ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ພາກັນພັກຜ່ອນ ຫາປາ, ລ່າເນື້ອ ແລະ ເກັບເຫັດ ໃນສີ່ລະດູການຢູ່ລັດອໍເຣກອນ


ທ່ານ ຄຳເພັດ ໄຊປຣະເສີດ ຈັບປາໂຕນຶ່ງໄດ້.
ທ່ານ ຄຳເພັດ ໄຊປຣະເສີດ ຈັບປາໂຕນຶ່ງໄດ້.

ການດໍາລົງຊີວິດຢູ່ໃນເຂດທີ່ອຸດົມສົມບູນ ເຕັມໄປດ້ວຍຊັບພະຍາກອນທຳທມະຊາດຂອງລັດອໍຣິກອນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ ບ່ອນທີ່ມີປະຊາຄົມລາວອາເມຣິກັນ ຈຳນວນນຶ່ງພາກັນຕັ້ງຖິ່ນຖານຢູ່ທີ່ນັ້ນ. ນອກຈາກມີຄວາມຮັບຜິດຊອບໃນວຽກງານປະຈຳວັນແລ້ວ ພວກເຂົາຈະເອົາເວລາຫວ່າງ ພາກັນໄປຫາປາ, ລ່າເນື້ອ, ຕຶກເບັດ ແລະ ເກັບເຫັດຢູ່ໃນປ່າ ອັນເປັນປະເພນີຄວາມລຶ້ງເຄີຍຂອງຄົນລາວ. ເພາະສະນັ້ນ ລັດອໍຣິກັນແມ່ນບ່ອນນຶ່ງ ທີ່ຊາວອາເມຣິກັນເຊື້ອສາຍລາວ ພາກັນສະໜຸກສະໜານໃນການຫາຢູ່ຫາກິນກັບທຳມະຊາດ.

ທ່ານຄຳເພັດ ໄຊປະເສີດ ສະມາຊິກສັງຄົມລາວຄົນນຶ່ງທີ່ໄດ້ຕັ້ງຖິ່ນຖານ ຢູ່ໃນ ລັດອໍຣິກອນ ໄດ້ຫຼາຍກວ່າສີ່ທົດສະວັດແລ້ວ ທ່ານມີຄວາມຊຳນານ ແລະຮູ້ດີກ່ຽວກັບລະດູການລ່າສັດຕ່າງໆ ທີ່ເປັນການຜັກຜ່ອນຫາຢູ່ຫາກິນຕາມທຳມະຊາດ ຊຶ່ງທ່ານໄດ້ ກ່າວເຖິງແຕ່ລະດູການສູ່ ວີໂອເອລາວ ຟັງດັ່ງນີ້:

ຢູ່ໃນສະຫະລັດ ມີປູປານາໆຊະສິດ ແລະສັດປ່າຢ່າງຫຼວງຫຼາຍ ເພື່ອໃຫ້ຄົນໄປໂຮ່ເນື້ອ ຫາປາ ເກັບເຫັດປ່າມາເປັນອາຫານ ອັນເປັນການຜັກຜ່ອນຢ່ອນອາລົມ ແລະ ເພື່ອເປີດໂອກາດໃຫ້ປະຊາຊົນໄດ້ຊົມໃຊ້ ໂດຍທີ່ທາງການໄດ້ຕັ້ງກົດລະບຽບຢ່າງເຄັ່ງຂັດເພື່ອຄວບຄຸມປະຊາກອນຂອງພວກສັດ ປ່າທັງຫຼາຍເຫລົ່ານີ້. ເພາະສະນັ້ນພວກນັກຕຶກເບັດແລະລ່າສັດປ່າຕ້ອງມີໃບອະນຸຍາດ ເສຍຄ່າທຳນຽມປະຈຳປີ ແລະ ຮຽນຮູ້ກ່ຽວກັບສິ່ງແວດລ້ອມ.

XS
SM
MD
LG