ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໔ ມັງກອນ ໒໐໒໕

ໄຂ້​ມາ​ເລ​ເຣຍ ສາຍ​ພັນ​ຕ້ານທານ​ຢາ ຢູ່​ກໍາປູ​ເຈຍ ອາດກັບຄືນມາ ລະບາດອີກ


ພາບຂອງຄົນເຈັບທີ່ເປັນໄຂ້ມາເລເຣຍ ທີ່ໄປປິ່ນປົວຢູ່ໂຮງໝໍ ໃນແຂວງ Pailin ຂອງກໍາປູເຈຍ ທີ່ມີຊາຍແດນ ຕິດກັບປະເທດໄທນັ້ນ.
ພາບຂອງຄົນເຈັບທີ່ເປັນໄຂ້ມາເລເຣຍ ທີ່ໄປປິ່ນປົວຢູ່ໂຮງໝໍ ໃນແຂວງ Pailin ຂອງກໍາປູເຈຍ ທີ່ມີຊາຍແດນ ຕິດກັບປະເທດໄທນັ້ນ.

ທ້າວ Som Aun ​ໄດ້ຕິດພະຍາດ​ໄຂ້​ມາ​ເລ​ເຣຍ ພາຍຫລັງ​ທີ່​ໄດ້​ຍ້າຍ​ໄປ​ຢູ່​ເມືອງ
Thma Baing, ​ແຂວງ Koh Kong ​ຂອງ​ກໍາປູ​ເຈຍ ​ໃນ​ປີ 2002. ສີ່​ປີຕໍ່ມາ ລູກ​
ຂອງ​ລາວ​ສອງ​ຄົນ ກໍ​ຕິດພະຍາດນັ້ນ​ຄື​ກັນ.

ລາວເວົ້າ​ຕໍ່ VOA ພະ​ແນ​ກພາສາ​ຂະ​ແມວ່າ ເປັນ​ເວລາ​ຫ້າ​ປີ ທີ່​ທ້າວ An, ລູກ​ຊາຍ
​ຂອງ​ລາວທີ່​ດຽວນີ້ມີ​ອາຍຸ​ໄດ້ 19 ປີ ​ແລະ​ນາງ Sreyna ລູກ​ສາວຂອງ​ລາວ​ທີ່​ດຽວນີ້
ມີ​ອາຍຸ​ໄດ້ 12 ປີ ຍັງຕິດພະຍາດ​ດັ່ງກ່າວ​ຢູ່ ​ຍ້ອນ​ວ່າ​ຂາດ​ການ​ປິ່ນປົວ​ທີ່​ມີ​ປະສິດທິ​ຜົນ.

ລາວບອກ​ອີກ​ວ່າ "ບາງ​ຄັ້ງພະຍາດ​ດັ່ງກ່າວ​ກໍ​ດີ​ໄປໄດ້​ນຶ່ງ​ເດືອນ ​ແຕ່​ມັນ​ກໍ​ກັບ​ຄືນ​ມາ​ອີກ
​ໃນ​ເວລາ​ສອງ​ເດືອນ​ຕໍ່ມາ" ໂດຍ​ກ່າວ​ເພີ້ມວ່າ ລູກ​ຂອງລາວ​ທັງ​ສອງ​ຄົນ​ແມ່ນ​ມີ​ໄຂ້​ສູງ​
ແລະໜາວສັ່ນ.

ທ້າວ Aun ​ເວົ້າວ່າ ພວກ​ລູກ​ຂອງ​ລາວ ທີ່​ເຮັດ​ວຽກຢູ່​ນິຄົມ​ປູກ​ກ້ວຍ ພາກັນ​ອອກ​ໆ
​ເຂົ້າໆ​ໄປ​ໃນ​ຄລີ​ນິກ ​ແລະ "ພາຍຫລັງ​ທີ່​ພວກ​ເຂົາໄດ້ກິນຢາ​ແລ້ວ ພວກ​ເຂົາ​ກໍ​ຈະ​ເຊົາ
​ເປັນ​ໄຂ້ ​ເປັນໄລຍະ​ໃດ​ນຶ່ງ ​ແລ້ວຈາກ​ນັ້ນ ພວກ​ເຂົາ​ກໍ​ໄປ​ໂຮງໝໍ ຖ້າ​ພວກ​ເຮົາ​ມີ​ອາ
ການ​ທີ່​ຮ້າຍ​ແຮງ.

ຄອບຄົວ​ດັ່ງກ່າວ​ບໍ່​ໄດ້​ໄປ​ໂຮງໝໍ​ແບບ​ສະໝໍ່າສະ​ເໝີ ຍ້ອນ​ວ່າ​ຄ່າ​ເດີນທາງ​ແມ່ນ
200,000 ຫາ 300,000 ຣຽນ ຫລື​ປະມານ 50 ຫາ 75 ​ໂດ​ລາ.

ພວກ​ນັກຄົ້ນຄວ້າ​ພາກັນຕົກໃຈເພີ້ມຂຶ້ນ ຈາກການກັບຄືນມາຂອງໄຂ້​ມາ​ເລ​ເຣຍ
ສາຍ​ພັນ​ຕ້ານທານ​ຢາຢູ່​ໃນ​ກໍາປູ​ເຈຍ ທີ່​ເອີ້ນວ່າ "superbug" ຫລື “ເຊື້ອພະຍາດ
​ທີ່ຍອດ” ທີ່​ເຮັດ​ໃຫ້​ຢາ​ຕ້ານໄຂ້ມາ​ເລ​ເຣຍທີ່​ໃຊ້​ທົ່ວ​ໄປໃນການ​ປິ່ນປົວ ​ທີ່​ອີ​ງ​ໃສ່​ສານ
artemisinin ​ນັ້ນ ໝົດສະ​ມັນ​ຕະພາບ​ລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG