ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະເບີດຝັງດິນ ຢູ່ພາກຕາເວັນອອກ ຢູເຄຣນ ສັງຫານ ຜູ້ສັງເກດການ ອາເມຣິກັນ


ລົດທີ່ຂັບໄປຢຽບລະເບີດຝັງດິນ ໃນຂະນະທີ່ກຳລັງຂົນສົ່ງສະມາຊິກຂອງອົງການ ເພື່ອຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ (OSCE), ຖືກເຄື່ອນຍ້າຍອອກຈາກຈຸດເກີດເຫດໃນພາກພື້ນ Luhansk, ປະເທດ ຢູເຄຣນ. 23 ເມສາ, 2017.
ລົດທີ່ຂັບໄປຢຽບລະເບີດຝັງດິນ ໃນຂະນະທີ່ກຳລັງຂົນສົ່ງສະມາຊິກຂອງອົງການ ເພື່ອຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ (OSCE), ຖືກເຄື່ອນຍ້າຍອອກຈາກຈຸດເກີດເຫດໃນພາກພື້ນ Luhansk, ປະເທດ ຢູເຄຣນ. 23 ເມສາ, 2017.

ນັກສັງເກດການ ອາເມຣິກັນ ຄົນໜຶ່ງຈາກອົງການເພື່ອຄວາມປອດໄພ ແລະການຮ່ວມມື
ໃນ ຢູໂຣບ ຫຼື OSCE ໄດ້ເສຍຊີວິດ ແລະ ນັກສັງ ເກດການອື່ນໆຫຼາຍຄົນໄດ້ຮັບບາດ
ເຈັບ ໃນວັນອາທິດວານນີ້ ເມື່ອລົດຂອງພວກເຂົາເຈົ້າ ໄດ້ແລ່ນໄປຢຽບລະເບີດຝັງດິນໃກ້
ກັບເມືອງ Luhansk ທາງພາກຕາເວັນອອກຂອງປະເທດ ຢູເຄຣນ.

ກະຊວງການຕ່າງປະເທດ ຂອງ ອອສເຕຣຍ ໄດ້ຢືນຢັນວ່າ ​ເຫດການດັ່ງກ່າວເກີດ​ຂຶ້ນໃກ້
ກັບບ້ານ Pryshyb. ປະຈຸບັນນີ້ ອອສເຕຣຍ ກຳ ລັງຮັບໜ້າທີ່ເປັນປະທານວຽນຂອງອົງ
ການ OSCE.

ລັດຖະມົນຕີການຕ່າງປະເທດ ອອສເຕຣຍ ທ່ານ Sebastian Kurz ໄດ້ຮຽກຮ້ອງໃຫ້ມີ
ການສືບສວນສອບສວນຢ່າງລະອຽດ, ແລະ ກ່າວເພີ່ມເຕີມວ່າ ພວກຜູ້ຮັບຜິດຊອບນັ້ນ ຄວນຖືກນຳມາລົງໂທດ.

ນັກ​ສັງ​ເກດ​ການຄົນ ເຢຍຣະມັນ ແລະ ເຊັກ ກໍໄດ້ຮັບບາດເຈັບເຊັ່ນກັນ ແຕ່ໄດ້ຮັບ​ການ
ປິ່ນປົວທີ່ໂຮງໝໍທ້ອງຖິ່ນ.

ອີງຕາມລາຍງານນັ້ນ, ລົດໄດ້ຢຽບລະເບີດຝັງດິນຢູ່​ໃນເຂດຄວບຄຸມທີ່​ໄດ້​ປະກາດ​ຕົນ​
ເອງ​ເປັນສາທາລະນະລັດປະຊາຊົນ Luhansk.

ຫົວໜ້າຄະນະຜູ້ສັງເກດການພິເສດຂອງອົງການ OSCE ທ່ານ Ertugrul Apakan ໄດ້
ກ່າວວ່າເພິ່ນຈະເດີນທາງໄປເມືອງ Luhansk ​ໃນວັນຈັນມື້ນີ້ເພື່ອໄປໃຫ້ກຳລັງໃຈຕໍ່ບັນ
ດານັກສັງເກດການ ແລະ ເພື່ອ ເຂົ້າໃຈສະຖານະການທີ່ດີກວ່າເກົ່າ.

ໃນຖະແຫຼງການສະບັບໜຶ່ງທ່ານ Apakan ໄດ້ກ່າວວ່າ ອົງການ OSCE ຍັງຄົງມີຄວາມ​ໝັ້ນໝາຍ ທີ່ຈະປະຕິບັດ​ພາລະກິດ​ຂອງ​ຕົນໃຫ້​ສຳ​ເລັດ​ລຸ​ລ່ວງ ແລະ ການປະກອບສ່ວນ
ເພື່ອນຳເອົາສັນຕິພາບມາສູ່ປະຊາຊົນຊາວ ຢູເຄຣນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Ukraine Crisis OSCE
please wait
Embed

No media source currently available

0:00 0:02:12 0:00

XS
SM
MD
LG