ພວກຜູ້ນໍາຫົກປະເທດຂົງເຂດແມ່ນໍ້າຂອງເຫັນພ້ອມນຳກັນກ່ຽວກັບແຜນການພັທະນາ
ສິບປີ ເພື່ອເລັ່ງລັດການເຕີບໂຕແລະການພັດທະນາ ແລະລົດຜ່ອນຄວາມທຸກຈົນ.
ໃນຖະແຫຼງການຮ່ວມສະບັບນຶ່ງ ທີ່ອອກໃນຕອນທ້າຍຂອງກອງປະຊຸມ ສຸດຍອດຂອງກຸ່ມ
ປະເທດເຂດອະນຸພາກພື້ນແມ່ນໍ້າຂອງຫຼື GMS ຄັ້ງທີ່ສີ່ ພວກຜູ້ນໍາໄດ້ຮັບຮອງເອົາມາດ
ຕະການຊຸດໃໝ່ຫລາຍຢ່າງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງຂົງເຂດ. ໃນ
ນັ້ນມີທັງພວກນະໂຍບາຍຕ່າງໆເພື່ອຊົມໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ແລະເພີ່ມ
ຄວາມລະມັດລະວັງຫລາຍຂຶ້ນໃນການສ້າງຄວາມສົມດຸນຕໍ່ຄວາມເປັນຫ່ວງດ້ານການພັດ
ທະນາ ແລະສະພາບແວດລ້ອມໄປພ້ອມໆກັນ.
ຄະນະປະເທດໃນກຸ່ມອະນຸພາກພື້ນແມ່ນໍ້າຂອງ ແມ່ນມີໂຮມທັງ ຈີນ ກໍາປູເຈຍ ລາວ ມຽນ
ມາ ໄທ ແລະຫວຽດນາມ.
ນັບຕັ້ງແຕ່ໄດ້ເລີ່ມຕົ້ນຂຶ້ນມາໃນປີ 1992 ນັ້ນ ກຸ່ມອະນຸພາກພື້ນແມ່ນໍ້າຂອງ ໄດ້ມີອັດຕາ
ການເຕີບໂຕທາງເສດຖະກິດທົ່ວຂົງເຂດອະນຸພາກພື້ນແມ່ນໍ້າຂອງເກືອບ 8 ເປີເຊັນ.
ຄວາມພະຍາຍາມຂອງກຸ່ມດັ່ງກ່າວນີ້ ໄດ້ຮັບການປະສານງານຈາກທະນາຄານພັທະນາເອ
ເຊຍ.