ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

150 ຄົນເສຍຊີວິດ ຍ້ອນນໍ້າຂອງຖ້ວມ ຢູ່ກໍາປູເຈຍ ແລະພາກໃຕ້ຫວຽດນາມ


ນໍ້າຖ້ວມໃນເຂດແຂວງ Kandal, ກໍາປູເຈຍ
ນໍ້າຖ້ວມໃນເຂດແຂວງ Kandal, ກໍາປູເຈຍ

ມີຫຼາຍກວ່າ 150 ຄົນ ເສຍຊີວິດໃນກໍາປູເຈຍແລະພາກໃຕ້ຫວຽດນາມຈາກໄພນໍ້າຖ້ວມ
ເລາະລຽບຕາມລຳແມ່ນໍ້າຂອງທີ່ຮ້າຍແຮງສຸດໃນຮອບ 11 ປີ.

ເຈົ້າໜ້າທີ່ຂອງສອງປະເທດກ່າວວ່າ ນໍ້າໄດ້ໄຫຼເຂົ້າຖ້ວມທົ່ງນາຫຼາຍພັນເຮັກຕາແລະ
ບ້ານເຮືອນຂອງຜູ້ຄົນ ພ້ອມທັງສຸເອົາຂົວໄປ ແລະບັງຄັບໃຫ້ຜູ້ຄົນຈໍານວນຫຼາຍພັນຄົນ
ໄດ້ຍົກຍ້າຍອອກຈາກບ້ານເຮືອນຂອງພວກເຂົາເຈົ້າ.

ສະພາບການແມ່ນຍັງຈະຮ້າຍແຮງລົງຕື່ມ ຖ້າລົມໄຕ້ຝຸ່ນ Nesat ທີ່ເຮັດໃຫ້ ມີຜູ້ເສຍຊີວິດ
ຢ່າງນ້ອຍ 150 ຄົນແລ້ວໃນຟິລິບປີນແລະ 3 ຄົນຈາກຈີນ ໃນສັບປະດາແລ້ວນີ້, ເຮັດໃຫ້
ຝົນຕົກໜັກເລິກເຂົ້າໄປຈາກເຂດແຄມຝັ່ງທະເລນັ້ນ ຍິ່ງຈະເຮັດໃຫ້ນໍ້າຂອງຖີບໂຕສູງຂຶ້ນ.

ໃນກໍາປູເຈຍ, ຮອງນາຍົກລັດຖະທົນຕີ ທ່ານ Yim Chhay Ly​ ໄດ້ກ່າວໃນວັນຈັນ
ວານນີ້ວ່າ ປະເທດຂອງທ່ານໄດ້ຮັບຜົນກະທົບຈາກສະພາວະປ່ຽນແປງຂອງດິນຟ້າອາກາດ
ໃນຮອບຫຼາຍໆປີຜ່ານມານີ້. ໄພນໍ້າຖ້ວມໄດ້ເອົາຊີວິດຜູ້ຄົນໄປແລ້ວ 150 ຄົນ ຕັ້ງແຕ່ເດືອນ
ສິງຫາເປັນຕົ້ນມາ.

ໃນຫວຽດນາມ ເຈົ້າໜ້າທີ່ກ່າວວ່າ ໄດ້ມີຢ່າງນ້ອຍ 18 ຄົນ ໄດ້ເສຍຊີວິດຈາກໄພພິບັດນີ້ໃນ
ໄລຍະ 10 ມື້ຜ່ານມານີ້.

ລັດຖະບານຂອງປະເທດເພື່ອນບ້ານຄືໃນປະເທດໄທໄດ້ກ່າວວ່າ ໄພນໍ້າຖ້ວມດັ່ງກ່າວນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 180 ຄົນນັບແຕ່ເດືອນສິງຫາເປັນຕົ້ນມາ.

XS
SM
MD
LG