ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ປະຈຳແລງ ວັນພະຫັດມື້ນີ້ ຊຶ່ງເປັນ
ມື້ທີສອງຂອງປີໃໝ່ສາກົນ ປີ 2020 ພວກ ເຮົາຈະນຳເອົາການສຳພາດກັບບັນດາສະ
ມາຊິກສັງຄົມລາວ ທີ່ອາໄສຢູ່ໃນນະຄອນມົງເຣອານ ຂອງການາດາ, ຢູ່ລັດຮາວາຍ
ແລະລັດໂອຮາຍໂອຂອງສະຫະລັດອາເມຣິກາມາສະໜີທ່ານ ກ່ຽວກັບການສະຫລອງ
ບຸນປີໃໝ່ສາກົນ. ບັນດາປະຊາຄົມເຊື້ອສາຍລາວຢູ່ໃນແຕ່ລະທ້ອງຖິ່ນເຫລົ່ານີ້ ພາກັນສະຫລອງບຸນປີໃໝ່ສາກົນຢ່າງໃດນັ້ນຂໍເຊີນທ່ານຮັບຟັງຈາກ ກິ່ງສະຫວັນ ໃນອັນ
ດັບຕໍ່ໄປ.
ໃນຄ້ຳຄືນຂອງວັນອັງຄານທີ່ຜ່ານມານີ້ ບັນດາຊາວໂລກໄດ້ພາກັນກິນລ້ຽງເພື່ອສົ່ງ
ທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະທົດສະວັດໃໝ່ ດ້ວຍການຈູດດອກໄຟ ຢ່າງ
ສະຫວ່າງສະໄຫວ, ເສບດົນຕີ, ຟ້ອນລຳດ ຊຸມແຊວກັນຫຼອດຄືນ. ການສະຫຼອງປີໃໝ່
ຢູ່ແຫ່ງນຶ່ງທີ່ງານໂດ່ງດັງຢູ່ໃນສະຫະລັດ ກໍຄືການສະຫລອງ ຢູ່ຈະຕຸລັດທາມສແຄວ
(Times Square) ໃນນະຄອນນິວຢອກບ່ອນທີ່ຝູງຊົນທີ່ແອອັດໄປເຕົ້າໂຮມກັນຢູ່
ທີ່ນັ້ນ ພາກັນນັບຖອຍຫຼັງໃນບໍ່ເທົ່າໃດນາທີ ທີ່ເຫຼືອຢູ່ຂອງປີ 2019 ແລະຮ້ອງໂຮ
ຕ້ອນຮັບປີ 2020 ທີ່ໄດ້ມາເຖິງຢ່າງເປັນທາງການ.
ປະຊາກອນໂລກບໍ່ວ່າຈະນັບຖືສາສະໜາໃດ ມີພື້ນຖານເຊື້ອຊາດຜີວພັນ ແລະປາກ
ພາສາໃດກໍຕາມ ເຂົາເຈົ້າບໍ່ສາມາດຫລີກລ້ຽງບັນຍາກາດອັນຄຶກຄື້ນນີ້ໄດ້ເດັດຂາດ.
ບັດນີ້ ພວກເຮົາກັບເຂົ້າມາໂອ້ລົມກັບບັນດາສະມາຊິກປະຊາຄົມລາວຢູ່ການາດາ
ແລະສະຫະລັດວ່າ ພວກເພິ່ນໄດ້ພາກັນສະຫຼອງບຸນປີໃໝ່ສາກົນປີນີ້ ຄືແນວໃດ.
ກ່ອນອື່ນຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບທ່ານເດດ ເຕັນເສຣີ ສະມາຊິກສັງ
ຄົມລາວທີ່ນະຄອນມົງເຣອານ ທີ່ເປັນອະດີດນັກບັນຊີທະນາຄານຢູ່ໃນນະຄອນມົງ
ເຣອານ ໄດ້ກ່າວຕໍ່ວີໂອເອ ຟັງດັ່ງນີ້:
ບັດນີ້ທ່ານຈະໄດ້ພົບກັບຍານາງສຸວັນທອງ ໄຊບັນດິດ ອະດີດນັກທຸລະກິດ ຊຶ່ງ ປັດ
ຈຸບັນເປັນປະທານວັດລາວສິຣິວັດທະນາລາມ ທີ່ເມືອງເອກຣອນ (Akron) ລັດໂອ
ຮາຍໂອ ຕັ້ງຢູ່ພາກຕາເວັນຕົກຍ່ານກາງຂອງສະຫະລັດ. ຍານາງສຸວັນທອງ ໄດ້ກ່າວ
ເຖິງການສະຫຼອງບຸນປີໃໝ່ສາກົນ ຢູ່ເຂດທີ່ຍານາງອາໄສຢູ່ວ່າ:
ທ້າຍສຸດນີ້ ຂ້າພະເຈົ້າຂໍໃຫ້ທ່ານຜູ້ຟັງຮູ້ຈັກກັບທ່ານແອດດີ ສີບຸນມີ ຊຶ່ງເປັນຊາວ
ສວນ ຢູ່ລັດຮາວາຍ ຊຶ່ງເປັນເກາະໃຫຍ່ແຫ່ງນຶ່ງໃນມະຫາສະໝຸດປາຊີຟິກ ຂອງ
ສະຫະລັດ. ທ່ານແອດດີ ໄດ້ກ່າວເຖິງສັງຄົມຊີວິດການເປັນຢູ່ຂອງຊາວລາວ ຊຶ່ງ
ເຕັມໄປດ້ວຍຄວາມຮັກແພງ, ຄວາມສະດວກສະບາຍ ແລະເປັນກັນເອງແບບລາວໆ
ໃນການສະຫຼອງບຸນປີໃໝ່ສາກົນຢູ່ເກາະຮາວາຍສູ່ຟັງດັ່ງນີ້:
ເມື່ອຍ່າງເຂົ້າປີໃໝ່ສາກົນ ບັນດາຄົນເຊື້ອສາຍລາວຢູ່ຕ່າງປະເທດກໍຄືຢູ່ພາຍໃນ
ປະເທດພາກັນເປີດປະຕິທິນ ໜ້າທຳອິດຂອງປີໃໝ່ 2020 ນີ້ ດ້ວຍການຈັດງານ
ສະເຫລີມສະຫລອງຢ່າງຄຶກຄື້ນ ພ້ອມໆກັນກັບຊາວໂລກ.