກ່າວວ່າ ພວກເພິ່ນເຫັນໄດ້ ທັງສິ່ງທີ່ຄືກັນ ແລະແຕກຕ່າງກັນ ລະຫວ່າງສະພາແຫ່ງຊາດລາວ ແລະລັດຖະສະພາສະ ຫະລັດ. ດ້ານຄືກັນກໍຄື ສະພາຂອງທັງສອງປະເທດແມ່ນມີ 3 ບົດບາດໃຫຍ່ຄື: ຮັບຮອງເອົາກົດໝາຍ, ຕັດສິນບັນຫາສໍາຄັນຂອງປະເທດຊາດ ແລະ ຕິດຕາມກວດກາ.
ສ່ວນສິ່ງທີ່ແຕກຕ່າງກັນທີ່ສໍາຄັນນັ້ນ ທ່ານເວົ້າວ່າ:
“ອັນແຕກຕ່າງຂອງເພິ່ນໜີ້ລະແມ່ນວ່າ ຂອງເພິ່ນສະພາມີບົດບາດສູງກວ່າລັດ ໃນການຈັດສັນງົບປະມານ, ຈັດສັນອັນຕ່າງໆ. ແລ້ວບັດນີ້ ພວກເພິ່ນໜີ້ ມີຫລາຍກໍາມາທິການ, ຫລາຍກໍາມາທິການກວ່າພວກເຮົາ, ເພິ່ນມີເກືອບ ຊາວພຸ້ນໄດ໋ ຫລະພວກເຮົາມີພຽງແຕ່ 9, 10 ກັບເລຂາທິການ, ອັນແຕກຕ່າງ ອັນສອງມາໜີ້ລະແມ່ນພວກເພິ່ນມີກົນໄກເລື້ອງຟັງຫາງສຽງຂອງປະຊາຊົນ ແລ້ວ ມີກົນໄກສະເພາະໄດ໋ໃຫ້ປະຊາຊົນມາຫາ ແລະໄດ້ພົບປະ”
ການເດີນທາງມາຢ້ຽມຢາມຄັ້ງນີ້ແມ່ນໄດ້ຮັບການອຸປະຖໍາ ແລະປະສານງານໃຫ້ ໂດຍມູນນິທິເອເຊຍ ຫລື Asia Foundation ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ໃນລັດຄາລິຟໍເນຍ ແລະມີສໍານັກງານຜູ້ຕາງໜ້າ ຕັ້ງຢູ່ ລາວມາໄດ້ຫລາຍປີແລ້ວ. ໃນການຢ້ຽມຢາມ ແລະແລກປ່ຽນຖອດຖອນບົດ ຮຽນໃນຄັ້ງນີ້ ຄະນະຜູ້ແທນລາວ ໄດ້ໄປຢ້ຽມຢາມຫ້ອງການແລະເບິ່ງຫ້ອງປະ ຊຸມຂອງສະພາສູງ ແລະສະພາຕໍ່າຂອງສະຫະລັດຢູ່ໃນນະຄອນຫລວງວໍຊິງຕັນ ແລະນະຄອນບາລຕີມໍ ຂອງລັດແມຣີແລນທີ່ຕັ້ງຢູ່ທາງເໜືອຂອງນະຄອນຫຼວງ ວໍໍຊິງຕັນ ຊຶ່ງເປັນຫໍລັດຖະສະພາສະຫະລັດອັນເກົ່າແກ່ ຕັ້ງຂຶ້ນກ່ອນ ຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນອີກດ້ວຍ.