ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ຕຽມສະຫຼອງບຸນວັນຊາດສະຫະລັດ ຄົບຮອບ 245 ປີ


ພິທີຈູດບັ້ງໄຟດອກ ສະຫຼອງບຸນວັນຊາດສະຫະລັດອາເມຣິກາ ວັນທີ 4 ກໍລະກົດ 2020 ທີ່ສະໜາມຫຼວງແຫ່ງຊາດ ວໍຊິງຕັນ.
ພິທີຈູດບັ້ງໄຟດອກ ສະຫຼອງບຸນວັນຊາດສະຫະລັດອາເມຣິກາ ວັນທີ 4 ກໍລະກົດ 2020 ທີ່ສະໜາມຫຼວງແຫ່ງຊາດ ວໍຊິງຕັນ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ເນື່ອງຈາກວັນອາທິດ ວັນທີ 4 ກໍລະກົດ ຈະມາເຖິງນີ້ເປັນ
ວັນຊາດຂອງສະຫະລັດອາເມຣິກາຄົບຮອບ 245 ປີ ເພາະ ສະນັ້ນ ລາຍການຊາວລາວ
ໃນຕ່າງແດນຂອງວີໂອເອແລງມື້ນີ້ຈະນຳເອົາການ ໂອ້ລົມກັບຊາວອາເມຣິກັນເຊື້ອສາຍ
ລາວ ຢູ່ໃນທົ່ວປະເທດມາສະເໜີທ່ານວ່າ ພວກເພີ່ນມີຄວາມຮູ້ສຶກຢ່າງໃດ ໃນນາມທີ່ເປັນ
ປະຊາຊົນອາເມຣິກັນ ແລະໄດ້ ພາກັນກະກຽມ ສະຫຼອງວັນຊາດນີ້ຢ່າງໃດເຊີນຮັບຟັງ
ໄດ້ຈາກ ກິ່ງສະຫວັນ.

ວັນທີ 4 ກໍລະກົດ ແມ່ນວັນຊາດອາເມຣິກາ ທີ່ໄດ້ປະກາດເປັນເອກກະ ລາດໃນປີ 1776
ຈາກອັງກິດ ຊຶ່ງປີນີ້ຕົກຖືກວັນອາທິດແລະວັນຈັນເປັນວັນ ພັກລາດຊະການຢູ່ໃນທົ່ວປະ
ເທດ. ເພາະສະນັ້ນ ຊາວອາເມຣິກັນຢູ່ຕາມບ້ານ ເລັກເມືອງນ້ອຍ ແລະໃຫຍ່ ພາກັນປັກ
ທຸງຊາດຢູ່ໜ້າບ້ານ ແລະຕາມຖະໜົນ ຫົນທາງ. ໃນວັນດັ່ງກ່າວນີ້ຊາວອາເມຣິກັນພາກັນ
ຖືໂອກາດກັນພັກຜ່ອນ ປິກ ນິກຊຸມແຊວຢູ່ຕາມບ້ານເຮືອນ ສວນສາທາລະນະ ຫຼິ້ນຢູ່ຕາມ
ແຄມທະເລແລະ ເບິ່ງການເດີນສວນສະໜາມ. ພໍເຖິງຕອນຄ່ຳມືດກໍຈະມ້ວນທ້າຍດ້ວຍ
ການຈູດ ບັ້ງໄຟດອກ ແລະຈູດໝາກກະໂພກ ຢ່າງສະໜັ່ນຫວັ່ນໄຫວ.

ທ່ານສົມສີ ອິນທະວົງ ຊຶ່ງໄດ້ເປັນສັນຊາດອາເມຣິກັນ ມາໄດ້ 30 ກວ່າປີແລ້ວ ໄດ້ເຂົ້າມາ
ຕັ້ງຖິ່ນຖານ ຢູ່ເມືອງເວັນຕູຣາ (Ventura) ແຄມຝັ່ັງມະຫາສະໝຸດ ປາຊີຟິກຂອງລັດຄາລີ
ຟໍເນຍ ຢູ່ທາງພາກຕາເວັນຕົກສຸດຂອງສະຫະລັດ. ທ່ານ ສົມສີ ໄດ້ໃຫ້ຄວາມຄິດເຫັນກ່ຽວ
ກັບການສະຫຼອງບຸນວັນຊາດອາເມຣິກາວັນທີ 4 ກໍລະກົດ ສູ່ ວີໂອຟັງ ດັ່ງນີ້:

ຢູ່ທີ່ເມືອງອາລກອນແກັງ (Algonguin) ຊຶ່ງເປັນເມືອງນ້ອຍໆໃນລັດອິລລິນອຍ ຕັ້ງຢູ່ໃນ
ພາກກາງຂອງສະຫະລັດນັ້ນ ມີປະຊາຄົມອາເມຣິກັນເຊື້ອສາຍລາວຈຳ ນວນນຶ່ງ ພາກັນຕັ້ງ
ຖິ່ນຖານຢູ່ໃນຂົງເຂດແຫ່ງນີ້. ຍານາງສີສະຫວັນ ເດີນທາງ ມາສະຫະລັດແຕ່ອາຍຸສອງປີ
ໄດ້ຮັບສັນຊາດອາເມຣິກັນພ້ອມດຽວກັນກັບເວລາ ທີ່ພໍ່ແມ່ຂອງນາງໄດ້ເປັນສັນຊາດໃນປີ
1988. ຍານາງສີສະຫວັນ ມີສາມີເປັນ ຄົນອາເມຣິກັນ ແລະຍານາງມີຄວາມພາກພູມໃຈ
ສະຫຼອງວັນຊາດອາເມຣິກັນ ໃນແຕ່ລະປີ ທີ່ເປັນໂອກາດໃຫ້ຍາດຕິພີ່ນ້ອງໄດ້ພົບພໍ້ສັງສັນ
ຮັບປະທານອາຫານ ພຶືຶ້ນເມືອງລາວຮ່ວມກັນ ຊຶ່ງຍານາງສີສະຫວັນ ກ່າວສູ່ຟັງດັ່ງນີ້:

ຢູ່ທີ່ເມືອງອາມາຣິລໂລ (Amarillo) ແລະເມືອງອ້ອມແອ້ມໃນລັດເທັກຊັສແຫ່ງ ນີ້ ຢູ່ທາງ
ພາກກາງໃຕ້ສຸດຂອງສະຫະລັດ ມີປະຊາຄົມລາວອາເມຣິກັນພາກັນ ຕັ້ງຖິ່ນຖານຢູ່ຢ່າງ
ຫຼວງຫຼາຍ ແລະອຸດົມສົມບຸນໄປດ້ວຍອາຫານການກິນ ໂດຍ ສະເພາະຊີ້ນງົວ. ທ່ານຄໍາ
ມະນີ ກໍແມ່ນຄົນອາເມຣິກັນເຊື້ອສາຍລາວອີກຜູ້ນຶ່ງ ທີ່ໄດ້ກ່າວເຖິງບັນຍາກາດການສະ
ຫຼອງບຸນວັນຊາດວັນທີ 4 ກໍລະກົດຂອງປະ ຊາຄົມລາວອາເມຣິກັນ ສູ່ຟັງດັ່ງນີ້:

ຢູ່ທີ່ເມືອງເອກຣອນ (Akron) ໃນລັດໂອຮາຍໂອ (Ohio) ທາງພາກກາງຂອງ ສະຫະລັດ
ຍານາງສຸວັນທອງ ດວງພະຈັນ ຄົນສັນຊາດອາເມຣິກັນ ເຊື້ອສາຍ ລາວອີກຜູ້ນຶ່ງທີ່ພາກພູມ
ໃຈ ໄດ້ລູກເຂີຍເປັນນາຍທະຫານສະຫະລັດ. ໃກ້ໆກັບ ເມືອງເມືອງເອກຣອນ (Akron)
ແມ່ນເມືອງໂຄລໍາບັສ (Culumbus) ແລະ ເມືອງຄລີບແລນ (Cleverland) ຊຶ່ງມີປະຊາ
ຄົມລາວ ອາໄສຢູ່ຢ່າງຫຼວງຫຼາຍ ມີວັດວາອາຮາມເປັນສູນກາງສັງຄົມ ເຕົ້າໂຮມສະຫຼອງ
ບຸນຕ່າງໆ ຊຶ່ງຍານາງສຸ ວັນທອງ ໄດ້ກ່າວມ້ວນທ້າຍເຖິງການສະຫຼອງບຸນວັນຊາດອາເມ
ຣິກັນ ຢູ່ໃນຂົງ ເຂດນີ້ສູ່ຟັງວ່າ:

ການສະຫຼອງບຸນວັນຊາດອາເມຣິກັນ ຄົບຮອບ 245 ປີ ຄັ້ງນີ້ ຈະເຮັດໃຫ້ປະຊາຊົນອອກ
ຈາກບ້ານເຮືອນຢ່າງຫຼວງຫຼາຍແລະເປັນທີ່ຄຶຶກຄື້ນຫຼັງຈາກ ໄດ້ຖືກ ກັກຕົວເອງຢູ່ໃນບ້ານ
ເຮືອນ ມາເປັນເວລາກວ່ານຶ່ງປີ.

XS
SM
MD
LG