ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກ ໃຫ້ເປັນປະທານປະເທດຄົນໃໝ່ ຂອງ ສປປ ລາວໃນກອງປະຊຸມຄັ້ງ ປະຖົມມະເລີກຂອງສະພາແຫ່ງຊາດຊຸດທີ 8 ອີງຕາມລາຍງານຂ່າວຂອງທາງການລາວໃນວັນພຸດມື້ນີ້.
ນອກນັ້ນແລ້ວ ກອງປະຊຸມດັ່ງກ່າວຂອງສະພາແຫ່ງຊາດຍັງໄດ້ເລືອກເອົາທ່ານພານຄຳ ວິພາວັນ ເຂົ້າຮັບຕຳແໜ່ງເປັນຮອງປະທານປະເທດ.
ທ່ານທອງລຸນ ສີສຸລິດ ໄດ້ຮັບເລືອກໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່.
ທ່ານນາງປານີ ຢາທໍ່ຕູ້ ໄດ້ຮັບເລືອກໃຫ້ເປັນປະທານສະພາແຫ່ງຊາດສະໄໝທີ 2.
ທ່ານພົນໂທແສງນວນ ໄຊຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບເລືອກເປັນຮອງປະທານສະພາແຫ່ງຊາດ ຊຶ່ງເປັນນຶ່ງໃນຈຳນວນຮອງທັງໝົດ 4 ທ່ານ.
ທ່ານ ດຣ. ບຸນທອງ ຈິດມະນີ, ທ່ານສົມດີ ດວງດີ ແລະ ທ່ານສອນໄຊ ສີພັນດອນ ຖືກເລືອກເປັນຮອງນາຍົກລັດຖະມົນຕີ. ນອກຈາກຮອງນາຍົກລັດຖະມົນຕີແລ້ວ ທ່ານ ດຣ. ບຸນທອງຍັງໄດ້ກຳຕຳແໜ່ງປະທານກວດກາລັດຖະບານແລະເປັນຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງ. ສ່ວນທ່ານສົມດີ ດວງດີ ຍັງກຳຕຳແໜ່ງ ລັດຖະມົນຕີການເງິນນຳ ດ້ວຍ.
ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮັບເລືອກເປັນລັດຖະມົນຕີກະຊວງປ້ອງກັນ ປະເທດຄົນໃໝ່.
ທ່ານສະເຫລີມໄຊ ກົມມະສິດ ໄດ້ຮັບເລືອກເປັນລັດຖະມົນຕີກະຊວງການຕ່າງປະເທດ.
ທ່ານພົນຈັດຕະວາ ສົມແກ້ວ ສີລາວົງ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະທ່ານຄຳໝັ້ນ ສູນວິເລີດ ເປັນລັດຖະມົນຕີກະຊວງພາຍໃນ.