ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມລາວ ຮວມຢູ່ໃນປະຊາຊົນສີ່ລ້ານຄົນ ທີ່ລັດເທັກຊັສ ທີ່ໄດ້ຮັບຜົນກະທົບ ຈາກພາຍຸຫິມະ ແລະນໍ້າກ້ອນ


ລົດກວດຫິມະ ລະຫວ່າງທີ່ເກີດພາຍຸລະດູໜາວ ເມື່ອວັນທີ 14 ກຸມພາ 2021 ຢູ່ທີ່ລັດໂອກລາໂຮມາ.
ລົດກວດຫິມະ ລະຫວ່າງທີ່ເກີດພາຍຸລະດູໜາວ ເມື່ອວັນທີ 14 ກຸມພາ 2021 ຢູ່ທີ່ລັດໂອກລາໂຮມາ.

ນັບແຕ່ວັນຈັນເປັນຕົ້ນມາ 38 ລັດ ຂອງສະຫະລັດ ຮວມທັງລັດເທັກຊັສ ທີ່ຕັ້ງ ຢູ່ໃນເຂດພາກໃຕ້ ຂ້ອນໄປທາງທິດຕາເວັນຕົກ ບ່ອນທີ່ມີອາກາດອົບອຸ່ນ ຢູ່ຕະຫຼອດປີນັ້ນ ເວລານີ້ກຳລັງປະສົບກັບຫິມະແລະນໍ້າກ້ອນຕົກຢ່າງໜັກແບບບໍ່ເຄີຍ ມີມາກ່ອນ. ສະພາບການ ອັນຮ້າຍແຮງດັ່ງກ່າວນີ້ ເຮັດໃຫ້ປະຊາຊົນສີ່ລ້ານຄົນ ບໍ່ມີໄຟຟ້າໃຊ້ ນອກຈາກນັ້ນແລ້ວຍັງພາໃຫ້ທໍ່ນໍ້າກ້າມ ບໍ່ມີນໍ້າໃຊ້ ເຮັດໃຫ້ຊີວິດ ມີຄວາມຍາກລໍາບາກຕື່ມຂຶ້ນ ບວກໃສ່ກັບໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ນັ້ນ.

ການເດີນທາງໄປມາເປັນອັນຕະລາຍ ໂດຍສະເພາະຢູ່ທາງດ່ວນໄດ້ເກີດອຸປະຕິເຫດລົດຕຳກອງກັນຂຶ້ນຫຼາຍຮ້ອຍຄັນ ພ້ອມທັງເກີດໄຟໄໝ້ ແລະມີການເສຍຊີວິດ.

ທ່ານບຸນ ອຸດທະວົງ ສະມາຊິກປະຊາຄົມລາວຄົນນຶ່ງຢູ່ໃນລັດເທັກຊັສ ໄດ້ກ່າວ ເຖິງປະສົບການສູ່ ວີໂອເອ ຟັງດັ່ງນີ້:


ລັດເທັກຊັສ ມີອົບພະຍົກລາວເຂົ້າໄປຕັ້ງຖິ່ນຖານຢູ່ຫຼາຍພັນຄົນ ເພາະເປັນເຂດຮ້ອນຂອງສະຫະລັດ ບໍ່ມັກມີຫິມະ ແລະນໍ້າກ້ອນຕົກທີ່ຮ້າຍແຮງ ຄືດັ່ງທີ່ເຫັນຢູ່ ນປັດຈຸບັນ. ດ້ວຍເຫດນີ້ ລັດຖະບານຂອງ ລັດເທັກຊັສ ຈຶ່ງບໍ່ໄດ້ກະກຽມຮັບມື ກັບໄພທຳມະຊາດດັ່ງກ່າວ.

XS
SM
MD
LG