ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ເນຶ່ອງໃນໂອກາດສະຫຼອງວັນພໍ່ ຫລື Father’s Day
ໃນວັນອາທິດ ທີສາມຂອງເດືອນມິຖຸນາ ຈະມາເຖິງນີ້ ລາຍການຊີວິດຊາວລາວ ຂອງ
ວີໂອເອ ໄດ້ນຳເອົາການສຳພາດກັບ ບັນດາພໍ່ ມາເລົ່າສູ່ທ່ານຟັງກ່ຽວກັບຄວາມຮູ້ສຶກ
ຂອງພວກເພີ່ນ ທີ່ເປັນຜູ້ນຶ່ງມີຄວາມຮັບຜິດຊອບ ໃນການລ້ຽງລູກໃຫ້ໃຫຍ່ກ້າໜ້າບານ
ສຳເລັດການສຶກສາແລະປະກອບວິຊາອາຊີບ. ບັນດາພໍ່ເຫລົ່ານີ້ມີປະສົບການ ແລະ
ຄວາມຮູ້ສຶກຢ່າງໃດໃນຄວາມ ຮັບຜິດຊອບການລ້ຽງລູກນັ້ນ ກິ່ງສະຫັວນ ຈະນຳມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.
ວັນພໍ່ ຫຼື Father’s Day ແມ່ນວັນສະຫຼອງເພື່ອໃຫ້ກຽດແກ່ບັນດາຜູ້ເປັນພໍ່ທັງຫຼາຍ
ທີ່ໄດ້ປະຕິບັດໜ້າທີ່ຕໍ່ພວກລູກໆ. ການສະຫຼອງວັນພໍ່ ໄດ້ເລີ້ມເກີດມີມາຢູ່ໃນປະຊາຄົມ
ກາໂຕລິກໃນຢູໂຣບຕັ້ງແຕ່ສັດຕະວັດທີ 15 ໂດຍຖືເອົາວັນທີ 19 ມີນາ ເປັນວັນສະຫຼອງ.
ຫຼັງຈາກນັ້ນມາ ການສະຫຼອງວັນພໍ່ ໄດ້ແຜ່ຂະຫຍາຍອອກໄປທົ່ວໂລກ ຊຶ່ງຕໍ່ມາຢູ່ໃນຢູ
ໂຣບ ແລະອາເມຣິກາ ໄດ້ຮັບເອົາວັນອາທິດ ທີສາມຂອງເດືອນມິຖຸນາ ເປັນການສະ
ຫຼອງວັນພໍ່ຢ່າງເປັນທາງການມາຈົນເທົ້າເຖິງປັດຈຸບັນນີ້.
ເພາະສະນັ້ນມື້ນີ້ ທ່ານມະນີວົງ ເພຍແກ້ວ ຢູ່ທີ່ນະຄອນແຊນດີເອໂກ ລັດຄາລີຟໍເນຍ
ໄດ້ໂອ້ລົມກ່ຽວກັບປະສົບການຂອງທ່ານ ທີ່ໄດ້ລ້ຽງດູພວກລູກໆມາ ຊຶ່ງທ່່ານໄດ້ກ່າວຕໍ່
ວີໂອເອ ດັ່ງນີ້:
ຢູ່ໃນສະຫະລັດ ການມີລູກແມ່ນມີໜ້າທີ່ຮັບຜິດຊອບສູງ ມີການໃຊ້ຈ່າຍສູງຕະຫຼອດ
ຈົນຮອດພວກເຂົາເຈົ້າໃຫຍ່ກ້າໜ້າບານ. ຄວາມຮັບຜິດຊອບທີ່ສຳຄັນສຸດ ກໍຄືການສຶກ
ສາ ຕ້ອງໄດ້ຕິດຕາມໃຫ້ເປັນທີ່ແນ່ນອນວ່າ ເຂົາເຈົ້າປະສົບຜົນສຳເລັດ. ບັດນີ້ເຮົາຂໍ
ແນະນຳໃຫ້ທ່ານຮູ້ຈັກກັບທ່ານແຄວິນ ກອງສະມິດ ຜູ້ເປັນພໍ່ທີ່ດີຂອງລູກສາວນ້ອຍ
ທີ່ໜ້າຮັກສອງຄົນອາຍຸ 15 ປີ ແລະ 10 ປີ. ທ່ານແຄວິນ ທີ່ນະຄອນຊີອາໂຕ້ ລັດວໍຊິງ
ຕັນ ໄດ້ກ່າວເຖິງຄວາມຮັບຜິດຊອບຂອງທ່ານໃນແຕ່ລະວັນ ຊຶ່ງທ່ານໄດ້ກ່າວສູ່ວີໂອ
ເອ ຟັງດັ່ງນີ້:
ທ່ານເພຍແກ້ວ ມະນີວົງ ແລະທ່ານແຄວິນ ກອງສະມິດ ແມ່ນໂຕຢ່າງທີ່ດີຂອງ ການ
ເປັນຫົວໜ້າຄອບຄົວ ແລະເປັນພໍ່ ທີ່ໄດ້ລ້ຽງລູກໃຫ້ໃຫຍ່ກ້າໜ້າບານ ສຳເລັດການສຶກ
ສາ ແລະເປັນພົນລະເມືອງທີ່ດີຂອງປະເທດ.