ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມລເບີນ ເລື່ອນມາດຕະການປິດເມືອງ ຍ້ອນພະຍາດໂຄວິດ-19 ອອກໄປຕື່ມອີກ ອາທິດນຶ່ງ 


ພວກພະນັກງານທີ່ຈຳເປັນ ພາກັນຍ່າງຜ່ານປ້າຍທີ່ຂຽນວ່າ 'ວິລະຊົນໃສ່ໜ້າກາກ' ໃນມື້ທຳອິດຂອງການປິດເມືອງໄລຍະ ເຈັດວັນ ໃນຂະນະທີ່ລັດວິກຕໍເຣຍ ຫາທາງທີ່ຈະຫລຸດຜ່ອນການແຜ່ລະບາດຂອງໄວຣັສໂຄໂຣນາ ກໍຄືພະຍາດ (COVID-19) ຢູ່ໃນເມືອງເອກແມລເບີນ ຂອງອັອສເຕຣເລຍ, ວັນທີ 28 ພຶດສະພາ 2021.
ພວກພະນັກງານທີ່ຈຳເປັນ ພາກັນຍ່າງຜ່ານປ້າຍທີ່ຂຽນວ່າ 'ວິລະຊົນໃສ່ໜ້າກາກ' ໃນມື້ທຳອິດຂອງການປິດເມືອງໄລຍະ ເຈັດວັນ ໃນຂະນະທີ່ລັດວິກຕໍເຣຍ ຫາທາງທີ່ຈະຫລຸດຜ່ອນການແຜ່ລະບາດຂອງໄວຣັສໂຄໂຣນາ ກໍຄືພະຍາດ (COVID-19) ຢູ່ໃນເມືອງເອກແມລເບີນ ຂອງອັອສເຕຣເລຍ, ວັນທີ 28 ພຶດສະພາ 2021.

ບັນດາເຈົ້າໜ້າທີ່ໃນລັດວິກຕໍເຣຍ ທາງພາກໃຕ້ຂອງອອສເຕຣເລຍ ໄດ້ເລື່ອນມາດຕະການປິດເມືອງ ອອກໄປອີກນຶ່ງອາທິດ ສຳລັບເມືອງເອກ ແມລເບີນ (Melbourne) ຂອງຕົນນັ້ນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.

ມາດຕະການປິດເມືອງໃນເບື້ອງຕົ້ນ ໄດ້ຖືກວາງອອກໃນທົ່ວລັດນີ້ ເມື່ອອາທິດແລ້ວ ຫຼັງຈາກທີ່ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ກວດພົບໄວຣັສໂຄໂຣນາ ສາຍພັນທີ່ຕິດແປດໄດ້ໄວທີ່ສຸດ ທີ່ໄດ້ແຜ່ລະບາດຢ່າງວ່ອງໄວ ໄປທົ່ວລັດວິກຕໍເຣຍ. ການລະບາດຄັ້ງຫຼ້າສຸດນີ້ ໄດ້ເຊື່ອມໂຍງກັບນັກເດີນທາງຈາກຕ່າງປະ ເທດ ຜູ້ທີ່ໄດ້ຕິດເຊື້ອໄວຣັສສາຍພັນໃໝ່ ທີ່ໄດ້ຖືກກວດພົບຄັ້ງທຳອິດຢູ່ອິນເດຍໃນລະຫວ່າງການກັກຕົວຢູ່ໃນໂຮງແຮມຕາມຂໍ້ບັງຄັບຂອງທາງການອິນເດຍນັ້ນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ປະກາດວ່າ ມີຫົກກໍລະນີຕິດພະຍາດໂຄວິດ-19 ໃໝ່ຢູ່ໃນທ້ອງຖິ່ນໃນວັນພຸດວານນີ້ ໂດຍໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດທີ່ໄດ້ຮັບການຢັ້ງຢືນແລ້ວ 60 ຄົນ.

“ຖ້າພວກເຮົາປ່ອຍໃຫ້ສິ່ງນີ້ດໍາເນີນໄປຕາມລໍາພັງຂອງມັນ ມັນກໍຈະລະເບີດ” ນັ້ນແມ່ນຄຳເວົ້າຂອງທ່ານເຈມສ໌ ເມີລີໂນ ຜູ້ຮັກສາການເຈົ້າຄອງລັດວິກຕໍເຣຍ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນເມືອງເອກແມລເບີນ. ທ່ານກ່າວຕື່ມວ່າ “ພວກເຮົາຕ້ອງກຳຈັດມັນໃຫ້ຊິ້ນຊາກ ເພາະວ່າຖ້າພວກເຮົາບໍ່ເຮັດ ປະຊາຊົນກໍຈະຕາຍ.”

ເຖິງຢ່າງໃດກໍຕາມ ພົນລະເມືອງຂອງແມລເບີນ 5 ລ້ານຄົນ ຈະຍັງຄົງຢູ່ພາຍໃຕ້ຂໍ້ຈຳກັດທີ່ເຂັ້ມງວດ ຕໍ່ໄປອີກຈົນເຖິງວັນທີ 10 ມິຖຸນາ ທີ່ມາດຕະການປິດເມືອງຈະໄດ້ຖືກຍົກເລີກສຳລັບພົນລະເມືອງຢູ່ໃນພາກພື້ນຂອງວິກຕໍເຣຍ ໂດຍ ມີຂໍ້ຈຳກັດຕ່າງໆ ກ່ຽວກັບການເຕົ້າໂຮມກັນຢູ່ໃນທີ່ສາທາລະນະ ແລະແບບເປັນການສ່ວນຕົວ ແລະຈຳນວນຄົນ ຢູ່ໃນຮ້ານອາຫານ.

ມາດຕະການປິດເມືອງຮອບໃໝ່ ແມ່ນເປັນຄັ້ງທີສີ່ ທີ່ໄດ້ຖືກວາງອອກຢູ່ແມລເບີນ ແລະລັດວິກຕໍເຣຍ ນັບຕັ້ງແຕ່ໄດ້ເລີ້ມມີໂຣກລະບາດເກີດຂຶ້ນ. ໃນຊ່ວງໄລຍະທີ່ຮ້າຍແຮງທີ່ສຸດ ເກີດຂຶ້ນໃນກາງປີ 2020 ຊຶ່ງໃຊ້ເວລາດົນກວ່າສາມເດືອນທີ່ລັດວິກຕໍເຣຍ ໄດ້ຢູ່ພາຍໃຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບສອງ ທີ່ໄດ້ເອົາຊີວິດປະຊາຊົນໄປຫຼາຍກວ່າ 800 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG