ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Melania Trump ຍ້ອງຍໍສາມີວ່າ "ເປັນຜູ້ນຳ ​ທີ່​ໜ້າ​ງຶດ​ງໍ້” ທີ່ກອງປະຊຸມໃຫຍ່ ພັກຣີພັບລິກັນ


ທ່ານນາງ Melania Trump, ພັນລະຍາຂອງຜູສະໝັກ ປະທານາ ທິບໍດີພັກຣີພັບບລິກກັນ ທ່ານ Donald Trump,
ທ່ານນາງ Melania Trump, ພັນລະຍາຂອງຜູສະໝັກ ປະທານາ ທິບໍດີພັກຣີພັບບລິກກັນ ທ່ານ Donald Trump,

ກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ຊາດ​ ຂອງ​ພັກຣີພັບ​ບລິ​ກັນ ​ໃນ​ວັນ​ອັງຄານ​ມື້ນີ້ ຈະ​ເຄື່ອນ​ໄຫວ ​ແນ ໃສ່​ເລື້ອງ​ເສດຖະກິດ ນຶ່ງ​ມື້​ຫຼັງ​ຈາກ​ທ່ານ​ນາງ Melania Trump ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ແລະ​ປະ​ເທດ​ຊາດຟັງ​ວ່າ ສາມີ​ຂອງ​ທ່ານ​ນາງຄື​ທ່ານ Donald Trump “ເປັນ​ຜູ້ນຳ ​ທີ່​ໜ້າ​ງຶດ​ງໍ້” ​ແລະເປັນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ສາ​ມາດ​ພາໃຫ້​ມີການ​ປ່ຽນ​ແປງ ສຳລັບ​ສະຫະລັດ.

Trump, Wife Speak at Convention, Which Saw Chaos Inside and Out
please wait

No media source currently available

0:00 0:03:13 0:00

ພວກ​ທີ່ຈະ​ກ່າວ​ຄຳ​ປາ​ໄສ ໃນ​ຕອນ​ແລງ​ວັນ​ອັງຄານ​ມື້​ນີ້ ທີ່​ນະ​ຄອນ Cleveland ລັດ Ohio ປະກອບດ້ວຍບັນດາ​ບຸກຄົນສຳຄັນສຸດ​ຂອງ​ພັກ​ຈຳນວນ​ນຶ່ງ ຮວມທັງ​ປະ​ທານສະ ພາຕໍ່າ ທ່ານ Paul Ryan ​ແລະ​ອ​ະດີດ​ຜູ້​ສະໝັກ​ປະທານາທິບໍດີ ທ່ານ Chris Christie ​ແລະ ທ່ານ Ben Carson.

Sights and Scenes from Day 1 of the Republican Convention
please wait

No media source currently available

0:00 0:01:17 0:00

ທ່ານ​ນາງ Melania Trump ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ຕ້ອງການ​ຜູ້​ໃດ​ຜູ້​ນຶ່ງ​ຕໍ່ສູ້ ໃຫ້​ແກ່​ທ່ານ ​ແລະ​ ປະ​ເທດ​ຂອງ​ທ່ານ​ແລ້ວ ຂ້າພະ​ເຈົ້າ​ຮັບປະກັນໄດ້ວ່າ ທ່ານ​ແມ່ນ​ບຸກຄົນ​ຜູ້ນັ້ນ.”

ທ່ານ​ນາງເປັນ​ຄົນ​ເຂົ້າ​ເມືອງ ​ທີ່​ມາ​ຈາກ​ປະ​ເທດ Slovenia ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ບໍ່​ຄ່ອຍ​ປາ ກົດ​ຕົວ ​ໃນ​ລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງ​ແລະ​ໄດ້​ໃຊ້​ບາງພາກສ່ວນ ຂອງຄຳ​ປາ​ໄສ ບອກ​ເລົ່າ​ເຖິງ​ຄວາມ​ເປັນ​ມາ​ສ່ວນ​ຕົວ​ຂອງ​ທ່ານ​ນາງ.

ສະມາຊິກສະພາສູງ ທ່ານນາງ Joni Ernst, ພັກຣີພັບບລິກັນ ຈາກລັດ Iowa ກ່າວທີ່ກອງປະຊຸມໃຫຍ່.
ສະມາຊິກສະພາສູງ ທ່ານນາງ Joni Ernst, ພັກຣີພັບບລິກັນ ຈາກລັດ Iowa ກ່າວທີ່ກອງປະຊຸມໃຫຍ່.

ແຕ່ວ່າຄຳ​ປາ​ໄສຂອງ​ທ່ານ​ນາງ​ ໄດ້​ພາ​ໃຫ້​ເກີ​ດມີ​ຄຳ​ຖາມ ​ກ່ຽວ​ກັບຕົ້ນຕໍ​ທີ່​ມາ​ອັນ​ແທ້​ຈິງ ຫລັງ​ຈາກ​ບັນດາ​ນັກ​ຂ່າວ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ມີ​ຄວາມ​ຄ້າຍຄື​ກັນຢູ່ໃນຂໍ້ ຄວາມຕອນນຶ່ງ ກັບຄຳ​ຖະ​ແຫລ​ງຂອງ​ທ່ານາງ Michelle Obama ທີ່​ໄດ້​ກ່າວ​ຢູ່​ກອງ​ປະຊຸມ​ໃຫຍ່​ພັກ​ເດ​ໂມ​ແຄຣັດ​ໃນ​ປີ 2008.

ອະດີດເຈົ້າຄອງກຳແພງນະຄອນ New York ທ່ານ Rudy Giuliani ກ່າວຢູ່ໃນກອງປະຊຸມ.
ອະດີດເຈົ້າຄອງກຳແພງນະຄອນ New York ທ່ານ Rudy Giuliani ກ່າວຢູ່ໃນກອງປະຊຸມ.

ທ່ານ​ນາງ Melania Trump ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ຈາກ​ເວລາ ​ທີ່​ມີອາຍຸ​ຍັງ​ນ້ອຍ​ຢູ່​ນັ້ນ ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ ໃນໂຕ​ຂອງ​ຂ້າພ​ະ​ເຈົ້າ ​ກ່ຽວ​ກັບ​ຄຸນ​ຄ່າເຮັດ​ໃນ​ການ​ເຮັດ​ວຽກ​ໜັກ ສຳລັບສິ່ງ​ທີ່ຂ້າພະ​ເຈົ້າ​ຕ້ອງການ​ໃນ​ຊີວິດ. ທີ່​ຄຳ​ເວົ້າຂອງ​ທ່ານ​ໄດ້​ຜູກ​ມັດທ່ານ ​ແລະ​ທ່ານຕ້ອງ​ປະຕິ​ບັດໃນ​ສິ່ງທີ່​ທ່ານ​ເວົ້າ ​ແລະ​ທ່ານ​ຮັກສາ​ຄໍາໝັ້ນ​ສັນ​ຍາ​ນັ້ນ​ໄວ້. ທີ່​ທ່ານ​ໃຫ້ປະຕິບັດ ຕໍ່ຄົນອື່ນ​ດ້ວຍ​ຄວາມ​ນັບຖື.”

ໂຄສົກຄົນນຶ່ງກຳລັງກ່າວຕໍ່ກອງປະຊຸມໃຫຍ່ ພັກຣີພັບບລິກັນ ທີ່ນະຄອນ Cleveland ລັດ Ohio.
ໂຄສົກຄົນນຶ່ງກຳລັງກ່າວຕໍ່ກອງປະຊຸມໃຫຍ່ ພັກຣີພັບບລິກັນ ທີ່ນະຄອນ Cleveland ລັດ Ohio.

ທ່ານ​ນາງ Obama ກ່າວ​ຢູ່​ໃນ​ຄຳປາ​ໄສ​ຂອງ​ທ່ານ​ນາງ​ວ່າ “​ແລະ​ທ່ານ Barack ​ແລະ​ຂ້າພ​ະ​ເຈົ້າ​ໄດ້​ຖືກ​ລ້ຽງ​ດູມາ​ ໂດຍມີ​ຄຸນ​ຄ່າ​ຫຼາຍ​ຢ່າງ​ທີ່​ຄ້າຍຄື​ກັນ ​ເຊັ່ນ​ວ່າ​ ທ່ານ​ເຮັດ​ວຽກ​ໜັກ​ໃນ​ສິ່ງ​ທີ່​ທ່ານ​ຕ້ອງການ​ໃນ​ຊີວິດ ທີ່ຄຳ​ເວົ້າ​ຂອງ​ທ່ານ​ຜູກ​ມັດ​ທ່ານ​ເອງ ​ແລະ​ທ່ານ​ເຮັດ​ໃນ​ສິ່ງ​ທີ່​ທ່ານ​ເວົ້າ​ວ່າ​ ທ່ານ​ຈະ​ປະຕິບັດ ທີ່ທ່ານ​ປະຕິບັດ​ຕໍ່​ຄົນອື່ນ​ດ້ວຍ​ກຽດສັກ​ສີ ​ແລະ​ດ້ວຍ​ຄວາມນັບຖື.”

ບັນດາສື່ມວນຊົນ ຕິດຕັ້ງສະແດງຢູ່ ກອງປະຊຸມໃຫຍ່ພັກຣີພັລລິກັນ.
ບັນດາສື່ມວນຊົນ ຕິດຕັ້ງສະແດງຢູ່ ກອງປະຊຸມໃຫຍ່ພັກຣີພັລລິກັນ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ຕອນ​ເຊົ້າ​ວັນ​ອັງ ຄານ​ມື້​ນີ້ ຍຶດໝັ້ນຢູ່​ໃນ​ຄຳ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ໃຫຍ່ໂດຍ​ກ່າວ​ວ່າ “ໃນ ການຄຳ​ປາ​ໄສທີ່ງົດງາມຂອງທ່ານນາງ ທີມນັກຂຽນ ຂອງທ່ານນາງ Melania ໄດ້ໃຫ້ຂໍ້ສັງເກດກ່ຽວ ກັບຊີວິດ ທີ່ດົນໃຈຂອງທ່ານນາງ ແລະໃນຈຳນວນນຶ່ງ​ແມ່ນ ຮວມທັງບາງສ່ວນຄວາມຄິດ ຂອງທ່ານນາງໃນທັນໃດ. ປະສົບການທ່ານນາງ Melina ຂອງການເປັນຄົນ​ເຂົ້າ​ເມືອງ ແລະຄວາມຮັກຕໍ່ອາເມຣິກາຜ່ານຢູ່ໃນຄຳ ປາ​ໄສຂອງທ່ານນາງນັ້ນ ໄດ້ເຮັດໃຫ້ ເປັນຜົນສຳເລັດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG