ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ປະຊາຄົມລາວ ຄອບຄົວນຶ່ງ ຢູ່ເມືອງໂມແດັສໂຕ ລັດຄາລີຟໍເນຍ ເສຍຊີວິດ ຍ້ອນໂຄວິດ-19


ຝຸງຊົນພາກັນຂັບລົດນັ່ງລໍຖ້າກວດເຊື້ອໂຄວິດ-19 ຢູ່ເດີ່ນກິລາ ລະຫວ່າງການລະບາດເພີ້ມຂຶ້ນ ທີ່ນະຄອນລອສ ແອນເຈີລິສ ວັນທີ 29 ທັນວາ 2020.
ຝຸງຊົນພາກັນຂັບລົດນັ່ງລໍຖ້າກວດເຊື້ອໂຄວິດ-19 ຢູ່ເດີ່ນກິລາ ລະຫວ່າງການລະບາດເພີ້ມຂຶ້ນ ທີ່ນະຄອນລອສ ແອນເຈີລິສ ວັນທີ 29 ທັນວາ 2020.

ປັດຈຸບັນນີ້ ລັດຄາລີຟໍເນຍ ແມ່ນນຳໜ້າໝູ່ໃນຈຳນວນຜູ້ຕິດໂຄວິດ-19 ແລະເສຍຊີວິດ
ຫຼາຍທີ່ສຸດຢູ່ໃນສະຫະລັດ. ຮວມຢູ່ໃນນັ້ນ ກໍມີສະມາຊິກ ປະຊາຄົມລາວອາເມຣິກັນ.
ຍານາງມະນີພອນ ເພັດພູທອນ ຢູ່ທີ່ເມືອງໂມ- ເດັສໂຕ (Modesto) ໃນລັດຄາລີຟໍເນຍ
ກ່າວເຖິງປະສົບການ ແລະ ຄອບຄົວລາວອາເມຣິກັນຄອບຄົວນຶ່ງ ທີ່ຍານາງຮູ້ດີສູ່
ວີໂອເອ ຟັງວ່າ:

ເຖິງແມ່ນມີຄວາມລະມັດລະວັງພຽງໃດກໍຕາມ ຫຼາຍໆຄົນຍັງຄິດວ່າໂຄວິດ- 19 ຈະບໍ່
ເກີດຂຶ້ນແກ່ຕົນເອງ ແລະຍັງບໍ່ເອົາໃຈໃສ່ຢ່າງເຄັ່ງຂັດ.

ການສັກຢາປ້ອງກັນໄວຣັສໂຄໂຣນາຢູ່ໃນສະຫະລັດໄດ້ເລີ້ມມາເປັນເວລາສອງອາທິດ
ແລ້ວ ແຕ່ໄດ້ປະສົບກັບບັນຫາການລ້າຊ້າ. ປັດຈຸບັນນີ້ ມີຜູ້ໄດ້ຮັບການ ສັກວັກຊີນພຽງ
ແຕ່ 4 ລ້ານກວ່າຄົນ. ຜູ້ທີ່ໄດ້ຮັບບູລະສິດໃນການສັກຢາກັນໂຄ ວິດ-19 ນັ້ນກໍຄືບັນດາ
ຜູ້ສູງອາຍຸທີ່ຢູ່ບ້ານເຮືອນຄົນຊະລາ ຜູ້ທີ່ມີອາຍຸສູງທົ່ວໆ ໄປ ບັນດາພະນັກງານແຖວໜ້າ
ເຊັ່ນພວກທ່ານໝໍແລະພະຍາບານ ແລະອື່ນໆ ທີ່ເຮັດວຽກຢູ່ໃນໜ້າທີ່ ທີ່ເປັນອັນຕະລາຍ
ຊຶ່ງເຂົາເຈົ້າມີໂອກາດຕິດໂຄວິດ-19 ໄດ້ງ່າຍ. ຕິດຕາມລົງມາກໍແມ່ນບັນດາປະຊາຊົນ
ທົ່ວໆໄປ.

ປັດຈຸບັນນີ້ຢູ່ໃນສະຫະລັດ ມີຜູ້ຕິດເຊື້ອໂຄວິດ-19 20 ລ້ານ 6 ແສນກວ່າຄົນ ແລະໄດ້
ເສຍຊີວິດໄປແລ້ວກວ່າ 3 ແສນ 50 ພັນກວ່າຄົນ.

XS
SM
MD
LG