ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ຊາວອາເມຣິກັນ ເຊື້ອສາຍລາວບາງຄົນ ຕິດໂຄວິດ-19 ແບບບໍ່ຮູ້ສຶກໂຕ ເຖິງແມ່ນໄດ້ສັກຢາປ້ອງກັນແລ້ວ


ພະນັກງານແພດຄົນນຶ່ງ ສະແດງບັດສັກຢາວັກຊີນກັຮໂຄວິດ-19 ທີ່ສູນກາງສາທາລະນະສຸກ QueensCare ໃນນະຄອນລອສ ແອນເຈີລິສ ລັດຄາລິຟໍເນຍ ເມື່ອວັນທີ 11, 2021.
ພະນັກງານແພດຄົນນຶ່ງ ສະແດງບັດສັກຢາວັກຊີນກັຮໂຄວິດ-19 ທີ່ສູນກາງສາທາລະນະສຸກ QueensCare ໃນນະຄອນລອສ ແອນເຈີລິສ ລັດຄາລິຟໍເນຍ ເມື່ອວັນທີ 11, 2021.

ເຖິງແມ່ນປະຊາຊົນອາເມຣິກັນປະມານ 170 ລ້ານ ໄດ້ສັກຢາປ້ອງກັນໂຄວິດ-19 ສອງ
ເຂັມຢ່າງເຕັມອັດຕາໄປແລ້ວກໍຕາມ ແຕ່ປາກົດວ່າ ຈຳນວນນຶ່ງຍັງບໍ່ ເປັນທີ່ປອດໄພ ແລະ
ບາງຄົນໄດ້ເລີ້ມພາກັນຕິດເຊື້ອໂຄວິດ-19 ນີ້ຢູ່ ຊຶ່ງອາດ ມາຈາກສາຍພັນແດລຕ້າ. ຢູ່ທີ່
ລັດຄາລຟໍເນຍ ບັນດາຄົນອາເມຣິກາເຊື້ອສາຍ ລາວ ໄດ້ກວດພົບຕິດເຊື້ອໄວຣັສໂຄ
ວິດ-19 ທັງໆທີ່ເຂົາເຈົ້າໄດ້ສັກຢາວັກຊີນ ປ້ອງກັນໄປແລ້ວກໍຕາມ. ຊຶ່ງເລື້ອງດັ່ງກ່າວນີ້
ໄດ້ສ້າງຄວາມຢ້ານກົວໃຫ້ແກ່ສະ ມາຊິກສັງຄົມລາວອາເມຣິກັນ ແລະຊາວອາເມຣິກັນ
ໂດຍທົ່ວໄປ ທີ່ພາກັນຕື່ນ ຕົກໃຈໄປຕາມໆກັນ.

ຍານາງສຸພາ ພອນມະນີ ຢູ່ນະຄອນລອສ ແອນເຈີລິສ ລັດຄາລິຟໍເນຍ ກ່າວສູ່ ວີໂອເອ
ຟັງກ່ຽວກັບຍາດຕິພີ່ນ້ອງ ຂອງຜູ້ກ່ຽວທີ່ໄດ້ຕິດໂຄວິດ-19 ໂດຍທີ່ບໍ່ມີ ຮູ້ສຶກໂຕວ່າ:

ປັດຈຸບັນນີ້ອົງການອາຫານແລະຢາຂອງສະຫະລັດ ຫຼື FDA ໄດ້ອະນຸມັດຢ່າງ ເຕັມອັດຕາ
ໃຫ້ບໍລິສັດຟາຍເຊີຣ-ໄບໂອແອນເທັກ (Pfizer-BioNtech) ໃຊ້ ການສັກຢາເພີ້ມ ເຂັມທີ
3 ເລີ້ມໃນຕົ້ນເດືອນກັນຍາ ຈະມາເຖິງນີ້ເປັນຕົ້ນໄປ. ຜູ້ທີ່ຈະໄດ້ຮັບບູລິມະສິດ ແມ່ນນັບ
ແຕ່ອາຍຸ 16 ປີ ຂຶ້ນໄປ ພ້ອມດ້ວຍຜູ້ທີ່ຢູ່ໃນສະພາບທີ່ມີຄວາມສ່ຽງແລະເຮັດວຽກຢູ່ແຖວ
ໜ້າ. ສ່ວນບັນດາປະຊາຊົນທົ່ວໄປ ແລ້ວ ຈະໄດ້ຮັບການສັກຢາວັກຊິນເພີ້ມ ຫຼັງຈາກແປດ
ເດືອນທີ່ເຂົາເຈົ້າໄດ້ສັກ ຢາວັກຊີນກັນໂຄວິດ-19 ຢ່າງເຕັມອັດຕາແລ້ວ.

XS
SM
MD
LG