ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ຊາວລາວໃນຕ່າງແດນ ສົ່ງພອນປີໃໝ່ ປີ 2021 ໃຫ້ຊາວລາວຢູ່ໃນທົ່ວໂລກ


ສຸກສັນວັນປີໃໝ່ 2021 ແດ່ບັນດາທ່ານຜູ້ຟັງ ວີໂອເອ ພາກພາສາ ລາວ ທີ່ຢູ່ໃກ້ ແລະຢູ່ໄກ.
ສຸກສັນວັນປີໃໝ່ 2021 ແດ່ບັນດາທ່ານຜູ້ຟັງ ວີໂອເອ ພາກພາສາ ລາວ ທີ່ຢູ່ໃກ້ ແລະຢູ່ໄກ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ເປັນມື້ສົ່ງທ້າຍຂອງປີ 2020 ເພາະສະນັ້ນ ທາງລາຍ
ການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ຈຶ່ງຈະນຳເອົາຄຳອວຍພອນ
ຈາກບັນດາພີ່ນ້ອງຄົນເຊື້ອສາຍລາວຢູ່ໃນປະເທດຕ່າງໆມາສະເໜີທ່ານ. ບັນດາທ່ານ
ເຫລົ່ານີ້ແມ່ນໃຜ ແລະຢູ່ປະເທດໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

please wait

No media source currently available

0:00 0:12:39 0:00

ມື້ນີ້ວັນທີ 31 ທັນວາ ມື້ສຸດທ້າຍຂອງປີ 2020 ຢູ່ທີ່ນະຄອນຫຼວງວໍຊິງຕັນ ຍັງເປັນຕອນ
ເຊົ້າ ແລະກຳລັງລໍຖ້າການນັບຖອຍຫຼັງໃນຕອນທ່ຽງຄືນຈະມາເຖິງນີ້.

ແຕ່ວ່າຢູ່ໃນບັນດາປະເທດເຂດເອເຊຍ ກຳລັງຈະເລີ້ມສະຫຼອງ ສົ່ງ ທ້າຍປີເກົ່າ ແລະຕ້ອນ
ຮັບປີໃໝ່ສາກົນ 2021 ຢ່າງຄຶກຄື້ນກັນແລ້ວ. ແຕ່ວ່າ ໃນປີນີ້ ຊາວໂລກປະເຊີນໜ້າກັບ
ອຸບປະສັກອັນຮ້າຍແຮງ ຍ້ອນການແຜ່ລະ ບາດຂອງໂຄວິດ-19 ມາເປັນເວລາສິບເດືອນ
ແລ້ວ ເພາະສະນັ້ນ ເຫດການ ທີ່ເຄີຍບໍ່ມີມາກ່ອນນີ້ ໄດ້ເຮັດໃຫ້ປະຊາຊົນພາກັນສະຫຼອງ
ຕ້ອນຮັບບຸນປີໃໝ່ ສາກົນຢູ່ບ້ານເຮືອນຂອງໃຜລາວ. ເນື່ອງໃນໂອກາດອັນສຳຄັນນີ້ ວີໂອ
ເອໄດ້ ເຊີນບັນດາພີ່ນ້ອງຊາວລາວ ຢູ່ໃນຫຼາຍໆປະເທດ ມາໃຫ້ພອນອັນປະເສີດ ແກ່ທ່ານ
ຜູ້ຟັງ ຊຶ່ງມີບັນດາທ່ານດັ່ງຕໍ່ລົງໄປນີ້. ດຣ. ຊົມພູ ພ້ອມດ້ວຍພັນລະຍາ ຍານາງສຸລິສານ
ອຸດົມວິໄລ ຢູ່ ລັດຄວິນສ ແລນ (Queensland) ປະເທດອອສເຕຣເລຍ (Australia)
ໄດ້ສົ່ງຄຳອວຍ ພອນຜ່ານທາງ ວີໂອເອ ດັ່ງນີ້:

ດຣ ຊົມພູ ແລະຍານາງສຸລິສານ ອຸດົມວິໄລ.
ດຣ ຊົມພູ ແລະຍານາງສຸລິສານ ອຸດົມວິໄລ.

please wait

No media source currently available

0:00 0:01:12 0:00
ລິງໂດຍກົງ

ຍານາງວັນມະນີ ຈັນໂທ ທີ່ເຂດນະຄອນຫຼວງປາຣີ ໄດ້ສົ່ງຄຳອວຍພອນອັນ ປະເສີດ
ຂອງເພີ່ນ ມາສູ່ພີ່ນ້ອງຊາວລາວທີ່ຢູ່ທຸກຫົນແຫ່ງດັ່ງນີ້:

ຍານາງວັນມະນີ ຈັນໂທ.
ຍານາງວັນມະນີ ຈັນໂທ.

please wait

No media source currently available

0:00 0:00:56 0:00
ລິງໂດຍກົງ

ທ່ານບຸນທັນ ທັມມະວົງສາ ຄົນເຊື້ອສາຍລາວຄົນນຶ່ງຢູ່ເມືອງກາໂຕວິດແຊ (Katowice)
ປະເທດໂປແລນ. ໄດ້ສົ່ງຄຳອວຍພອນ ແລະຄວາມຄິດຮອດ ຄິດເຖິງມາສູ່ພີ່ນ້ອງຊາວລາວ
ທີ່ຢູ່່ໃກ້ ແລະໄກດັ່ງນີ້:

ທ່ານບຸນທັນ ທຳມະວົງສາ.
ທ່ານບຸນທັນ ທຳມະວົງສາ.

please wait

No media source currently available

0:00 0:01:29 0:00

ທ່ານເຫລັກ ຊະເວດວົງ ຢູເມືອງລາວານ (Laval) ເຂດນະຄອນມົງເຣອານ (Montreal)
ປະເທດການາດາ ໄດ້ສົ່ງຄຳອວຍອັນປະເສີດຜ່ານທາງ ວີໂອເອ ດັ່ງນີ້:

ທ່ານເລັກ ແລະຍານາງສໍາລີ ຊະເວດວົງ.
ທ່ານເລັກ ແລະຍານາງສໍາລີ ຊະເວດວົງ.

please wait

No media source currently available

0:00 0:02:03 0:00
ລິງໂດຍກົງ


ສຸດທ້າຍນີ້ແມ່ນ ອາຈານຈັນສົມ ແລະຍານາງພະນິດາ ແສງສຸລິວັນ ຢູ່ລັດອໍເຣກັນ
(Oregon) ທາງພາກຕາເວັນຕົກເໜືອສຸດຂອງສະຫະລັດ ໄດ້ສົ່ງຄຳ ອວຍພອນອັນປະ
ເສີດມາສູ່ພີ່ນ້ອງລາວທີ່ຢູ່ທຸກຫົນແຫ່ງດັ່ງນີ້:

ອາຈານຈັນຈັນສົມ ແລະຍານາງພະນິດາ ສຸລິວັນ.
ອາຈານຈັນຈັນສົມ ແລະຍານາງພະນິດາ ສຸລິວັນ.

please wait

No media source currently available

0:00 0:00:56 0:00
ລິງໂດຍກົງ

ເພື່ອຕ້ອນຮັບປີໃໝ່ສາກົນ ປີ 2021 ວີໂອເອ ໄດ້ຮັບກຽດພິເສດນຳເອົາເພງທີີ່ຫາກໍສຳ
ເລັດແລ້ວໃໝ່ໆ ຊື່ວ່າ “ວັນງາມຍາມດີປີໃໝ່” ປະພັນໂດຍ ອາຈານຈັນສົມ ສໍແສງສຸລິວັນ.
ເພງນີ້ຂັບຮ້ອງ ແລະຫຼີ້ນຄີບອດ ໂດຍພັນໂນລັກ ປະຖັມມະວົງ ຂໍເຊີນທ່ານຮັບຟັງ.

ເສບ ແລະຮ້ອງໂດຍ ຄາລວິນ ປະຖັມມະວົງ
ເສບ ແລະຮ້ອງໂດຍ ຄາລວິນ ປະຖັມມະວົງ

please wait

No media source currently available

0:00 0:04:34 0:00

ທ່ານສາມາດຟັງເພງທັງໝົດນີ້ ໄດ້ຢູ່ໜ້າເວັບໄຊຂອງ ວີໂອເອ ທີ່ Lao@voalao.com
ຂ້າພະເຈົ້າ ກິ່ງສະຫວັນ ປະຖັມມະວົງ ພ້ອມດ້ວຍຄະນະຈັດທຳລາຍການພາກພາສາ
ລາວ ຂໍສະແດງຄວາມຂອບໃຈ ທີ່ທ່ານຕິດຕາມຟັງ ລາຍການຂອງພວກເຮົາ. ສຸກ ຊົດຊື່ນ
ສົມຫວັງ ຈົ່ງເກີດຂຶ້ນແກ່ທຸກໆທ່ານຕະຫຼອດປີໃໝ່ສາກົນ 2021 ນີ້ດ້ວຍເຖິີ້ນ.

XS
SM
MD
LG