ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ຄຸ້ມຄອງແມ່ນໍ້າຂອງ


ສະມາຊິກສະພາສູງສະຫະລັດ ທ່ານ Jim Webb
ສະມາຊິກສະພາສູງສະຫະລັດ ທ່ານ Jim Webb

ສະມາຊິກສະພາສູງຂອງສະຫະລັດຈຸນຶ່ງຮຽກຮ້ອງໃຫ້ວໍຊິງຕັນໃຊ້ສຽງແລະການລົງຄະແນນ
ຂອງຕົນຢູ່ໃນສະຖາບັນສາກົນເພື່ອຮັບປະກັນກ່ຽວກັບການປົກປ້ອງຄຸ້ມຄອງສະພາບແວດ ລ້ອມຢ່າງເຄັ່ງຄັດສຳລັບແມ່ນໍ້າຂອງ ຊຶ່ງຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ.

ບັນດາສະມາຊິກສະພາສູງຊຶ່ງນຳພາໂດຍທ່ານ Jim Webb ສະມາຊິກສະພາສູງສັງກັດພັກ
ເດໂມແຄຣັທຈາກລັດເວີຈີເນຍ ໄດ້ນຳສະເໜີຍັດຕິສະບັບນຶ່ງ ຢູ່ໃນສະພາສູງຂອງສະຫະລັດ
ໃນວັນພະຫັດວານນີ້.

ຍັດຕິດັ່ງກ່າວຮຽກຮ້ອງໃຫ້ຜູ້ຕາງໜ້າຂອງສະຫະລັດຢູ່ໃນສະຖາບັນຕ່າງໆຂອງໂລກເຊັ່ນ
ທະນາຄານໂລກເປັນຕົ້ນໃຊ້ອິດທິພົນຂອງຕົນເພື່ອໃຫ້ການປົກປ້ອງຄຸ້ມຄອງແມ່ນໍ້າຂອງ.

ຍັດຕິສະບັບນີ້ຍັງໄດ້ຊົມເຊີຍລາວທີ່ໄດ້ເລື່ອນເວລາກ່ຽວກັບໂຄງການສ້າງເຂື່ອນໄຊຍະບູລີ. ຍັດຕິດັ່ງກ່າວຮຽກຮ້ອງໃຫ້ໂຈະ ໂຄງການສ້າງເຂື່ອນອື່ນໆຕາມລຳແມ່ນໍ້າຂອງໄປຈົນກວ່າ
ຈະມີໃນອັນທີ່ເອີ້ນວ່າ “ການວາງແຜນຢ່າງພຽງພໍນັ້ນ”.

ທ່ານ Webb ກ່າວວ່າ ສະຫະລັດແລະປະຊາຄົມຂອງໂລກ ມີຜົນປະໂຫຍດທາງດ້ານຍຸດ
ທະສາດໃນການປົກປັກຮັກສາສຸກຂະພາບ ແລະຄວາມຢູ່ດີກິນດີ ຂອງປະຊາຊົນຈຳນວນ
60 ລ້ານຄົນທີ່ກາງຕໍ່ອາໄສແມ່ນໍ້າຂອງນັ້ນ.

ແມ່ນໍ້າຂອງ ທີ່ມີຕົ້ນກຳເນີດໃນເຂດພູຜາຂອງທິເບດ ໄຫຼຜ່ານພາກໃຕ້ຂອງຈີນ ມຽນມາ
ລາວ ໄທ ກຳປູເຈຍ ແລະຫວຽດນາມ ກ່ອນທີ່ຈະຕົກໃສ່ທະເລຈີນໃຕ້.

ສະມາຊິກສະພາສູງ Webb ກ່າວວ່າ ການສ້າງເຂື່ອນຢູ່ຕາມລຳແມ່ນໍ້າຂອງອາດຈະເປັນ
ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານອາຫານຢູ່ໃນຂົງເຂດ ຂັດຂວາງ ເສັ້ນທາງຂຶ້ນລ່ອງໄປ
ມາຂອງປາ ແລະພາໃຫ້ນໍ້າທະເລໄຫຼຍູ້ເຂົ້າມາເພີ່ມຂຶ້ນໃນແມ່ນໍ້າຂອງ.

XS
SM
MD
LG